ໂຮງຮຽນສາຍຝົນ ເປັນຕົວແບບຄຸນນະພາບການສຶກສາ 

 ໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ເປັນໂຮງຮຽນຕົວແບບຄຸນພາບ ການສຶກສາ ພາຍຫຼັງທີ່ໄດ້ປະຕິບັດຕາມຕົວຊີ້ວັດ 6 ດ້ານ 42 ຕົວຊີ້ວັດຂອງຊັ້ນ ປະຖົມ ແລະ 45 ຕົວຊີ້ວັດຂອງຊັ້ນມັດທະຍົມ ຂອງມາດຕະຖານໂຮງຮຽນຕົວ ແບບຄຸນນະພາບໃນ  ພ້ອມທັງໄດ້ເຂົ້າຮ່ວມ  5 ໂຄງການຂອງວຽກງານການ ສຶກສາ.

ທ່ານ ບຸນທະວີ ຈັນທອງທິບ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ກ່າວວ່າ: ໂດຍອີງໃສ່ການປະຕິບັດການຮຽນ-ການສອນຕາມໂຄງການຫຼັກສູດກະຊວງ ສສກ ແລະ ການເສີມລາຍວິຊາການຮຽນພາສາຕ່າງປະເທດເຊັ່ນ: ພາສາອັງກິດ ພາສາຈີນ ຄອມພີວເຕີ ແລະ ການຮຽນຮູ້ຕົວຈິງນອກໂຮງຮຽນ ປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ  ແລະ 5 ຫຼັກມູນການສຶກສາຂອງກະຊວງ  ສສກ ການຈັດຕັ້ງຮູບແບບຕາຕະລາງການຮຽນໄປຕາມຫ້ອງການ ສສກ ກໍຄື ພະແນກ ສສກ ນວ ອີງໃສ່ການຈັດໜ້າວຽກຂອງຜູ້ບໍລິຫານການສຶກສາ ພ້ອມທັງການເພີ່ມວຽກປະເມີນ-ວິໄຈ ເຂົ້າຕື່ມໃນແຕ່ລະໄລຍະ ບວກໃສ່ແຜນພັດທະນາປະຈຳປີຂອງໂຮງຮຽນ  ປະຕິບັດຕາມຄຳຂວັນຍຸດທະສາດ ແລະ ວິໄສທັດຂອງໂຮງຮຽນ.

ຜ່ານການດຳເນີນງານໃນການຈັດຕັ້ງປະຕິບັດຕົວຈິງຂອງໂຄງການດັ່ງກ່າວໃນ 6 ດ້ານຄື: ດ້ານຜູ້ຮຽນ ການຮຽນ-ການສອນ ສະພາບແວດລ້ອມ ອຸປະກອນການຮຽນ-ການສອນ ການບໍລິຫານຄຸ້ມຄອງ ແລະ ດ້ານການມີສ່ວນຮ່ວນກັບຊຸມຊົນ ໂດຍສະເພາະດ້ານການຮຽນ-ການສອນ ຜ່ານການລົງຕິດຕາມຂອງພາກສ່ວນກ່ຽວຂ້ອງ ປະກອບກັບຫຼັກຖານທີ່ມີເຫັນວ່າ ໂຮງຮຽນສາມາດຈັດຄູທີ່ມີວຸດທິການສຶກສາຖືກຕາມຊັ້ນ  ແລະ ຕາມວິຊາສະເພາະຂອງຄູເຂົ້າໃນການສິດສອນ ຄູສາມາດຕິດຕາມຊ່ວຍເຫຼືອຕາມສະພາບຈຸດພິເສດ ແລະ ສົ່ງເສີມໃຫ້ມີນັກຮຽນເກັ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ  ຄູມີທັກສະຄວາມຊຳນານໃນການສິດສອນວິຊາຂອງຕົນ  ນັກຮຽນໄດ້ຮັບຄວາມຮູ້ຢ່າງທົ່ວເຖິງ ຊ່ວຍແກ້ໄຂບັນຫານັກຮຽນອ່ອນໃຫ້ດີຂຶ້ນ ແລະ ອື່ນໆຄົບຖ້ວນຕາມມາດຖານວາງອອກ.

  ພິທີເປີດປ້າຍໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນເປັນໂຮງຮຽນຕົວແບບຄຸນພາບການສຶກສາ ຈັດຂຶ້ນວັນທີ 18 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ຕັ້ງຢູ່ບ້ານໂນນສະຫວ່າງ ເມືອງໄຊເສດຖາ ນວ ໂດຍມີທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ (ສສກ ນວ)  ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງໄຊເສດຖາ ທ່ານ ບຸນເນືອງ ຈັນທອງທິບ ປະທານໂຮງຮຽນປະຖົມ-ມັດທະຍົມສົມບູນສາຍຝົນ ພ້ອມດ້ວຍຄະນະອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!