ໃນວັນທີ 19 ພຶດສະພາ 2023 ທີ່ນະຄອນຫຼວງບາງກອກ ລາຊະອານາຈັກໄທ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ເຂົ້າພົບປະ ທ່ານ ຊັດຊາດ ສິດທິພັນ ຜູ້ວ່ານະຄອນຫຼວງບາງກອກ ພ້ອມຄະນະ ເພື່ອຫາລືການຮ່ວມມືລະຫວ່າງສອງຝ່າຍໃນອະນາຄົດ.

ການພົບປະຄັ້ງດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ແລກປ່ຽນກັນ 3 ປະເດັນ ໄດ້ແກ່ ການສຶກສາ ສາທາລະນະສຸກ ແລະ ການທ່ອງທ່ຽວ ນອກຈາກນີ້ ຍັງໄດ້ຫາລືເພີ່ມເຕີມກ່ຽວກັບລາຍລະອຽດ ໂຄງການພາຍໃຕ້ບົດບັນທຶກການຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ລົງນາມໃນປີ 2008.

ດ້ານການສຶກສາ ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບການສອນຂອງບຸຄະລາກອນຂອງທັງສອງນະຄອນຫຼວງ ແລະ ຄວາມຄະລິເລີ່ມໂຄງການແລກປ່ຽນນັກຮຽນໃນສັງຄົມຂອງສອງຝ່າຍ ແລະ ການນຳເຕັກໂນໂລຊີເຂົ້າມາເພີ່ມປະສິດທິພາບດ້ານການຮຽນການສອນຜ່ານສື່ເອເລັກໂຕຣນິກ (E-Learning).

ດ້ານສາທາລະນະສຸກ ແມ່ນໄດ້ແລກປ່ຽນຄວາມຮູ້ດ້ານການປະຕິບັດທີ່ດີທີ່ສຸດດ້ານ Telemedicine ຜ່ານການນຳມາໃຊ້ໃນແອັບພລິເຄເຊິນ ແລະ ການຮ່ວມມືດ້ານການແພດກັບໂຮງໝໍວະຊີຣະ ແລະ ການບໍລິຫານຈັດການເມືອງ (City Lab) ກັບ ມະຫາວິທະຍາໄລນະວະມິນທຣາທິຣາຊ ໂດຍມີການຈັດຕັ້ງແຜນການເຝິກຊ້ອມ Tebletop Exercise ຜ່ານວີດີໂອທາງໄກ ລະຫວ່າງບຸຄະລາກອນທາງການແພດຂອງທັງສອງນະຄອນ ເພື່ອໃຫ້ມີທັກສະ ແລະ ຄວາມພ້ອມໃນການປະຕິບັດງານ.
ສ່ວນ ດ້ານການທ່ອງທ່ຽວ ການຮ່ວມມືການທ່ອງທ່ຽວດ້ານປະຫວັດສາດ ແລະ ນະວັດຕະກຳລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງບາງກອກ ໂດຍໄດ້ແລກປ່ຽນແນວທາງການສົ່ງເສີມເສດຖະກິດກາງຄືນ (Midnight Economy) ເພື່ອເພີ່ມປະສິດທິພາບການເຕີບໂຕຂອງທຸລະກິດກາງຄືນ ແລະ ການສົ່ງເສີມເສດຖະກິດໃນຕົວເມືອງ ເຊັ່ນ: ການຈັດສັນພື້ນທີ່ໃນຕົວເມືອງເພື່ອຂາຍສິນຄ້າ ຫຼື ການຍົກສະມັດທະພາບອາຫານຂາຍຕາມແຄມທາງ ໃນການດຶງດູດນັດທ່ອງທ່ຽວຊາດອື່ນເຂົ້າມາ.