ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79
ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ກອງປະຊຸມ ປະຈໍາປີ ຄັ້ງທີ 79 ຂອງຄະນະ ກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາ ຊີຟິກ ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ ຣາ ຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະ ການ ເພື່ອຮັບ ມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາ ຊີຟິກ ເພື່ອການພັດທະນາແບບ ຍືນຍົງ ມີຄະນະຜູ້ແທນຂັ້ນສູງຈາກ ບັນດາ ປະເທດສະມາຊິກໃນພາກພື້ນອາຊີ-ປາຊີຟິກ ຈຳນວນ 46 ປະເທດ ບັນດາ ອົງ ການເຄືອຂ່າຍ ສປຊ ປະຈຳພາກພຶ້, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານປະມານ 21 ພາກສ່ວນເຂົ້າ ຮ່ວມ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ໄດ້ຖືກຮັບ ຮອງເອົາຢູ່ໃນກອງປະຊຸມຄັ້ງ ຜ່ານມາ ເປັນຕົ້ນ ບັນຫາທີ່ຕິດພັນກັບຄວາມ ຮັບຜິດຊອບຂອງອະນຸກຳມະການຕ່າງໆ ວຽກງານບໍລິຫານ ກອງເລຂາ ແລະ ເພື່ອປຶກສາຫາລືວາງແຜນວຽກຂອງອົງການປະຈຳປີ 2023 ແລະ ວຽກໃນຕໍ່ໜ້າ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ໂພໄຊ ໄຂຄຳພິທູນ ໄດ້ກ່າວຄຳປາ ໄສໃນກອງປະຊຸມ ໃນພາກອະພິປາຍທົ່ວໄປ ໂດຍ ຊີ້ໃຫ້ເຫັນເຖິງສະພາບການ ຂອງໂລກໃນປັດຈຸບັນ ເປັນຕົ້ນ ບັນຫາດ້ານການປ່ຽນແປງຂອງສະພາບ ດິນຟ້າອາກາດ ທີ່ສົ່ງຜົນ ກະທົບຕໍ່ທຸກປະເທດໃນທົ່ວໂລກ ໂດຍສະເພາະຕໍ່ ກັບບັນດາປະເທດທີ່ມີຄວາມບອບບາງ ຊຶ່ງອາດເປັນປັດໄຈສຳຄັນທີ່ເຮັດ ໃຫ້ ປະເທດເຫຼົ່ານັ້ນ ບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງໄດ້.

ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ກັບແນວທາງການພັດທະນາ ແລະ ການເຕີບໂຕສີຂຽວ ສະອາດ ແລະ ມີຄວາມ ທົນທານຕໍ່ການປ່ຽນ ແປງຂອງດິນຟ້າອາກາດ ພ້ອມທັງຢໍ້າຄືນຄວາມໝາຍໝັ້ນໃນການສະກັດ ກັ້ນ ແລະ ຫລຸດຜ່ອນຜົນກະ ທົບຈາກການປ່ຽນແປງຂອງດິນຟ້າອາກາດ ລວມເຖິງການຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ເພື່ອສ້າງນະໂຍ ບາຍ ແລະ ຍຸດທະສາດດ້ານການປ່ຽນແປງຂອງສະພາບດິນຟ້າອາກາດ ໃຫ້ ສົມບູນແບບ ແລະ ແທດເໝາະຍິ່ງຂຶ້ນ.

ພ້ອມກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ບັນດາປະເທດເພື່ອນ ມິດ ແລະ ອົງການຈັດຕັ້ງສາກົນຕ່າງໆຈົ່ງສືບ ຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອບັນລຸບັນດາຄາດໝາຍແຫ່ງຊາດ ກໍຄື ການປະຕິບັດພັນທະ ສາກົນ ລວມທັງເພື່ອບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໃນປີ 2030.

ພ້ອມກັນນີ້ ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ນາງ Armida Salsiah Alisjahbana ຮອງເລຂາທິ ການ ອົງການ ສປຊ ແລະ ທັງ ເປັນ ເລຂາທິການບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມອົງການ ສປຊ ປະຈໍາພາກ ພື້ນ ອາຊີ-ປາຊີຟິກ (UNESCAP) ເພື່ອປຶກສາຫາລື ກ່ຽວ ກັບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNESCAP ໃນໄລຍະ ຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການບັນລຸເປົ້າ ໝາຍການພັດທະນາແບບຍືນຍົງ ການກະກຽມເປັນປະທານອາຊຽນໃນປີ 2024 ແລະ ການກະກຽມຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍ ພັດທະ ນາ ຂອງ ສປປ ລາວ ໃນປີ 2026.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ມີການປະກອບສ່ວນຢ່າງຫ້າວ ຫັນໃນການປະກອບຄຳເຫັນ ໃນວາວລະຕ່າງໆ ຂອງກອງປະຊຸມ ໂດຍສະ ເພາະ ໄດ້ປະກອບຄໍາເຫັນໃນວາລະທີ 3 ກ່ຽວກັບ ການຮ່ວມມືສໍາລັບປະ ເທດດ້ອຍພັດທະນາ (LDCs) ການຮ່ວມມືເພື່ອແກ້ໄຂຜົນກະທົບທາງດ້ານ ການປ່ຽນແປງດິນຟ້າອາກາດ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີຄວາມກ່ຽວ ພັນກັນ ເນື່ອງຈາກການຈັດຕັ້ງປະຕິບັດ ວຽກງານຕ່າງໆໃນປັດຈຸບັນ ແລະ ອະນາຄົດລ້ວນແຕ່ ປະເຊີນກັບສິ່ງທ້າທາຍ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ການພັດ ທະນາຂອງບັນດາປະເທດດ້ອຍພັດທະນາ ປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ແລະ ບັນດາປະເທດເກາະດອນນ້ອຍກຳ ລັງພັດທະນາລວມທັງ ສປປ ລາວ.

ໃນຕອນທ້າຍຂອງກອງປະຊຸມ ຈະມີການຮັບຮອງເອົາຮ່າງຍັດຕິຈຳນວນ 10 ສະບັບ ແລະ ມະ ຕິຂອງກອງປະຊຸມຈໍານວນ 12 ສະບັບ ແລະ ພ້ອມທັງປຶກ ສາຫາລືເພື່ອຈະກຳນົດເອົາຫົວຂໍ້ “ການນຳໃຊ້ນະວັດຕະກຳດີຈິຕອນໃຫ້ເກີດ ຜົນ ເພື່ອການພັດ ທະນາແບບຍືນຍົງ ໃນພາກພື້ນອາຊີ ແລະ ປາຊີຟິກ” ເປັນຫົວຂໍ້ ສໍາລັບການດໍາເນີນກອງປະຊຸມປະຈໍາປີຂອງ UNESCAP ຄັ້ງທີ 80 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນເມສາ ປີ 2024.

error: Content is protected !!