ເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປະຈໍາປີ 2022 ແລະ ທ່າອ່ຽງ 2023

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມເຜີຍ ແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2022 ແລະ ທ່າອ່ຽງ 2023 ຂຶ້້ນໃນຕອນເຊົ້າຂອງວັນທີ 17 ພຶດ ສະພາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງ​ກ່າວ ໂດຍການເປັນປະທານຂອງ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງປະທານ ສະ ຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງການກ່ຽວ ຂ້ອງ ພາກລັດ ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມ ປະມານ 40 ກວ່າທ່ານ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີ ຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນປີ 2022 ແລະ ທ່າອ່ຽງເສດຖະກິດປີ 2023 ລວມທັງ ກາລະໂອກາດ ຄວາມສ່ຽງ ແລະ ສິ່ງທ້າທາຍ ທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າ ຈາກ ທ່ານ ນາງ ລັດດາວັນ ຊົງວິໄລ ວ່າການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ.

ປີ 2022 ຖືເປັນປີທີ່ການແພ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກມີຄວາມຜ່ອນຄາຍລົງຢ່າງເຫັນໄດ້ຊັດເຈນ ຫຼາຍປະ ເທດກັບມາໃຊ້ຊີວິດຕາມປົກກະຕິ ໃນຂະນະດຽວກັນ ສະພາບຄວາມຫຍຸ້ງຍາກ ແລະ ຄວາມບໍ່ແນ່ນອນ ຍັງສືບຕໍ່ສົ່ງຜົນກະ ທົບຕໍ່ເສດຖະກິດໂລກ ແລະ ພາກພື້ນພໍສົມຄວນ ສຳ​ລັບ ວ​ປ​ປ ລາວ ເຖິງວ່າ ທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຈະດີຂຶ້ນ ແຕ່ສະຖຽນລະພາບຂອງເສດຖະກິດມະຫາພາກຍັງມີຄວາມບອບບາງ ເຖິງຢ່າງໃດກໍຕາມ ຍ້ອນຄວາມ ເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂຜົນກະທົບຕໍ່ເສດຖະກິດ ໂດຍສືບ ຕໍ່ຄຸ້ມຄອງບໍລິຫານລັດຢ່າງຮັດກຸມ ສືບຕໍ່ປັບປຸງກົນໄກຄຸ້ມຄອງເສດຖະກິດ ກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອຫຼຸດຜ່ອນຜົນກະທົບແກ່ຜູ້ໃຊ້ແຮງງານ ທຸລະກິດ ແລະ ປະຊາຊົນ ຮັບປະກັນເພື່ອເຮັດໃຫ້ເສດຖະກິດສາມາດສືບ ຕໍ່ເຕີບໂຕ.

ສໍາລັບປີ 2023 ຖືເປັນອີກປີໜຶ່ງທີ່ເສດຖະກິດໂລກຍັງສືບຕໍ່ປະເຊີນກັບທັງສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫຼາຍດ້ານ ຊຶ່ງ ມີທັງການປັບຂຶ້ນອັດຕາດອກເບ້ຍທົ່ວໂລກ ເຮັດໃຫ້ຕົ້ນທຶນທາງການເງິນ ແລະ ຕົ້ນທຶນການຜະລິດສູງຂຶ້ນ ລະດັບລາຄາສິນ ຄ້າພື້ນຖານຍັງຢູ່ໃນລະດັບສູງ ບັນຫາຄວາມເຄັ່ງຕຶງທາງພູມລັດຖະສາດ ທີ່ທະວີຄວາມຮຸນແຮງຂຶ້ນ ຄວາມກັງວົນກ່ຽວກັບ ການເກີດສະພາບເສດຖະກິດຖົດຖອຍ ເຊິ່ງເປັນປັດໄຈສ່ຽງຕໍ່ເສດຖະກິດໂລກໃຫ້ຂະຫຍາຍຕົວຊ້າລົງ ແລະ ກະທົບຕໍ່ການຟື້ນ ຕົວ ແລະ ຂະຫຍາຍຕົວຂອງເສດຖະກິດລາວ ຢ່າງຫຼີກລ່ຽງບໍ່ໄດ້ ເຖິງຢ່າງໃດກໍຕາມ ນອກຈາກສິ່ງທ້າທາຍດັ່ງກ່າວນັ້ນ ການ ຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເປີດປະເທດຂອງຈີນ ກໍຖືເປັນກາລະໂອກາດສໍາລັບການພັດທະນາ ແລະ ການ ຟື້ນໂຕຂອງເສດຖະກິດຫຼາຍປະເທດ ໂດຍສະເພາະ ສປປ ລາວ.

error: Content is protected !!