ອົງການກາແດງແຫ່ງຊາດລາວ ຈັດພິທີສະເຫຼີມສະຫຼອງວັນກາແດງ ແລະ ຊິກວົງເດືອນແດງສາກົນ 8 ພຶດສະພາ ຂຶ້ນວັນທີ 17 ພຶດສະພາ 2023 ທີ່ໂຮງຮຽນ ມັດທະຍົມປາຍ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮຈີມິງ ໂດຍການເປັນປະທານ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ວັນນາ ພອນສູນທາສຸກ ຄະນະອໍານວຍການໂຮງຮຽນ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.



ທ່ານ ພູທອນ ເມືອງປາກ ກ່າວວ່າ: ວັນທີ 8 ພຶດສະພາ ແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ທີ່ສະເຫຼີມສະຫຼອງຄວາມເປັນອັນໜຶ່ງດຽວກັນ ຢ່າງມີເອກະລັກສະເພາະ ຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ແມ່ນການ ສະເຫຼີມສະຫຼອງເພື່ອຈິດໃຈແຫ່ງຄວາມມີນ້ຳໃຈມະນຸດສະທໍາ ແລະ ລະລຶກເຖິງບຸກຄົນທີ່ສ້າງຄວາມປ່ຽນແປງທີ່ດີໃນສັງຄົມ ຄື: ທ່ານ ຫັງຣີ ດຸນັງ (Henry Dunant) ເປັນນັກທຸລະກິດຊາວສະວິດ ຜູ້ມີນຳໃຈມະນຸດສະທຳ.



ວັນກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ຮັບການສະເຫຼີມສະຫຼອງ ເປັນຄັ້ງທໍາອິດ ໃນວັນທີ 8 ພຶດສະພາ 1948 ຫົວຂໍ້ຂອງການສະເຫຼີມສະຫຼອງໃນແຕ່ລະປີ ແມ່ນໄດ້ພັດປ່ຽນຕາມເວລາ ແລະ ສະພາບການຕົວຈິງ.ແລະ ມື້ນີ້ ກໍຄືທຸກໆປີ ພວກເຮົາໄດ້ມີໂອກາດສະເຫຼີມສະຫຼອງຮ່ວມກັບເຄື່ອຄ່າຍອາສາສະມັກຂອງກາແດງ ແລະ ຊີກວົງເດືອນແດງທົ່ວໂລກ. ວັນກາແດງ ແລະ ຊິກວົງເດືອນແດງສາກົນ ປີນີ້ ພາຍໃຕ້ຫົວຂໍ້: “ທຸກສິ່ງຢ່າງພວກເຮົາເຮັດຈາກຫົວໃຈ” “Everything we do comes from the heart” ວັນກາແດງ ແລະ ຊີກວົງເດືອນແດງສາກົນ ໄດ້ລິເລີ່ມ ພາຍຫຼັງສົງຄາມໂລກ ຄັ້ງທີ 1 ແລະ ໄດ້ຍົກຂຶ້ນມາປຶກສາຫາລືກັນ ໃນກອງປະຊຸມໃຫຍ່ກາແດງສາກົນ ຄັ້ງທີ 14 ກ່ຽວກັບ ທຳນຽມປະຕິບັດ ທີໄດ້ຈັດຂຶ້ນໄດ້ທຸກໆປີ ກອງປະຊຸມຄັ້ງນັ້ນ ໄດ້ເລືອກເອົາ ວັນທີ 8 ພຶດສະພາ ເນື່ອງຈາກ ເປັນວັນເກີດຂອງຜູ້ກໍ່ຕັ້ງຄະນະກໍາມະກາກາແດງສາກົນ ຄື: ທ່ານ ຫັງຣີ ດູນັງ ພ້ອມທັງສະທ້ອນເຖິງ ຫຼັກການພື້ນຖານກາແດງ ແລະ ຊີກວົງເດືອນແດງ.



