ປະຊາຊົນບ້ານຂຸນໜຸ່ມຫຼວງ ເປັນເຈົ້າການປະຕິບັດ 2 ກິດຈະກໍາທີ່ໄດ້ຮັບການສະໜັບສະໜູນຈາກ WFP

ປະຊາຊົນບ້ານຂຸນໜຸ່ມຫຼວງ ເມືອງ ແລະ ແຂວງຜົ້ງສາລີ ມີຄວາມຕື່ນຕົວເປັນເຈົ້າການປະກອບສ່ວນສ້າງນໍ້າລິນ ແລະ ທະນາ ຄານເຂົ້າ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າປະກັນສະບຽງອາ ຫານ ທີ່ໄດ້ຮັບການສະໜັບສະໜູນຈາກອົງການອາຫານໂລກ (WFP) ປະຈໍາລາວ.

ທ່ານ ບຸນເທດ ໄຊຍະວົງ ຜູ້ປະສານງານພາກສະໜາມອົງການ WFP ປະຈໍາເມືອງຜົ້ງສາລີ ໃຫ້ສໍາພາດວ່າ: ບ້ານຂຸນໜຸ່ມຫຼວງ ເປັນບ້ານໜຶ່ງຂອງເມືອງ ແລະ ແຂວງ ຜົ້ງສາລີ ທີ່ໄດ້ຮັບການສະໜັບສະໜູນຈາກ WFP ປະຈໍາລາວ ໃນນີ້ໄດ້ສະໜັບສະໜູນ 2 ກິດຈະກໍາຫຼັກພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄໍ້າປະກັນສະ ບຽງອາຫານ ປະກອບມີ ການສ້າງທະນາຄານເຂົ້າໂດຍຊຸມຊົນມີສ່ວນຮ່ວມທາງດ້ານເຫື່ອແຮງ ແລະ ວັດ​ສະ​ດຸ​ຈາກທ້ອງຖິ່ນ ໂດຍສະເພາະໄມ້ ເພື່ອສ້າງສາງເຂົ້າ ໂດຍໄດ້ເລີ່ມກໍ່ສ້າງໃນເດືອນພຶດສະພາ ປີ 2022 ແລະ ສໍາເລັດໃນເດືອນຕຸລາ ຂອງປີດຽວ ກັນ ພາຍຫຼັງທີ່ສ້າງສໍາເລັດອົງການ WFP ປະຈໍາລາວ ໄດ້ສະໜອງເຂົ້າສານຈ້າວ 2,4 ໂຕນ ເປັນທຶນໃຫ້ແກ່ປະຊາຊົນ ເຊິ່ງຊຸມ ຊົນໄດ້ກູ້ຍືມກິນໝົດແລ້ວ ປັດຈຸບັນໄດ້ມີການສົ່ງຄືນຈໍານວນໜຶ່ງກວມອັດຕາປະມານ 50%.

ສ່ວນລະບົບນໍ້າລິນກ່ອນຈະກໍ່ສ້າງໄດ້ມີການສໍາຫຼວດຄວາມເປັນຈິງ ແລະ ເຫັນວ່າບ້ານຂຸນໜຸ່ມຫຼວງມີນໍ້າໃຊ້ບໍ່ພຽງພໍໃນການ ດໍາລົງຊີວິດປະຈໍາວັນ ສະນັ້ນທາງອົງການ WFP ປະຈໍາລາວ ຈຶ່ງເຫັນໄດ້ເຖິງຄວາມຈໍາເປັນຂອງຊຸມຊົນ ຈຶ່ງໄດ້ລົງມືສ້າງນໍ້າລິນ ແບບຖາວອນໃນເດືອນ ພະຈິກ 2022 ແລະ ໄດ້ສໍາເລັດໃນເດືອນ ທັນວາປີ 2022 ພາຍຫຼັງທີ່ສ້າງສໍາເລັດປະຊາຊົນມີຄວາມ ດີໃຈທີ່ມີນໍ້າສະອາດໃຊ້ ເຮັດໃຫ້ຊຸມຊົນມີຄວາມສະດວກສະບາຍໃນການດໍາລົງຊີວິດ ນອກນີ້ທາງໂຄງການຍັງໄດ້ຈັດເຝິກອົບ ຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນເພື່ອຕອບໂຕ້ກັບໄພພິບັດທາງທໍາມະຊາດທີ່ຈະເກີດຂຶ້ນເປັນຕົ້ນ ໃຫ້ຄວາມຮູ້ພື້ນຖານ ກ່ຽວກັບໄພພິບັດ ວິທີການຕອບໂຕ້ ແລະ ການກໍາຈັດສັດຕູພືດ.

ທ່ານ ພອນ ສະຫວັນ ນາຍບ້ານຂຸນໜຸ່ມຫຼວງໃຫ້ສໍາພາດຕື່ມອີກວ່າ: ບ້ານຂຸນໜຸ່ມຫຼວງປະກອບມີ 42 ຫຼັງຄາ ມີພົນລະ ເມືອງທັງໝົດ 167 ຄົນ ຍິງ 75 ຄົນ ເປັນຊົນເຜົ່າຜູ້ນ້ອຍ ປະຊາຊົນປະກອບອາຊີບຫຼັກປູກຊາ ແລະ ປູກພືດແບບປະສົມປະ ສານ ແລະ ລ້ຽງສັດ ເປັນອາຊີບສໍາຮອງ ໂດຍໃນນາມສ່ວນຕົວຈາງໜ້າໃຫ້ກັບພໍ່ແມ່ປະຊາຊົນພາຍໃນບ້ານ ຕົນເອງມີຄວາມ ພາກພູມໃຈທີ່ອົງການ WFP ປະຈໍາລາວໃຫ້ການຊ່ວຍເຫຼືອແກ່ປະ ຊາຊົນພາຍໃນບ້ານ ເຊິ່ງປະກອບມີ ກິດຈະກໍາສ້າງນໍ້າລິນ ແລະ ສ້າງສາງເຂົ້າ ພ້ອມທັງສະໜອງເຂົ້າສານຈ້າວ 2,4 ໂຕນ ເພື່ອເປັນທຶນໃຫ້ປະຊາຊົນກູ້ຍືມກິນ ພາຍຫຼັງທີ່ຍືມໄປແລ້ວ ໄດ້ເອົາເຂົ້າເປືອກມາທົດແທນ ໂດຍການຄິດໄລ່ອັດຕາດອກເບ້ຍ 20% ໃນປີທໍາອິດ ເນື່ອງຈາກວ່າເຂົ້າສານ ແລະ ເຂົ້າເປືອກມີ ຄວາມແຕກໂຕນກັນຫຼາຍ ຈາກນັ້ນໃນປີຕໍ່ໄປຄອບຄົວໃດທີ່ມາກູ້ຍືມຈະມີການທົດແທນດ້ວຍອັດຕາດອກເບ້ຍ 12% ຜ່ານ ການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວເຫັນວ່າມີຜົນດີຫຼາຍກັບປະຊາຊົນບໍ່ມີເຂົ້າກິນກໍ່ມີບ່ອນກູ້ຍືມ ພາຍຫຼັງທີ່ຍືມໄປແລ້ວ ກໍ່ໄດ້ເອົາມາທົດແທນ ເພື່ອເຮັດໃຫ້ທະນາ​ຄານເຂົ້າມີຄວາມຍືນຍົງ ນອກນີ້ຍັງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີ ຂຶ້ນເປັນກ້າວໆ.

error: Content is protected !!