ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ນະຄອນຫຼວງບູດາແປສ ປະເທດຮົງກາຣີ ແຕ່ວັນທີ 16-18 ພຶດສະພາ 2023 ການເດີຍທາງຢ້ຽມຢາມ ແລະ ເຮັດວຽກຄັ້ງດັ່ງກ່າວ ເປັນການປະກອບສ່ວນສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ລາວ-ຮົງກາຣີ ກໍຄື ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງບູດາແປສ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ສຳລັບການຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ໃນວັນທີ 16 ພຶດສະພາ 2023 ໄດ້ມີການພົບປະສອງຝ່າຍກັບຄະນະ ນະ ຄອນຫຼວງບູດາແປສ ໂດຍມີ ທ່ານ Gergely Karacsony ເຈົ້າຄອງນະຄອນຫຼວງບູດາແປສ ພ້ອມດ້ວຍຄະນະໃຫ້ການ ຕ້ອນຮັບ ເຊິ່ງໃນການພົບປະສອງຝ່າຍໄດ້ທົບທວນຄືນການປະຕິບັດການຮ່ວມມືຂອງສອງນະຄອນຫຼວງຄືນະ ຄອນຫຼວງ ວຽງຈັນ ສປປລາວ ແລະ ນະຄອນຫຼວງບູດາແປສ ແລະ ປຶກສາທິດທາງແຜນການຮ່ວມມືໃນຕໍ່ໜ້າ.



ໃນວັນທີ 17 ພຶດສະພາ 2023 ຄະນະໄດ້ທັດສະນະສຶກສາພື້ນຖານໂຄງການບຳບັດນ້ຳເປື້ອນຂອງນະຄອນຫຼວງບູດາແປສ ໂດຍສະເພາະການຄຸ້ມຄອ ການດຳເນີນການຈັດການຂອງບັນດາຫົວໜ່ວຍກົງຈັກການຈັດຕັ້ງຂອງນະຄອນ ຫຼວງບູດາແປສ ທີ່ກ່ຽວຂ້ອງເພື່ອເປັນຂໍ້ມູນໃນການພັດທະນາລະບົບຄຸ້ມຄອງບໍລິຫານຈັດການນ້ຳເປື້ອນໃນນະຄອນ ຫຼວງວຽງຈັນໃຫ້ດີຂຶ້ນ.
ໃນວັນທີ 18 ພຶດສະພາ 2023 ເຄື່ອນໄຫວພົບປະສອງຝ່າຍຮ່ວມກັບກະຊວງການຕ່າງປະເທດ ແລະ ການຄ້າຮົງກາຣີເພື່ອ ປຶກສາຂອບການຮ່ວມມືສອງຝ່າຍ ໂດຍມີ ທ່ານ Menczer Tamas ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການ ຄ້າຮົງກາຣີພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.