ປະທານ ສນຊ ເນັ້ນໃຫ້ເມືອງສັງທອງເສີມຂະຫຍາຍການຫາລາຍໄດ້ເພື່ອສ້າງຄວາມເຂັ້ມແຂງ

    ໃນວັນທີ 18 ພຶດສະພາ 2023 ທ່ານ  ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ນວ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະແນວລາວສ້າງຊາດ ນະຄອນຫຼວງວຽງຈັນ (ນວ) ໂດຍການຕ້ອນຮັບຂອງທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ ປະທານແນວລາວສ້າງຊາດ  ນວ ທີ່ເມືອງສັງທອງ ນວ ມີບັນດາທ່ານປະທານ-ຮອງປະທານແນວລາວສ້າງຊາດທີ່ມາຈາກບັນດາເມືອງອ້ອມຂ້າງ ຄະນະນຳເມືອງສັງທອງ ພະນັກງານບຳນານປະຕິວັດອາວຸໂສ ເລຂາພັກ ນາຍບ້ານ ແລະ ປະທານແນວລາວສ້າງຊາດບ້ານ ພາຍໃນເມືອງ ເຂົ້າຮ່ວມ.

    ທ່ານ ພົງສະຫວັນ ສິລິພັນ ເລຂາພັກເມືອງເຈົ້າ ເມືອງເມືອງສັງທອງ ໄດ້ລາຍງານຫຍໍ້ໃຫ້ຮູ້ວ່າ: ກ່ຽວກັບສະພາບເສດຖະກິດ-ສັງຄົມ ພ້ອມທັງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຕົ້າໂຮມຄວາມສາມັກຄີປອງດອງ ເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ ປະກອບສ່ວນປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ສ້າງບ້ານສາມັກຄີປອງດອງໄດ້ 35 ບ້ານ ຄອບຄົວສາມັກຄີປອງດອງໄດ້ 6.156 ຄອບຄົວ.

    ໂອກາດນີ້ ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ ນວ ແລະ ເມືອງສັງທອງ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ສາມາດເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ ພ້ອມເນັ້ນໃຫ້ແນວລາວສ້າງຊາດແຕ່ລະຂັ້ນຜັນຂະຫຍາຍ ມະຕິ 55/ຄປຈ ວ່າດ້ວຍການຫາລາຍໄດ້ເພີ່ມ ຂອງແນວລາວສ້າງຊາດ ແລະ ຍົກໃຫ້ເຫັນເນື້ອໃນ 4 ການຫັນປ່ຽນ ແລະ ວຽກຈຸດສຸມໃນຕໍ່ໜ້າຂອງແນວລາວສ້າງຊາດແມ່ນ 5 ແຜນງານ ແລະ 41 ໂຄງການ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຈິງ ພ້ອມນັ້ນ ຄະນະໄດ້ໄປຢ້ຽມຢາມກອງທຶນສາມັກຄີ ແລະ ພັດທະນາຂອງບ້ານປາກແຖບ ແລະ ໄດ້ຢ້ຽມຊົມບ່ອນທົດລອງໃນການຜະລິດກະສີກໍາປອດສານຜິດຂອງບ້ານຕື່ມອີກ.

error: Content is protected !!