ໂຮງໝໍເຊດຖາທິຣາດ ສຳເລັດການທົບທວນວິຊາການອາຍຸລະສາດ ຄັ້ງທີ 2

    ກອງປະຊຸມທົບທວນວິຊາການອາຍຸລະສາດ ຂອງໂຮງໝໍເຊດຖາທິຣາດ ຄັ້ງທີ 2 ຈັດຂຶ້ນໃນວັນທີ 19 ພຶດສະພາ 2023 ໃນຫົວຂໍ້ ພະຍາດບໍ່ຕິດຕໍ່ ໂດຍການເປັນປະທານຂອງ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ມີທ່ານ ດຣ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ ພ້ອມວິທະຍາກອນແພດຊ່ຽວຊານຈາກພາຍໃນ ແລະ ຕ່າງປະເທດ ນັກສຳມະນາກອນຈາກໂຮງໝໍເມືອງ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ທ່ານໝໍຈາກຕ່າງແຂວງ ແລະ ນັກສຶກສາແພດຊ່ຽວຊານສາຂາຕ່າງໆ ເຂົ້າຮ່ວມ.

    ທ່ານ ດຣ ຫວັງນະຄອນ ດິດຕະພົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນຫົວຂໍ້ທາງດ້ານວິຊາການທີໜ້າສົນໃຈເຊັ່ນ: ພະຍາດ ກະເພາະລຳໃສ້-ຕັບພະຍາດຫົວໃຈ-ເສັ້ນເລືອດ ພະຍາດເບົາຫວານ ຕ່ອມຄໍໜຽງ ແລະ ພະຍາດລະບົບຫາຍໃຈເປັນຕົ້ນ ເຊິ່ງຈັດຂຶ້ນເປັນຄັ້ງທີ 2 ໂດຍມີບັນດາແພດຈາກໂຮງໝໍສູນກາງ ຈາກ 9 ໂຮງໝໍເມືອງ ໃນນະຄອນຫຼວງວຽງຈັນ ແພດປິ່ນປົວຈາກຕ່າງແຂວງ ແລະ ບັນດານັກສຶກສາແພດຊ່ຽວຊານ ຜູ້ໜຸ່ມນ້ອຍທີ່ເປັນກຳລັງຫຼັກ ໃນການສ້າງສາພັດທະນາໃຫ້ແກ່ກົມກອງທີ່ຕົນສັງກັດ ໄດ້ຮັບຮູ້ເຖິງພະຍາດບໍ່ຕິດຕໍ່ ເປັນບັນຫານັບມື້ຫຼາຍຂື້ນ ບໍ່ວ່າຈະເປັນພະຍາດຫົວໃຈ-ເສັ້ນເລືອດ ພະຍາດເບົາຫວານ ພະຍາດທາງລະບົບຫາຍໃຈ ພະຍາດກະເພາະລໍາໃສ້ ແລະ ຕັບ ເປັນຕົ້ນ ເຊິ່ງເຮົາອາດເອີ້ນໄດ້ວ່າ: ພະຍາດບໍ່ຕິດຕໍ່ເປັນໄພງຽບ ທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ສັບສິນ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງເປັນພາລະໃຫ້ກັບຄອບຄົວໃນການເບີ່ງແຍງປິ່ນປົວ.    

ດັ່ງນັ້ນ ໂຮງໝໍເຊດຖາທິຣາດຈິ່ງເລັງເຫັນເຖິງຄວາມສໍາຄັນຂອງບັນຫາພະຍາດບໍ່ຕິດຕໍ່ ເຊັ່ນ: ໃນດ້ານການປ້ອງກັນ ການປິ່ນປົວ ການໃຫ້ສຸຂະສຶກສາ ໃນກຸ່ມພະຍາດ ດັ່ງກ່າວ ພ້ອມກັນນັ້ນ ໂຮງໝໍເຊດຖາທິຣາດ ໄດ້ມີບັນດາແພດຊ່ຽວຊານຫຼາຍ ຈາກສາຂາຕ່າງໆເຊັ່ນ: ກະເພາະລຳໃສ້-ຕັບ ຫົວໃຈເສັ້ນເລືອດ ລະບົບຫາຍໃຈ ແລະ ອື່ນໆ ທີ່ມີຄວາມພ້ອມໃນການໃຫ້ບໍລິການແກ່ພໍ່ແມ່ປະຊາຊົນທີ່ຢູ່ໃກ້ແລະຢູ່ໄກ ໃຫ້ສອດຄ່ອງກັບນະໂຍບາຍ ການບໍລິການ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກໄດ້ວາງອອກ ແນ່ໃສ່ ຫຼຸດຜ່ອນອັດຕາການເຈັບເປັນ ແລະ ອັດຕາການເສຍຊີວິດ ຈາກພະຍາດດັ່ງກ່າວ.

error: Content is protected !!