ຍົກລະດັບ ຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ

  ໃນວັນທີ 15-17  ພຶດສະພາ  2023 ກົມໂຄສະນາ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມຝຶກອົບຮົມຍົກລະດັບ ຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ໃຫ້ພະນັກງານແນວລາວສ້າງຊາດ 12 ແຂວງ ຢູ່ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານໂຄສະນາ ມີ ທ່ານ ຄໍາສີ ແພງສະຫວັນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງໄຊຍະບູລີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາສູນກາງພັກ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ແລະ ສໍາມະນາກອນທີ່ມາຈາກ ສນຊ ແລະ 12 ແຂວງເຂົ້າຮ່ວມ.

   ການອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ ໃນການຜະລິດລາຍການວິທະຍຸໃຫ້ມີການຫັນປ່ຽນ ໃໝ່ ເພື່ອເຮັດໃຫ້ລາຍວິທະຍຸຂອງແນວລາວສ້າງຊາດມີຄຸນນະພາບສູງຂຶ້ນ ໄດ້ຮຽນຮູ້ ການເປັນໂຄສົກວິທະຍຸ ການອອກຂ່າວ ແລະ ຫຼັກການສໍາພາດຂ່າວ ພ້ອມກັນນີ້ໄດ້ຈັດເປັນກຸ່ມ ເພື່ອທົດລອງຕົວຈິງໃນການອ່ານຂາວ ແລະ ໄດ້ແລກປ່ຽນຄຳຄິດຢ່າງກົງໄປກົງມາ.     ໂອກາດນີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານແນວລາວສ້າງຊາດແຂວງ ວິທະຍາກອນ ຄະນະຮັບຜິດຊອບໂດຍສະເພາະແມ່ນກົມໂຄສະນາ ແລະ ນັກສໍາມະນາກອນທຸກທ່ານ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມຝຶກອົບຮົມຄວາມຮູ້ກ່ຽວກັບການຜະລິດລາຍການວິທະຍຸ ທີ່ໄດ້ດໍາເນີນເປັນເວລາ 2 ວັນເຕັມ ແລະ ໄດ້ສໍາເລັດລົງຕາມຄາດໝາຍວາງໄວ້ ນອກຈາກນັ້ນ ທ່ານໄດ້ເນັ້ນໃຫ້ນັກສໍາມະນາກອນ ທີ່ເຂົ້າຮ່ວມອົບຮົມຄັ້ງນີ້ ນໍາເອົາບົດຮຽນ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ແລະ ເປັນບ່ອນອີງໃນການປັບປຸງວຽກງານວິທະຍຸຂອງຕົນໃຫ້ມີຄວາມອຸດົມສົມບູນ ແລະ ມີການຫັນປ່ຽນໃໝ່ດີຂຶ້ນ.

error: Content is protected !!