ສະຫວັນນະເຂດ ແລະ ດານັງ ຮ່ວມມືພັດທະນາໃນວຽກງານຂະແໜງການສຶກສາ

    ເມື່ອບໍ່ດົນຜ່ານມາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງ (ສກຂ) ສະຫວັນນະເຂດ ທ່ານ ປອ ສຸກສົມພອນ ອະໂນໄທ ແລະ ທ່ານ ນາງ ມະໄລທອງ ທໍາມະຕິກາ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຕ້ອນຮັບການມາຢາມຢ້ຽມຂອງທ່ານ ຮສ ປອ ລິວ ຈາງ ອະທິການບໍດີ ມະຫາວິ ທະຍາໄລ ຫຼື ມລ ສ້າງຄູດານັງ ແລະ ມະຫາວິທະຍາໄລ ດານັງ ສສ ຫວຽດນາມ ທີ່ຫ້ອງປະຊຸມພະແນກ ດັ່ງກ່າວ ເຊິ່ງມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງສະຖິຕິ ແຜນການ ແລະ ຮ່ວມມືກັບຕ່າງປະເທດ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ຂະແໜງບໍລິຫານ ຊະແໜງຮ່ວມມືສາກົນ ພະແນກການຕ່າງປະເທດ ແລະ ສູນພາສາຫວຽດນາມ ພ້ອມດ້ວຍວິຊາການທີ່ກ່ຽວຂ່ອງເຂົ້າຮ່ວມ.

    ການຢ້ຽມຢາມຄັ້ງນີ້ ເພື່່ອພົບປະເຮັດວຽກຮ່ວມກັບພະແນກສຶກສາທິການ ແລະ ກີລາແຂວງ ແລະ ພະແນກການຕ່າງປະເທດ ກ່ຽວກັບວຽກການສົ່ງເສີມວິຊາການ ການສຶກສາຮໍ່າຮຽນຂອງນັກສຶກສາແຂວງສະຫວັນນະເຂດ ທີ່ກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລສ້າງຄູດານັງ ແລະ ກ່ຽວກັບການປະສານງານໃນການກໍ່ສ້າງພາສາຫວຽດນາມ ໃຫ້ແກ່ນັກສຶກສາແຂວງສະຫວັນນະເຂດ ແລະ ການປະສານງານກ່ຽວກັບການຕ້ອນຮັບນັກສຶກສາແຂວງສະຫວັນນະເຂດ ໄປສຶກສາທີ່ມະຫາວິທະຍາໄລສ້າງຄູດານັງ-ມະຫາວິທະ ຍາໄລດານັງ ສົກຮຽນ 2023-2024  ແລະ  ເພື່ອນໍາສະເໜີການແຜນການກໍ່ສ້າງການຮຽນກຽມພາສາຫວຽດນາມ ແລະ ຫຼັກສູດພາສາຫວຽດນາມຂອງມະຫາວິທະຍາໄລສ້າງຄູດານັງ ເເລະ ບັນດາວຽກງານສົ່ງເສີມວິຊາການ ແລະ ການສະໜອງຮູບແບບທຶນການສຶກສາ ໃຫ້ແກ່ນັກສຶກສາ.

ໂອກາດນີ້ ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດການສຶກສາພາຍໃນແຂວງ ແລະ ລາຍງານກ່ຽວກັບການຄັດເລືອກນັກສຶກສາໄປຮຽນຕໍ່ທີ່ ສສ ຫວຽດນາມ ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງນັກສຶກສາແຂວງສະຫວັນນະເຂດ ໃຫ້ທາງມະຫາວິທະຍາໄລສ້າງຄູດານັງຮັບຊາບ ແລະ ສະເໜີໃຫ້ມີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫ່ວາງຄູພາສາຫວຽດນາມຢູ່ສູນພາສາຫວຽດນາມແຂວງສະຫວັນນະເຂດ ກັບ ມະຫາວິທະຍາໄລສ້າງຄູດານັງ

error: Content is protected !!