ລັດຖະບານ ຜ່ອນຜັນບາງມາດຕະການຕື່ມເປັນການຊົ່ວຄາວໃນໄລຍະແຕ່ວັນທີ 1-31 ກໍລະກົດ 2020

    ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ການຖະແຫຼງຂ່າວໃນວັນທີ 30 ມິຖຸນາ 2020 ໃຫ້ຮູວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນໃນໄລຍະຜ່ານມາ ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວທັງໝົດ ແລະ ສາມາດເຮັດໃຫ້ສັງຄົມ ພາກທຸລະກິດ ຜູ້ປະກອບການ ໂຄງການ ແລະ ໂຮງງານຕ່າງໆໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດໍາລົງຊີວິດປົກກະຕິແບບໃໝ່ (New Normal) ເທື່ອລະກ້າວ.

    ເຖິງຢ່າງໃດກໍຕາມ ພວກເຮົາກໍບໍ່ຄວນຖືເບົາ ແລະ ປະໝາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າຍັງມີຄວາມ ສ່ຽງ ແລະ ສິ່ງທ້າທາຍທີ່ຈະເກີດມີການລະບາດອີກຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໃນໂລກຍັງສືບຕໍ່ເພີ່ມຂຶ້ນ ແລະ ຍັງບໍ່ທັນສາມາດຢັບຢັ້ງການລະບາດຂອງພະຍາດດັ່ງກ່າວໄດ້ເທື່ອ ສະນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນ ການລະບາດຂອງພະຍາດ COVID-19 ລັດຖະບານ ໄດ້ຕົກລົງ ແລະ ຊີ້ນໍາ ດັ່ງນີ້:

    1. ໃຫ້ຄະນະສະເພາະກິດ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນໍາຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

    2. ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນທີ່ໄດ້ກໍານົດໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶດສະພາ 2020.

    3. ເຫັນດີໃຫ້ມີການຜ່ອນຜັນການປະຕິບັດບາງມາດຕະການທີ່ກໍານົດໃນແຈ້ງການ 597/ຫສນຍ ແລະ ຜ່ອນຜັນເພີ່ມຕື່ມມາດຕະການຈໍານວນໜຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃໝ່ເທື່ອລະກ້າວ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ລ້າງມືດ້ວຍນໍ້າາສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ.

    ສໍາລັບລາຍລະອຽດບັນດາມາດຕະການທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້: 1. ເຫັນດີໃຫ້ຈັດລາຍການແຂ່ງຂັນກິລາທຸກປະເພດໄດ້ ໂດຍມີຜູ້ເຂົ້າຊົມຕາມຄວາມເໝາະສົມຂອງສະຖານທີ່ ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສຜ້າອັດປາກ-ດັງ ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຄໍາແນະນໍາລະອຽດ ໃນການຈັດຕັ້ງປະຕິບັດຕົວຈິງ.

    2. ເຫັນດີໃຫ້ເປີດກາຊີໂນທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນ ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.

    3. ອະນຸຍາດໃຫ້ຈັດກິດຈະກໍາຊຸມນຸມຕ່າງໆ ງານສັງສັນ ງານປະເພນີ ແລະ ງານແຕ່ງດອງຕາມຮີດຄອງ ປະເພນີອັນດີງາມຂອງຊາດເຮົາ ບົນຈິດໃຈປະຢັດ ມັດທະຍັດ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ໂດຍປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລ້າງມືດ້ວຍນໍ້າາສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ ມອບໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.

    4. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກໍານົດໃນຄໍາສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້:

    4.1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ ຮ້ານຄາຣາໂອເກະ ແລະ ຮ້ານເກມ.

    4.2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກ ໄດ້ ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນພົນລະ ເມືອງລາວ ແລະ ຊາວຕ່າງປະເທດທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສໍາລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

    4.3. ສືບຕໍ່ໂຈະການອອກວີຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານ ປະເທດທີ່ຍັງມີການລະບາດຂອງພະຍາດ COVID-19 ສໍາລັບນັກການທູດ ພະນັກງານອົງການຈັດຕັ້ງສາກົນ ຊ່ຽວຊານ ນັກລົງທຶນ ນັກທຸລະກິດ ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້. ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ ສໍາລັບຂັ້ນຕອນໃນການປະຕິບັດຕົວຈິງ ກະຊວງການຕ່າງປະ ເທດຈະອອກຄໍາແນະນໍາຕ່າງຫາກ.

     5. ມາດຕະການຈັດຕັ້ງປະຕິບັດ:

     5.1. ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ ຖ້າມີການລາຍງານກໍລະນີມີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນ ແຂວງໃດແຂວງໜຶ່ງ ຈະໄດ້ຈໍາກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນຈະເປັນຜູ້ພິຈາລະນາ ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆທີ່ໄດ້ກໍານົດໃນຄໍາສັ່ງສະບັບເລກທີ 06/ນຍ ຄືນໃໝ່ຢ່າງເຂັ້ມງວດ.

    5.2. ມອບໃຫ້ບັນດາກະຊວງ ຂະແໜງການ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ກວດກາຄືນບັນດານິຕິກໍາ ຄໍາແນະນໍາຕ່າງໆຂອງຕົນ ເພື່ອປັບປຸງໃຫ້ສອດຄ່ອງກັບມາດຕະການຜ່ອນຜັນຂ້າງເທິງ ແລະ ຜັນຂະຫຍາຍເປັນອັນລະອຽດ ເພື່ອມີຄວາມເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ໃຫ້ການຖະແຫຼງຂ່າວ ຊີ້ແຈງອະທິບາຍບັນຫາທີ່ສັງຄົມມີຄວາມສົນໃຈ ຫຼື ບໍ່ເຂົ້າໃຈແຈ້ງ ພ້ອມກັນນັ້ນ ກໍໃຫ້ສົ່ງນິຕິກໍາ ຄໍາແນະນໍາສະບັບປັບປຸງ ໃຫ້ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ ແລະ ທົ່ວເຖິງ.

    5.3. ໃຫ້ບັນດາກະຊວງ ຂະແຫນງການ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຄະນະສະເພາະກິດ ແລະ ທຸກພາກສ່ວນໃນສັງຄົມ ພ້ອມກັນເປັນເຈົ້າການຕິດຕາມກວດກາ ຮັກສາຄວາມສະຫງົບ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຈັດຕັ້ງປະຕິບັດມາດຕະການທີ່ລັດຖະບານໄດ້ກໍານົດຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19 ຂຶ້ນມາໃໝ່ ພາຍຫຼັງມີການຜ່ອນຜັນ ກໍລະນີມີການລະເມີດ ແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ.

    5.4. ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີການຕິດຕາມ ເຝົ້າລະວັງການຕິດເຊື້ອພະຍາດ COVID-19 ແລະ ພະຍາດຕາມລະດູການອື່ນໆ ລາຍງານກໍລະນີສົງໄສໃຫ້ໄວ ພ້ອມທັງຕິດຕາມກໍລະນີສໍາຜັດໃກ້ຊິດຜູ້ຕິດເຊື້ອໃນຊຸມຊົນຮ່ວມກັບຂະແໜງສາທາລະນະສຸກຢ່າງເຂັ້ມງວດ.

    5.5. ມາດຕະການທີ່ກໍານົດໄວ້ຂ້າງເທິງນີ້ ມີຜົນສັກສິດນັບແຕ່ວັນທີ 1 ຫາ 31 ກໍລະກົດ 2020. ໃນພາກ ປະຕິບັດຕົວຈິງ ຈະໄດ້ມີການປະເມີນ ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

error: Content is protected !!