ພາແຫ່ງຊາດ ແລະ ລັດຖະບານ ຫາລືຊອກ​ຫາ​ວິ​ທີ​ແກ້ໄຂບັນຫາທີ່ເຄັ່ງ​ຮ້ອນ

ໃນວັນທີ 15 ພຶດສະພາ 2023 ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ຄະນະປະ ຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດຂຶ້ນ ໂດຍການເປັນປະທານຮ່ວມລະຫວ່າງທ່ານ ປອ ໄຊສົມພອນ ພົມ ວິຫານ ປະທານຄະນະປະຈຳສະພາແຫ່ງຊາດ ແລະ ທ່ານ ປອ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີຮອງປະທານຄະ ນະປະຈຳ ຮອງນາຍົກລັດຖະມົນຕີ ກຳມະການຄະນະປະຈຳ ແລະ ຄະນະລັດຖະບານເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023 (ການປະຕິບັດ ຄາດໝາຍໃຫຍ່ ຕາມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX) ແລະ ບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (ບັນຫາ ທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເລກທີ 03/ສພຊ ລົງວັນທີ 10/8/2021) ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ (ບັນຫາທີ່ພົ້ນເດັ່ນຕາມມະຕິ ຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະ ພາແຫ່ງຊາດ ຊຸດທີ IX ເລກທີ 04/ສພຊ ລົງວັນທີ 10/8/2021) ບົດລາຍງານຂອງລັດຖະບານ ກ່ຽວກັບຜົນສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບ ວຽກງານທີ່ດິນ ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານການປະກັນສຸຂະພາບ ປະກັນສັງຄົມ ແລະ ສະຫວັດດີການ ສັງຄົມ ຈາກນັ້ນ ບັນດາທ່ານ ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານດັ່ງກ່າວ.

ໃນຕອນບ່າຍຂອງວັນດຽວກັນ ກອງປະຊຸມ ໄດ້ສືບຕໍ່ຮັບຟັງລາຍງານຈາກຕາງໜ້າຄະນະປະຈຳສະພາແຫ່ງຊາດ ເປັນຕົ້ນ: ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການກະກຽມຮ່າງກົດໝາຍທີ່ຈະນໍາເຂົ້າລາຍງານ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ມີຄວາມລະອຽດອ່ອນ ຄື: ກົດໝາຍວ່າດ້ວຍການຊົດເຊີຍຄ່າ ເສຍຫາຍຈາກລັດ ກົດໝາຍວ່າດ້ວຍການຈັດຫາງານ ກົດໝາຍວ່າດ້ວຍການປົກຄອງ ກົດໝາຍວ່າດ້ວຍອາກອນທີ່ດິນ ລວມທັງລາຍງານວຽກງານການໂຄສະນາເຜີຍແຜ່ກົດໝາຍ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຜົນ ສໍາເລັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບຫຼັກການ ແລະ ການຈັດສັນແຜນການລົງທຶນຂອງລັດ ບົດລາຍງານຂອງ ຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບຫົວຂໍ້ເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ພ້ອມນັ້ນ ບັນດາທ່ານຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂບັນຫາເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມ ທີ່ສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ເພື່ອຕິດຕາມ ຊຸກຍູ້ບັນດາກະຊວງ ອົງການ ໃນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດໃນຂອບເຂດວຽກ ງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆໃຫ້ໄດ້ຮັບຜົນສຳເລັດ ເພື່ອຕິດ ຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ ເພື່ອສ້າງຄວາມ ເປັນເອກະພາບ ຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກຳນົດວຽກທີ່ຈະຕ້ອງໄດ້ແກ້ໄຂຮ່ວມກັນ ລະຫວ່າງ ຄະນະປະຈຳສະພາ ແຫ່ງຊາດ ແລະ ຄະນະລັດຖະບານ ກໍຄືບັນດາຫົວຂໍ້ທີ່ຈະພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ IX.

error: Content is protected !!