ກອງປະຊຸມທົບທວນບົດບັນທຶກສຳພັນເສດຖະກິດລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ແລະ ພະແນກກະສິກຳ ແລະ ປ່າໄມ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດຂຶ້ນວັນທີ 17 ພຶດສະພາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ເປັນປະທານຂອງທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ມີທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ທ່ານ ບຸນລໍ້າ ວົງສຸດທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ທ່ານ ຜາທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ທ່ານ ບຸນທ່ຽງ ລັດຕະນະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.


ໃນວາລະກອງປະຊຸມຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດບົດບັນທຶກສຳພັນເສດຖະກິດ ໃນໄລຍະຜ່ານມາ ເຊິ່ງວຽກງານປູກຝັງ ແລະ ລ້ຽງສັດ ທີ່ຕິດພັນໂດຍກົງກັບການຊຸກຍູ້ ສົ່ງເສີມການຜະລິດຄື:ການປູກເຂົ້າ ການປູກພືດ ໃນນັ້ນມີ ສາລີຫວານ ປູກພືດຜັກລວມ ໝາກກ້ຽງ ໝາກນັດ ມັນສາຄູ ແລະ ມັນຕົ້ນ ໄດ້ເປັນເຈົ້າການໃນການປະສານສົມທົບກັບບັນດາບໍລິສັດທີ່ໄດ້ເຊັນບົດບັນທຶກ ແລະ ເຊັນສັນຍາສຳປະທານ ພ້ອມທັງຈັດຕັ້ງປະຕິບັດ 3 ຈຸດປະສົງລວມມີກິດຈະກໍາຫຼັກຄື: ປູກຜັກສະອາດ ປູກໝາກນັດ ປູກໝາກອາໂວກາໂດ ການລ້ຽງທອມງົວ ການວາງແຜນນຳໃຊ້ທີ່ດິນກະສິກຳ ແລະ ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຂັ້ນແຂວງ ແລະ ເມືອງ ລົງຊຸກຍູ້ຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງບໍລິສັດ ທຣູ ແຮັບປີ້ຟາມລາວ-ເກົາຫຼີ ການສົ່ງເສີມການປູກພືດຜັກ ສະບຽງອາຫານ ແລະ ການລ້ຽງສັດໃຫຍ່ ສົ່ງເສີມກິດຈະການເຄື່ອນໄຫວບໍລິສັດ ທິບເກສອນ ໄຊສົມບູນ ຈຳກັດຜູ້ດຽວ ໃນການປູກຂີງດຳ ພິກໄທ ໝາກເຜັດ ພືດຜັກອິນຊີ ໄດ້ເພີ່ມທະວີລົງຊຸກຍູ້ດ້ານເຕັກນິກການປູກ-ການລ້ຽງ ການຄຸ້ມຄອງ ປົກປັກຮັກສາຊັບພະຍາກອນປ່າໄມ້ ຊົນລະປະທານ ແລະ ການຜະລິດແນວພັນ ເພື່ອສົ່ງເສີມແກ່ປະຊາຊົນພາຍໃນແຂວງໄຊສົມບູນ.




ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຊອກຕະຫຼາດ ເພື່ອເຜີຍແຜ່ບົດບັນທຶກການຮ່ວມມືຊຸກຍູ້ການຜະລິດ ແລະ ແລກປ່ຽນສິນຄ້າລະຫວ່າງ ນວ ແລະ ແຂວງໄຊສົມບູນ ລົງເບິ່ງສະຖານທີ່ການຜະລິດສິນຄ້າກະສິກຳທີ່ເຫັນວ່າມີທ່າແຮງ ປະສານແລກປ່ຽນບົດຮຽນກັບ ນວ ໃນການສ້າງຄວາມເຂັ້ມແຂງໃຫ້ສະພາການຄ້າ ແລະ ອຸດສາຫະກຳຂອງແຂວງໄຊສົມບູນ ໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ພ້ອມນັ້ນ ຄະນະທັງສອງຝ່າຍ ໄດ້ປະກອບຄຳຄິດ-ຄຳເຫັນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍຄວາມຮັບຜິດຊອບສູງ. ໂອກາດນີ້ ທ່ານ ສົມບູນ ສອນລິດທິເດດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຜະລິດກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນວຽກງານໜຶ່ງທີ່ເປັນພື້ນຖານເສດຖະກິດ ເປັນກຳລັງແຮງຍູ້ດັນການພັດທະນາຂອງຂະແໜງອຸດສາຫະກຳ ແລະ ການບໍລິການ ສະໜັບສະໜູນການລ້ຽງສັດ ແລະ ການປະມົງໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງແຂວງ ອີງໃສ່ທ່າແຮງບົ່ມຊ້ອນ ທ່າແຮງຂະຫຍາຍຕົວບົນພື້ນຖານການຫັນເປັນອຸດສາຫະກຳ ທັນສະໄໝ ຜະລິດເພື່ອສົ່ງອອກ ພ້ອມທັງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງ ເຊື່ອມຊຶມ ຜັນຂະຫຍາຍໃຫ້ເປັນແຜນງານ ແຜນການອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.


