ຫາລືການຮັບມືຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຊົນນະບົດ

   ກອງປະຊຸມປຶກສາສາຫາລືການຮັບມືຜົນກະທົບຂອງພະຍາດໂຄວິດ-19 ຕໍ່ຄວາມທຸກຍາກຊົນນະບົດ ຈັດຂຶ້ນວັນທີ 30 ມີຖຸນາ 2020 ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ແລະ ສະຫະກອນ ເປັນປະທານ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ມີບັນດາທ່ານຫົວໜ້າກົມ ຮອງກົມ ຈາກບັນດາກະຊວງຂະແໜງການຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ລຽນ ທິແກ້ວ ກ່າວວ່າ: ເຖິງວ່າ ສປປ ລາວ ໄດ້ມີຜົນສໍາເລັດຢ່າງຈົບງາມໃນການຮັບມືກັບການລະບາດຂອງພະຍາດນັ້ນກໍຕາມ ແຕ່ຜົນກະທົບທາງເສດຖະກິດຍັງໜັກໜ່ວງ ໂດຍສະເພາະແມ່ນການລະບາດຂອງພະຍາດໄດ້ເຮັດໃຫ້ຄວາມທຸກຍາກເພີ່ມຂຶ້ນ ຄືກັນກັບບັນດາປະເທດໃນໂລກ ຕາມການປະເມີນຂອງອົງການສາກົນ ເຫັນວ່າ ໂດຍລວມແລ້ວ ປະຊາຊົນລາວ 120.000 ກວ່າຄົນ ຈະກາຍເປັນຜູ້ທຸກຍາກຕື່ມອີກ ລວມທັງຢູ່ຕົວເມືອງ ແລະ ຊົນນະບົດ.

   ເພື່ອເປັນການປະສານສົມທົບບັນດານະໂຍບາຍ ແລະມາດຕະການຕ່າງໆ ໃຫ້ມີຄວາມເອກະພາບເປັນລວງດຽວກັນ ມື້ນີ້ກະຊວງກະສິກໍາ ແລະ ປ່າໄມ້ ທີ່ຮັບຜິດຊອບວຽກງານພັດທະນາຊົນນະບົດລືບລ້າງຄວາມທຸກຍາກ ຈຶ່ງໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ທາງດ້ານນະໂຍບາຍມາດຕະການ ເພີ່ມທະວີການປະສານງານກັນໃນການແກ້ໄຂບັນຫາດັ່ງກ່າວໂດຍສະເພາະແມ່ນສະກັດກັ້ນບໍ່ໃຫ້ຄວາມທຸກຍາກໃນຕົວເມືອງ ກໍ່ຄືຊົນນະບົດເພີ່ມຂຶ້ນ ສ້າງເງື່ອນໄຂ ພື້ນຖານອັນດີໃຫ້ແກ່ລະດົມແຫຼ່ງທຶນເຂົ້າໃສ່ບັນດາໂຄງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງໂດຍສະເພາະແມ່ນລຶບລ້າງຄວາມທຸກຍາກແຕ່ນີ້ຫາປີ 2030 ໃຫ້ບັນລຸຕາມຄາດໝາຍ ທີ່ວາງອອກ

error: Content is protected !!