ໂຮງຮຽນປະຖົມສົມບູນຈີ່ໂຈະ ເປັນໜຶ່ງໃນ 5 ໂຮງຮຽນຕົວແບບຂອງເມືອງຜົ້ງສາລີ ໃນການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນ ພາຍຫຼັງທີ່ອົງການອາຫານໂລກ (WFP) ປະຈຳລາວ ໄດ້ມອບໂອນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ລັດຖະບານແຕ່ສົກປີ 2021-2022 ເປັນຕົ້ນມາ ເຫັນວ່າການຈັດຕັ້ງປະຕິບັດວຽກງານມີຜົນດີຫຼາຍທາງດ້ານໂພຊະນາການຂອງນັກຮຽນ ແລະ ຄຸນນະພາບຂອງການສຶກສາໄດ້ມີທ່າອ່ຽງດີຂຶ້ນ ທີ່ສຳຄັນແມ່ນອັດຕາການປະລະການຮຽນຫຼຸດລົງ.


ທ່ານ ຄໍາພັນ ໄຊຍະລາດ ອໍານວຍການໂຮງຮຽນປະຖົມສົມບູນຈີ່ໂຈະ ໃຫ້ສໍາພາດວ່າ: ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນປະຖົມສົມບູນຈີ່ໂຈະ ພາຍຫຼັງອົງການອາຫານໂລກໄດ້ມອບໃຫ້ລັດຖະບານເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໂຄງການ ລັດຖະບານໄດ້ສະໜອງງົບປະມານ 800 ກີບຕໍ່ຄົນຕໍ່ໜຶ່ງຄາບເຂົ້າທ່ຽງ ໂດຍທຽບໃສ່ກັບຄວາມເປັນຈິງແລ້ວແມ່ນພໍ່ພຽງພໍ ສະນັ້ນບ້ານດັ່ງກ່າວໄດ້ມີການຈັດກອງປະຊຸມເພື່ອປຶກສາຫາລືກັນ ເຊິ່ງປະຊາຊົນກໍ່ຄືພໍ່ແມ່ຜູ້ປົກຄອງນັກຮຽນໄດ້ມີຄວາມຕື່ນຕົວເປັນເອກະພາບສະໝັກໃຈຜັດປ່ຽນກັນປະກອບສ່ວນແຮງງານບົວລະບັດຮັກສາສວນຜັກ ແລະ ໝາກໄມ້ ພ້ອມທັງແຕ່ງກິນໃນແຕ່ລະມື້ ໂດຍຈັດເປັນຕາຕະລາງ ເພື່ອໃຫ້ມີຄວາມສະດວກສະບາຍ ເປັນລະບຽບຮຽບຮ້ອຍ ພ້ອມນັ້ນຍັງສະໝັກໃຈປະກອບສ່ວນເງິນ 3.000 ກີບຕໍ່ມື້ຕໍ່ຄົນຕໍ່ໜຶ່ງຄາບເຂົ້າທ່ຽງ ເພື່ອໄປຊື້ຊີ້ນໝູ ນອກນີ້ແຕ່ລະຄົວເຮືອນຍັງໄດ້ລ້ຽງໄກ່ເພື່ອໃຫ້ລູກນໍາໄປເປັນອາຫານ ສົກຮຽນ 1 ຕໍ່ 1 ກິໂລກຼາມຕໍ່ຄົນ ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນວ່າມີການປ່ຽນແປງທີ່ດີຂຶ້ນສະແດງອອກ ນັກຮຽນມາຮຽນເປັນປົກກະຕິ ເດັກໄດ້ກິນອາຫານທີ່ມີໂພຊະນາການ ພໍ່ແມ່ມີຄວາມສະດວກໃນການທໍາມາຫາກິນ ພ້ອມນັ້ນຍັງເຮັດໃຫ້ເດັກມີຄວາມປອດໄພ ມີເວລາເຮັດກິດຈະກໍາເປັນຕົ້ນ ເລົ່ານິທານ ຫຼິ້ນກີລາ ແລະ ອື່ນໆ ຈາກຜົນສໍາເລັດດັ່ງກ່າວນັ້ນ ເຮັດໃຫ້ໂຮງຮຽນປະຖົມສົມບູນຈີ່ໂຈະ ຖືກຄັດເລືອກໃຫ້ເປັນໂຮງຮຽນຕົວແບບໜຶ່ງໃນ 5 ຂອງໂຮງຮຽນໃນເມືອງຜົ້ງສາລີ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເພື່ອເປັນຕົວແບບໃຫ້ຊຸມຊົນອ້ອມຂ້າງມາຖອດຖອນບົດຮຽນ ນຳໄປຈັດຕັ້ງປະຕິບັດຕາມເພື່ອເຮັດແນວໃດໃຫ້ວຽກງານອາຫານທ່ຽງໃນໂຮງຮຽນໄດ້ຖືກຜັນຂະຫຍາຍໄປສູ່ໂຮງຮຽນອື່ນໆພາຍໃນແຂວງຜົ້ງສາລີຕື່ມອີກໃນອະນາຄົດ.



ນາງ ຈັນສຸກ ສຸລິເປົາ ໜຶ່ງໃນຜູ້ປົກຄອງທີ່ໄດ້ມາແຕ່ງກິນໃຫ້ກັບນັກຮຽນໃຫ້ສໍາພາດວ່າ:ກ່ອນໜ້ານີ້ທີ່ບໍ່ມີໂຄງການອາຫານທ່ຽງໃນໂຮງຮຽນມີຄວາມຫຍຸ້ງຍາກຫຼາຍ ເວລາລູກຍ່າງມາໂຮງຮຽນຕາມທາງມີຄວາມສ່ຽງທີ່ຈະເກີດອຸປະຕິເຫດ ເນື່ອງຈາກວ່າມີລົດແລ່ນຜ່ານທາງຕະຫຼອດ ອັນເຮັດໃຫ້ມີຄວາມກັງວົນໃຈຕະຫຼອດເວລາ ພາຍຫຼັງທີ່ມີການຈັດຕັ້ງປະຕິບັດໂຄງການດັ່ງກ່າວຕົນມີຄວາມສະບາຍໃຈຂຶ້ນ ໄປສົ່ງຕອນເຊົ້າ ແລະ ໄປຮັບຕອນແລງ ເພາະວ່າຕອນທ່ຽງລູກບໍ່ໄດ້ກັບບ້ານ ສໍາຄັນໄດ້ກິນອາຫານທີ່ອີ່ມ ມີໂພຊະນາການໄດ້ຮັບສານອາຫານທີ່ຄົບຖ້ວນ ເຮັດໃຫ້ລູກຂອງຕົນມີສຸຂະພາບທີ່ແຂງແຮງ ພ້ອມນັ້ນຍັງມີເວລາເຮັດກິດຈະກໍາຕ່າງໆພາຍໃນໂຮງຮຽນຕື່ມອີກ.

