ຮ່ວມມືດ້ານວິຊາການກ່ຽວກັບວຽກຄວາມປອດໄພແຮງໃນສະຖານທີ່ເຮັດວຽກ

     ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ບໍລິສັດ ອິນດັດສເທັກ ຈໍາກັດ ລົງນາມໃນບົດບັນທຶກການ ຮ່ວມມືດ້ານວິຊາການ ກ່ຽວກັບວຽກງານຄວາມປອດໄພແຮງ ໃນສະຖານ ທີ່ເຮັດວຽກ ເພື່ອແນ່ໃສ່ການປ້ອງກັນ ສະກັດກັ້ນການເກີດອຸບັດເຫດແຮງ ງານ ແລະ ພະຍາດອາຊີບທີ່ອາດເກີດຂຶ້ນຈາກການເຮັດວຽກໃຫ້ນັບມື້ດີຂຶ້ນ. 

     ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກ່າວວ່າ: ການ ຮ່ວມມືດ້ານວິຊາການກ່ຽວກັບວຽກງານຄວາມປອດໄພແຮງງານ ເປັນບາດ ກ້າວທີ່ສຳຄັນໃນການຮ່ວມມື ແລະ ການມີສ່ວນຮ່ວມ ລະຫວ່າງພາກລັດ ແລະ ພາກເອກະຊົນ ກໍຄືການເຮັດໜ້າທີ່ຊ່ວຍໃນວຽກງານຄວາມປອດໄພ ແຮງງານໃນສະຖານທີ່ເຮັດວຽກຢູ່ຫົວໜ່ວຍການຜະລິດ ທຸ ລະກິດ ແລະ ການບໍລິການ ເພື່ອແນ່ໃສ່ການປ້ອງກັນ ສະກັດກັ້ນການເກີດອຸບັດເຫດ ແຮງງານ ແລະ ພະຍາດອາຊີບທີ່ອາດເກີດຂຶ້ນຈາກການເຮັດວຽກໃຫ້ນັບ ມື້ດີຂຶ້ນ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນຕໍ່ບັນຫາແຮງງານ ແລະ ສະ ຫວັດດີການສັງຄົມ ໂດຍໄດ້ກຳນົດແນວທາງ ນະໂຍບາຍ ຍຸດທະສາດ ແຜນ ງານຢ່າງຊັດເຈນໃນແຕ່ລະໄລຍະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ນອກນີ້ຍັງຈະເປັນໜ່ວຍງານທີ່ສ້າງ ແລະ ປັບປຸງລະບົບ ການເກັບກຳຂໍ້ມູນ ການລາຍງານ ແລະ ລະບົບການຄຸ້ມຄອງຄວາມປອດ ໄພແຮງງານໃຫ້ມີປະສິດທິຜົນ ເພື່ອເຮັດໃຫ້ການເຄື່ອນໄຫວໄປຕາມລະ ບຽບການ ກົດໝາຍ ທັງເຮັດໃຫ້ຜູ້ອອກແຮງງານ ຜູ້ໃຊ້ແຮງງານ ແລະ ທົ່ວສັງຄົມເຫັນໄດ້ຄວາມສໍາຄັນຂອງການປ້ອງກັນຕົນ ເພື່ອບໍ່ໃຫ້ເກີດອຸ ບັດເຫດແຮງງານໃນເວ ລາເຮັດວຽກ ແລະ ຫັນວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໄປເປັນວັດທະນະທຳເທື່ອລະກ້າວ.

    ພິທີລົງນາມບົດບັນທຶກດັ່ງກ່າວຈັດຂຶ້ນວັນທີ 17 ພຶດສະພາ 2023 ຢູ່ນະ ຄອນຫຼວງວຽງຈັນ ເຊິ່ງລົງນາມໂດຍ ທ່ານ ພົງສະຫວັນ ໄຊໂກສີ ແລະ ທ່ານ ພອນສະຫວັນ ໄຊປັນຍາ ປະທານບໍລິສັດ ອິນດັດສເທັກ ຈໍາກັດ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!