ອົງການປົກຄອງເມືອງ ຈັນທະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ 2021-2025 ຂຶ້ນວັນທີ 17 ພຶດສະພາ 2023 ຢູ່ ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ມີຄະນະ ພັກເມືອງ ຫົວໜ້າຫ້ອງການ ເລຂາພັກບ້ານ ແລະ ນາຍບ້ານເຂົ້າຮ່ວມ.


ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ກ່າວວ່າ: ໄລຍະຜ່ານມາ ການຈັດຕັ້ງປະຕິບັດຂະບວນການດັ່ງກ່າວແມ່ນຕິດພັນກັບຂະບວນການຂອງວຽກງານດ້ານຕ່າງໆຂອງເມືອງ ເປັນຕົ້ນດ້ານວຽກງານກໍ່ສ້າງຮາກຖານການເມືອງ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານດັ່ງກ່າວເປັນໜ້າທີ່ສໍາຄັນ ໂດຍໄດ້ຫັນພະນັກງານ-ລັດຖະກອນ ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບລົງສູ່ຮາກຖານ 348 ທ່ານ ແລະ ໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ ແລະ ມີຈຸດສຸມຕາມ 4 ເນື້ອໃນ 4 ຄາດໝາຍທີ່ການຈັດຕັ້ງຂັ້ນເທິງວາງອອກ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຕີລາຄາໄດ້ 95% ດ້ານການພັດທະນາເສດຖະກິດສັງຄົມ ໄດ້ຊຸກຍູ້ໃຫ້ປະຊາຊົນມີຄວາມກະຕືລືລົ້ນໃນການຜະລິດເປັນສີນຄ້າ ແລະ ຫັນໄປສູ່ການຜະລິດແບບເປັນກຸ່ມ ເຮັດໃຫ້ມີຄອບຄົວຕົວແບບເພີ່ມຂຶ້ນໃນແຕ່ລະປີ ພ້ອມນີ້ປະຊາ ຊົນມີຄວາມຕື່ນຕົວປະກອບສ່ວນທືນຮອນຮ່ວມກັບລັດ ກໍ່ສ້າງພື້ນຖານໂຄງລ່າງຕ່າງໆຂອງບ້ານ ເຮັດໃຫ້ບ້ານທົດລອງວຽກງານ 3 ສ້າງໄດ້ມີເງື່ອນໄຂສ້າງເປັນບ້ານພັດທະນາຕາມຈຸດປະສົງຄາດຫມາຍທີ່ວາງໄວ້ ສາມາດປະຕິບັດໄດ້ 94% ດ້ານວັດທະນະທໍາສັງຄົມ ອັນພົ້ນເດັ່ນ ສາມາດປະກາດຈົບຊັ້ນປະຖົມ ແລະ ຊັ້ນມັດທະຍົມຕົ້ນບໍາລຸງໃນທົ່ວເມືອງສໍາເລັດ ແລະ ຂະຫຍາຍຕາຫນ່າງການບໍລິການລົງສູ່ຮາກຖານຢ່າງຕັ້ງໜ້າ ສໍາເລັດການສ້າງບ້ານສາທາລະນະສຸກ ແລະ ບ້ານ ວັດທະນະທໍາ 30 ບ້ານ ປະຕິບັດໄດ້ 94% ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສ້າງບ້ານປ້ອງກັນຄວາມສະຫງົບດີ ບ້ານປອດຢາເສບຕິດ ແລະ ບ້ານປອດຄະດີສໍາເລັດ 30 ບ້ານ ໄດ້ເອົາໃຈໃສ່ຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ດ້ວຍວິທີການກໍາແໜ້ນຈຸດຫຼໍ່ແຫຼມເກັບກໍາຄຸ້ມຄອງຄົນມາພັກເຊົ່າ ຄົນເຂົ້າ-ອອກເມືອງ ທີ່ມາດໍາເນີນທຸລະກິດຢູ່ເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍສາມາດປະຕິບັດໄດ້ 94% ສໍາລັບທິດທາງແຜນການຕໍ່ໜ້າ ໂດຍສະເພາະປີ 2023 ຈະສືບຕໍ່ປັບປຸງລະບົບການຈັດຕັ້ງຢ່າງເປັນລະບົບຄົບຊຸດ ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານຕາມທິດ 3 ສ້າງ ແລະ ສືບຕໍ່ສ້າງເມືອງໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວຫນ່ວຍພັດທະນາ ການຄຸ້ມຄອງບໍລິຫານຫັນໄປສຸ່ທັນສະໄໝໂດຍຜ່ານລະບົບປະຕູດຽວ ແລະ ອື່ນໆໃຫ້ມີຜົນສຳເລັດເປັນກ້າວໆ. ໃນພິທີດັ່ງກ່າວ ຍັງໄດ້ຍ້ອງຍໍປະດັບຫຼຽນແຮງງານຊັ້ນ I ຊັ້ນ II ແລະ ຊັ້ນIII ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການດັ່ງກ່າວ ໃນນີ້ ປະກອບມີ ຫຼຽນໄຊແຮງງານຊັ້ນ I ຈໍານວນ 6 ທ່ານ ຊັ້ນ II ຈໍານວນ 16 ທ່ານ 1 ກົມກອງ ຊັ້ນ III ຈໍານວນ 65 ທ່ານ 5 ກົມກອງ ຫຼຽນກາແຮງງານ 232 ທ່ານ 10 ກົມກອງ ໃບຍ້ອງຍໍລັດຖະບານ 366 ທ່ານ 15 ກົມກອງ ໃບຍ້ອງຍໍນະຄອນຫຼວງ 274 ທ່ານ 21 ກົມກອງ ແລະ ມອບໃບຊົມເຊີຍຂັ້ນນະຄອນຫຼວງໃຫ້ 274 ທ່ານ 4 ກົມກອງ.


