ຍົກລະດັບດ້ານວິຊາການ ກ່ຽວກັບການອະນຸຮັກປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ

    ໃນລະຫວ່າງວັນທີ 17-18 ພຶດສະພາ 2023 ທີ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ຈັດກອງປະຊຸມສໍາມະນາທາງດ້ານວິຊາການໜຸ່ມ ກ່ຽວກັບການອະນຸລັກປົກປັກຮັກສາມໍຣະດົກທາງດ້ານວັດທະນະທໍາຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊອຍ ຢອງ ຈາງ ປະທານມູນນິທິມໍລະດົກວັດທະນະທໍາ ສ ເກົາຫຼີ ມີຄະນະຜູ້ແທນຈາກພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈໍາປາສັກ ຂະແໜງມໍລະດົກໂລກວັດພູຈໍາປາສັກ ຂະແໜງການມໍລະດົກໂລກແຂວງຫຼວງພະບາງ ຂະແໜງການມໍລະດົກໂລກໃຫຫີນ ແຂວງຊຽງຂວາງ ຫໍພິພິທະພັນແຫ່ງຊາດ ທີມງານຊ່ຽວຊານ ສ ເກົາຫຼີຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງຈໍາປາສັກ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ໄດ້ຮັບຟັງກ່ຽວກັບການນໍາສະເໜີຫົວຂໍ້ຕ່າງໆ ເພື່ອເປັນການແລກປ່ຽນບົດຮຽນທາງດ້ານວິຊາການ ກ່ຽວກັບການອະນຸຮັກປົກປັກຮັກສາມໍລະດົກ ໃນຂອບເຂດທົ່ວປະເທດ ເຊັ່ນວ່າ: ການນໍາສະເໜີການຈັດຕັ້ງປະຕິບັດວຽກງານໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ ການນໍາສະເໜີຜົນສໍາເລັດໃນການບໍລິການຄຸ້ມຄອງວັດພູພ້ອມພື້ນທີ່ວັດທະນະທໍາຈໍາປາສັກ ການສົ່ງເສີມຂະຫຍາຍການປົກປ້ອງມໍລະດົກທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸຂອງຫຼວງພະບາງ ນໍາສະເໜີການຄຸ້ມຄອງອະນຸ ຮັກປົກປັກຮັກສາມໍລະດົກໂລກໃຫຫີນຊຽງຂວາງ ການນໍາສະເໜີກ່ຽວກັບການອະນຸລັກວັດຖຸພັນຢູ່ຫໍພິພິທະພັນແຫ່ງຊາດ.

    ໂອກາດນີ້ຄະນະຜູ້ແທນກອງປະຊຸມ ຍັງໄດ້ເດີນທາງໄປທັດສະນະສຶກສາຕິດຕາມເບິ່ງຕົວຈິງໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ (ທີ່ວັດພູຈໍາປາສັກ) ສະເພາະ ແມ່ນການຮັບຟັງການອະທິບາຍຈາກນັກວິຊາການທີ່ປະຈໍາຢູ່ໂຄງການບູລະນະໂຮງນາງສີດາ ກ່ຽວກັບແຕ່ລະຂັ້ນຕອນຂອງໜ້າວຽກໃນການບູລະນະໂຮງນາງສີດາ ເປັນຕົ້ນ: ການຈອດຫີນ ການສະແກນຫີນ ການເກັບກໍາຂໍ້ມູນກ່ອນການຮື້ຖອນ.

ສໍາລັບໂຄງການບູລະນະ ແລະ ອະນຸຮັກປົກປັກຮັກສາໂຮງນາງສີດາ ໄລຍະທີໜຶ່ງເລີ່ມແຕ່ປີ 2013-2020 ແລະ ໄລຍະສອງ 2021-2025 ເຊິ່ງໂຄງການບູລະນະດັ່ງກ່າວ ໄດ້ດໍາເນີນການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ.

error: Content is protected !!