ເຊກອງ ເປີດໂຄງການສ້າງຄວາມເຂັ້ມແຂງວຽກງານ ສຸຂະພາບແມ່-ເດັກ ແລະ ໂພຊະນາການ

ແຂວງ​ເຊກອງ ເປີດໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ແນ​ໃສ່ປັບປຸງ ຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງບັນດາແມ່ຍິງຖືພາ ໄລຍະເກີດ ຫຼັງການເກີດລູກ ເດັກເກີດໃໝ່ ເດັກ ນ້ອຍ ແລະ ໄວໜຸ່ມ ໃຫ້ດີຂຶ້ນ.

ກອງປະຊຸມຊີ້ແຈງ ແລະ ວາງແຜນໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຈັດ​ຂຶ້ນໃນລະຫວ່າງວັນທີ 17-18 ພຶດສະພາ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສອນ ກອນເຍີ ຮອງເຈົ້າແຂວງເຊກອງ ມີທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ  ທ່ານ ໄບຼອັນ ມັລລິແກນ ຫົວໜ້າໂຄງການສ້າງຄວາມເຂັ້ມ ແຂງວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ຜູ້ຕາງໜ້າອົງການ JSI ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ເຊິ່ງມີບາງຕອນ ທ່ານກ່າວວ່າ: “ສະຫະລັດອາເມລິກາ ມີຄວາມພາກພູມໃຈ ທີ່ຈະສືບ ຕໍ່ໃຫ້ການສະໜັບສະໜູນຂອງພວກເຮົາ ເພື່ອການສົ່ງເສີມສຸຂະພາບ ແລະ ໂພຊະນາການ ຂອງປະຊາຊົນລາວ ການຊ່ວຍ ເຫຼືອດ້ານວຽກງານສຸຂະພາບຮອບດ້ານຂອງພວກເຮົາ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກຂອງລາວ ເພື່ອກຽມພ້ອມຮັບມືກັບວິກິດການດ້ານສຸຂະພາບທີ່ອາດຈະເກີດຂຶ້ນໃນອະນາຄົດ ທັງນີ້ກໍເພື່ອໃຫ້ປະຊາຊົນລາວໄດ້ຮັບ ຄວາມປອດໄພ ແລະ ມີສຸຂະພາບທີ່ດີ”.

ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງ ໄດ້ກ່າວວ່າ: ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ເປັນ ວຽກໜຶ່ງທີ່ສຳຄັນ ນອນຢູ່ໃນວຽກບຸລິມະສິດຂອງແຂວງ ກໍຄືກະຊວງສາທາລະນະສຸກ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນພັດທະນາ ສາທາລະນະສຸກ 5 ປີ ຄັ້ງທີ IX ໂດຍຄາດໝາຍສູ້ຊົນໃຫ້ບັນລຸ 11 ຕົວຊີ້ວັດ ປະຈຳປີ 2023 ຂອງພະແນກສາ ທາລະນະສຸກແຂວງ ແນໃສ່ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກຕໍ່າກວ່າ 5 ປີ ການເປີດໂຄງການນີ້ແມ່ນມີ ຄວາມໝາຍຢ່າງຍິ່ງ ມັນເປັນໂອກາດອັນດີ ໃຫ້ແກ່ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ໃນການພົບປະແລກ ປ່ຽນຄໍາຄິດເຫັນ ເພື່ອຈັດຕັ້ງປະຕິ ບັດກິດຈະກໍາໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.

ສໍາລັບຢູ່ ແຂວງເຊກອງ ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 4 ເມືອງ ຄື: ເມືອງລະມາມ ເມືອງດາກຈຶງ ເມືອງກະ ລຶມ ແລະ ເມືອງທ່າແຕງ ກວມເອົາ ທັງໝົດ 3 ໂຮງໝໍຊຸມຊົນ 30 ໂຮງໝໍນ້ອຍ ກວມເອົາທັງໝົດ 250 ບ້ານ ໂດຍຄາດວ່າຈະມີຜູ້ໄດ້ຮັບຜົນປະໂຫຍດຈຳນວນ 127.912 ຄົນ.

ໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່-ເດັກ ແລະ ໂພຊະນາການ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບກະຊວງສາທາລະນະສຸກ ບັນດາພະແນກສາທາລະນະສຸກແຂວງ ຫ້ອງການສາທາລະນະສຸກເມືອງ ເປົ້າໝາຍ ແລະ ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 5 ແຂວງ ຄື: ແຂວງຜົ້ງສາລີ ອຸດົມໄຊ ສະຫວັນນະເຂດ ສາລະວັນ ແລະ ເຊກອງ ກວມເອົາທັງໝົດ 24 ເມືອງຊຶ່ງມີຈຸດປະສົງ ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ໂພຊະນາການ ຂອງບັນດາແມ່ຍິງຖືພາ ໄລຍະເກີດ, ຫຼັງການເກີດລູກ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃຫ້ດີຂຶ້ນ ໃນຊຸມຊົນທີ່ເຂົ້າເຖິງຍາກ ເພື່ອບັນລຸວິໄສ ທັດດັ່ງກ່າວນີ້ ໂຄງການໄດ້ປັບແນວທາງປະຕິບັດໃຫ້ສອດຄ່ອງກັບວຽກງານສາມສ້າງ ຂອງ ສປປ ລາວ ເຊິ່ງໄດ້ມອບໝາຍ ຄວາມເປັນເຈົ້າການຫຼາຍຂຶ້ນໃນລະດັບທ້ອງຖິ່ນ. ເພື່ອສະໜັບສະໜູນແຜນດຳເນີນງານ ແລະ ແຜນຍຸດທະສາດຂອງ ວຽກງານ ສຸຂະພາບຈະເລີນພັນ ແມ່ ເດັກເກີດໃໝ່ ເດັກນ້ອຍ (2016-2025).

error: Content is protected !!