ສ້າງຄວາມຍືນຍົງທາງດ້ານສະບຽງອາຫານ ໂດຍການຢຸດເຊົາປູກຢາສູບ

ເນື່ອງໃນວັນຄຸ້ມຄອງໂລກ ແລະ ວັນງົດສູບຢາໂລກທີ່ກຳລັງຈະມາເຖິງໃນວັນທີ 31 ພຶດສະພາ 2023 ເຊິ່ງການສະເຫຼີມສະ ຫຼອງປີນີ້ເນັ້ນຫົວຂໍ້ ຢາສູບບໍ່ແມ່ນອາຫານ ສະມາພັນຄວບຄຸມຢາສູບອາຊຽນ (SEATCA )ໄດ້ຮຽກຮ້ອງໃຫ້ລັດຖະບານບັນ ດາປະເທດອາຊຽນສະໜັບສະໜູນຊາວກະສິກອນທີ່ປູກຢາສູບໃຫ້ຫັນປ່ຽນມາປູກພືດຊະນິດອື່ນທົດແທນເພື່ອສ້າງຄວາມຍືນຍົງທາງດ້ານສະບຽງອາຫານ ແລະ ກາຍມາເປັນອາຫານທີ່ດີຕໍ່ສຸຂະພາບ.

ການປູກຢາສູບ ແລະ ການບົ່ມໃບຢາສູບ ອາດຈະຕ້ອງໄດ້ນຳໃຊ້ເນື້ອທີ່ດິນທີ່ຕ້ອງໄດ້ຕັດໄມ້ ເຊິ່ງກໍໃຫ້ເກີດການຕັດໄມ້ທຳລາຍ ປ່າໃນທົ່ວໂລກເຖິງ 5% ແລະ ເຮັດໃຫ້ດິນມີທາດອາຫານທີ່ຈຳເປັນຫຼຸດລົງກວ່າການປູກພືດຊະນິດອື່ນ ການປູກຢາສູບແມ່ນ ຕ້ອງໄດ້ນຳໃຊ້ສານເຄມີກຳຈັດສັດຕູພືດທີ່ເປັນພິດຕໍ່ດິນ ແລະ ແຫຼ່ງນໍ້າ ແລະ ເນື້ອທີ່ປູກຢາສູບກໍສູນເສຍໂອກາດໃນການປູກ ພືດອາຫານຊະນິດອື່ນໆ.

      ກົງກັນຂ້າມກັບຄຳກ່າວຂອງອຸດສາຫະກຳຢາສູບ ການເຮັດສວນຢາສູບບໍ່ແມ່ນກິດຈະກຳທີ່ສ້າງກຳໄລໄດ້ສຳຫຼັບຊາວກະ ສິກອນລາຍຍ່ອຍ ຊາວສວນຢາສູບລາຍຍ່ອຍມັກພົບວ່າຕົວເອງຕິດຢູ່ໃນຄວາມທຸກຍາກ ເນື່ອງຈາກລາຄາໃບຍາສູບຕໍ່າ ແລະ ຖືກຄວບຄຸມໂດຍບໍລິສັດຢາສູບ ເຮັດໃຫ້ຊາວສວນຜູ້ປູກຢາສູບມີລາຍໄດ້ສຸດທິຕິດລົບແທນທີ່ຈະເປັນກຳໄລ ພ້ອມນັ້ນການ ເຮັດໄຮ່ຢາສູບແມ່ນຕ້ອງໄດ້ນຳໃຊ້ແຮງງານຈຳນວນຫຼາຍເຮັດໃຫ້ຊາວກະສິກອນ ລວມທັງ ຄອບຄົວຂອງຊາວກະສິກອນຕ້ອງ ໄດ້ນຳໃຊ້ເວລາຈຳນວນຫຼາຍເຂົ້າໃນການບົວລະບັດສວນຢາສູບ ສົ່ງຜົນໃຫ້ພວກເຂົາບໍ່ສາມາດນຳໃຊ້ເວລາໄປເຮັດກິດຈະກຳ ສ້າງ ເສດຖະກິດດ້ານອື່ນໆໄດ້.

               ໃນປະເທດອິນໂດເນເຊຍ ອີງໃສ່ການສຶກສາຂອງທະນາການໂລກພົບວ່າ: ຊາວສວນຢາສູບລົງທຶນໃນການປູກຢາ ສູບຫຼາຍກວ່າລາຍໄດ້ທີ່ໄດ້ຮັບ ຊາວສວນຢາສູບພົບວ່າພືດອາຫານເຊັ່ນ: ສາລີ ຜັກໃບຂຽວ ແລະ ມັນຝຣັ່ງ ປູກແລ້ວໄດ້ກຳໄລ ຫຼາຍກວ່າປູກຢາສູບ ຊາວສວນຢາສູບ ແລະ ຄອບຄົວມັກຈະລຳບາກໃນການມີອາຫານກິນເນື່ອງຈາກລາຍໄດ້ ຈາກການເຮັດ ຢາສູບບໍ່ພຽງພໍ ແລະ ໃນປະເທດຟີລິປິນໃນໄລຍະການລະບາດຂອງພະຍາດໂຄວິດ-19 ຊາວສວນຢາສູບໄດ້ຮັບແນວພັນພືດ ຜັກເພື່ອສະໜັບສະໜູນຄວາມພໍພຽງຂອງອາຫານ ແລະ ຈັດຫາລາຍໄດ້ເພີ່ມຈາກພືດທີ່ໃຫ້ຜົນກຳໄລຫຼາຍຂຶ້ນ ແລະ ເປັນ ທີ່ຕ້ອງການ.

