ພະແນກ ຖວທ ນວ ແລະ ວົງດົນຕີ ຮຸ່ງເຮືອງມີເດຍ ຈັດເຕະບານມິດຕະພາບເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານພະແນກ ຖວທ ນວ.

    ກິດຈະກໍາດັ່ງກ່າວມີຂຶ້ນໃນວັນທີ 26 ມິຖຸນາ 2020 ທີ່ເດີ່ນກີລາບານເຕະສະຖາປັດ (ດົງໂດກ) ເຊິ່ງໃນໂອກາດດັ່ງກ່າວ ວົງດົນຕີຮຸ່ງເຮືອງມີເດຍ ຍັງໄດ້ມອບຊຸດກີລາໃຫ້ໃຫ້ກັບ ທີມເຕະບານພະແນກ ຖວທ ນວ ຈໍານວນ 20 ຊຸດ ແລະ ຍັງມອບໃຫ້ຫ້ອງການ ຖວທ ເມືອງໄຊທານີ ອີກ 20 ຊຸດ.

    ເຂົ້າຮ່ວມກິດຈະກໍາຄັ້ງນີ້ມີ ທ່ານ ບົວລີ ແກ້ວມະນີວົງ ຮອງຫົວໜ້າພະແນກ ຖວທ ນວ ທ່ານ ສາລີ ນັນທະວົງ ຫົວໜ້າຂະແໜງວັດທະນະທໍາ ທ່ານ ອຸດົມສັກ ຫົວໜ້າວົງດົນຕີຮຸ່ງເຮືອງມີເດຍ.

error: Content is protected !!