ຫົວເຫວີຍ ຈັດຢູ່ອັນດັບ 6 ໃນບັນດາບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ

    ຫົວເຫວີຍ ບໍລິສັດທີ່ສະໜອງໂຄງສ້າງພື້ນຖານດ້ານ ICT ຊັ້ນນໍາລະດັບໂລກ ຖືກຈັດຢູ່ອັນດັບທີ 6 ໃນລາຍຊື່ຫຼ້າສຸດຂອງ BCG ສໍາລັບ 50 ບໍລິສັດທີ່ມີນະວັດຕະກໍາສູງສຸດຂອງໂລກ ປີ 2020 ເຊິ່ງໄດ້ຫຍັບຂຶ້ນຈາກອັນດັບເກົ່າເຖິງ 42 ອັນດັບ ແລະ ເປັນການຖືກຈັດອັນດັບທີ່ສູງທີ່ສຸດສໍາລັບບໍລິສັດຊັ້ນນໍາດ້ານເຕັກໂນໂລຊີ ນັບຕັ້ງແຕ່ປີ 2012 ທີ່ໄດ້ຖືກຈັດອັນດັບຄັ້ງທໍາອິດ ເປັນຕົ້ນມາ.

    ກຸ່ມທີ່ປຶກສາ Boston ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ບໍລິສັດແອັບເປິນ ອາຟາເບັດ ອາເມຊອນ ໄມໂຄຣຊອບ ແລະ ຫົວເຫວີຍ ຄອງ 6 ອັນດັບທໍາອິດໃນການຈັດອັນດັບໃໝ່ ຮອງລົງມາແມ່ນບໍລິສັດອາ ລີບາບາ IBM ໂຊນີ ແລະ ເຟສບຸກ ການຈັດອັນດັບນີ້ ໄດ້ມາຈາກການສໍາຫຼວດຜູ້ບໍລິຫານຂອງບໍລິສັດທີ່ມີນະວັດຕະກໍາລະດັບໂລກຈໍານວນ 2.500 ບໍລິສັດ ແລະ ປະເມີນຜົນການດໍາເນີນງານຂອງບໍລິສັດໃນ 4 ຂອບເຂດ ຈາກການແບ່ງປັນແນວຄິດຈິດໃຈໃນທົ່ວໂລກ ການປ່ຽນແປງທີ່ສົ່ງຜົນຕໍ່ອຸດສາຫະກໍາ ມຸມມອງຂອງຂະແໜງອຸດສາຫະກໍາ ແລະ ການສ້າງມູນຄ່າ.

    ຫົວເຫວີຍ ລົງທຶນຫຼາຍກວ່າ 10% ຂອງລາຍຮັບປະຈໍາປີ ເຂົ້າໃນການວິໄຈ ແລະ ພັດທະນາລະບົບຂອງບໍລິສັດ ໃນນີ້ສະເພາະປີ 2019 ໄດ້ໃຊ້ຈ່າຍ 131.659 ລ້ານຢວນ ຫຼື ປະມານ 167,586,87 ຕື້ກີບ ກວມເອົາ 15,3% ຂອງລາຍຮັບທັງໝົດ ສໍາລັບພາກສ່ວນຂອງ 5G ໃນ 10 ປິຜ່ານມາ ໄດ້ລົງທຶນໄປ 4 ຕື້ໂດລາສະຫະລັດ ຫຼື ປະມານ 36.028,17 ຕື້ກີບ ເຊິ່ງເຮັດໃຫ້ຫົວເຫວີຍກາຍເປັນຜູ້ນໍາດ້ານເຕັກໂນໂລຊີລະດັບໂລກໃນຍຸກຕໍ່ໄປ.

error: Content is protected !!