      ການປ່ຽນມາປູກພືດອາຫານໃຫ້ປະໂຫຍດຫຼາຍຢ່າງແກ່ຊາວກະສິກອນນອກຈາກໃຫ້ຄວາມໝັ້ນຄົງທາງດ້ານສະບຽງອາຫານ ໄດ້ຮັບລາຍທີ່ເພີ່ມຂຶ້ນຈາກພືດທີ່ໃຫ້ຜົນກຳໄລຫຼາຍຂຶ້ນ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ພ້ອມນັ້ນຍັງໃຊ້ແຮງງານທີ່ ໜ້ອຍລົງ ແລະ ປົກປ້ອງຊາວກະສິກອນຈາກການສຳຜັດສານເຄມີຢາປາບສັດຕູພືດ ແລະ ຫຼຸດຄວາມສ່ຽງໃນການເຈັບປ່ວຍ ຈາກ ຢາສູບສີຂຽວ ເຊິ່ງເປັນຮູບແບບຂອງສານພິດຂອງນິໂກຕິນ ເຮັດໃຫ້ເກີດອາການວິນຫົວ ປວດຮາກ ປວດທ້ອງ ຖອກ ທ້ອງ ອ່ອນເພຍ ແລະ ອື່ນໆ .

      ຢາສູບເປັນອຸປະສັກຕໍ່ການບັນລຸເປົ້າໝາຍການພັດທະນາທີ່ຍືີນຍົງຂອງສະຫະປະຊາຊາດ ໂດຍສະເພາະເປົ້າໝາຍທີ່ 1 ເຊິ່ງເປັນການຢຸດຄວາມທຸກຍາກ ລວມເຖິງຊາວສວນຢາສູບ ເປົ້າໝາຍທີ່ 2 ເຊິ່ງມີເປົ້າໝາຍເພື່ອຍຸດຕິຄວາມອຶດຫິວ ບັນ ລຸຄວາມໝັ້ນຄົງທາງສະບຽງອາຫານ ແລະ ປັບປຸງໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ ແລະ ເປົ້າໝາຍທີ່ 3 ເຊິ່ງມີເປົ້າໝາຍເພື່ອໃຫ້ທຸກຄົນມີສຸຂະພາບ ແລະ ການເປັນຢູ່ທີ່ດີ ກອບອະນຸສັນຍາວ່າດ້ວຍການຄວບຄຸມຢາສູບຂອງອົງ ການອະນາໄມໂລກ( FCTC) ຍັງກຳນົດໃຫ້ພາຄີໃຊ້ທາງເລືອກທີ່ຄຸ້ມຄ່າທາງເສດຖະກິດສຳລັບຊາວສວນຢາສູບ ແລະ ເພື່ອ ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ສິ່ງແວດລ້ອມ.

               ທ່ານ ດຣ Ulysess Dorotheo ຜູ້ອຳນວຍການໃຫຍ່ສະມາພັນຄວບຄຸມຢາສູບອາຊຽນ ກ່າວວ່າ:ຄົນທຸກຕ້ອງການ ອາຫານເພື່ອສຸຂະພາບ ແລະ ໃຫ້ຜົນຜະລິດ ບໍ່ແມ່ນຢາສູບ ເຊິ່ງເປັນອັນຕະລາຍຕໍ່ທຸກຄົນ ແລະ ໂລກ ເນື້ອທີ່ກະສິກຳທີ່ມີຄຸນ ຄ່າຄວນອຸທິດໃຫ້ກັບການປູກພືດອາຫານ ບໍ່ແມ່ນຢາສູບ ເຊິ່ງຂໍໃຫ້ລັດຖະບານປະເທດອາຊຽນ ພັດທະນາ ແລະ ດຳເນີນ ນະໂຍບາຍທີ່ຈະຊ່ວຍໃຫ້ຊາວສວນຜູ້ປູກຢາສູບຫັນມາປູກພືດທີ່ສົ່ງເສີມສຸຂະພາບ ແລະ ສ້າງລາຍໄດ້ເພີ່ມຂຶ້ນ ເຊິ່ງ ຄວນຢຸດ ຕິອຸດສາຫະກຳປູກຢາສູບ ແລະ ຫັນມາໃຫ້ຄວາມສຳຄັນໃນການນຳໃຊ້ເນື້ອທີ່ດິນເພື່ອປູກພືດອາຫານ ແລະ ທັງເປັນການ ປົກປ້ອງສິ່ງແວດລ້ອມ.

error: Content is protected !!