ສື່ມວນຊົນຮ່ວມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບໃນຮູບແບບໃໝ່

    ກອງປະຊຸມສຳມະນາກ່ຽວກັບວຽກງານຄວບຄຸມຢາສູບ ແລະ ຢາສູບຮູບແບບໃໝ່ ຮ່ວມກັບສື່ມວນຊົນ ຈັດຂຶ້ນວັນທີ 19 ພຶດສະພາ 2023 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມພະນັກງານ-ວິຊາການ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

    ທ່ານ ດຣ.ສະໜອງ ທອງຊະນະ ກ່າວວ່າ: ຢາສູບແມ່ນຜະລິດຕະພັນພິເສດ ເປັນສິນຄ້າເສບຕິດຊະ ນິດດຽວທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ ພິການ ແລະ ເສຍຊີວິດກ່ອນໄວອັນຄວນ ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ຮັບຜິດຊອບຮ່ວມກັນ ໂດຍສະເພາະສື່ມວນຊົນ ເຊິ່ງເປັນກະ ບອກສຽງ ແລະ ເປັນຜູ້ທີ່ນໍາເອົາຂໍ້ມູນຂ່າວສານໄປຍັງພໍ່ແມ່ປະຊາຊົນ ໄປເພື່ອຫຼຸດຜ່ອນການສູບຢາ ກໍຄື ຫຼຸດຜ່ອນບັນດາພະຍາດທີ່ບໍ່ຕິດຕໍ່ ທັງນີ້ກໍເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ.

   ນອກນັ້ນຍັງໄດ້ຮັບຟັງ ການລາຍງານຈາກພາກສ່ວນກ່ຽວຂ້ອງໃນການສະເໜີສະພາບລວມຂອງການຄວບຄຸມຢາສູບໃນ ສປປ ລາວ ຜົນປະໂຫຍດທີ່ໄດ້ຮັບຕໍ່ການປະຕິບັດນະໂຍບາຍຄວບຄຸມຢາສູບ ເລ້ກົນຂອງບໍລິສັດຢາສູບ ໃນການຫຼອກລວງໄວໜຸ່ມ ຈາກນັ້ນຍັງໄດ້ຮັບຟັງການປາບປາມ ແລະ ສະກັດກັ້ນຢາສູບໄຟຟ້າໃນລາວ ແລະ ຍັງໄດ້ຖາມ-ຕອບສົນທະນາບັນຮ່ວມກັນ ເພື່ອນຳເອົາໄປເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ກ່ຽວກັບໄພອັນຕະລາຍຂອງຢາສູບໄຟຟ້າຕື່ມອີກ.

error: Content is protected !!