ຜູ້​ບໍ​ລິ​ໂພກ​ຖືກ​ໃຈ ຫຼັງ​ການ​ເປີດ​ໃຊ້​ລົດ​ໄຟ​ລາວ-ຈີນ ເຮັດ​ໃຫ້​ລາ​ຄາ​ຖົ່ວ​ລຽນຫຼຸດ​ລົງ

​ຖື​ວ່າ​ເປັນ​ຂ່າວ​ດີ​ສຳ​ລັບ​ຜູ້​ບໍ​ລິ​ໂພກ​ຖົ່ວ​ລຽນໃນ ສ​ປ ຈີນ ພາຍຫຼັງ​ທີ່​ລົດ​ໄຟ​ລາວ-ຈີນ ໄດ້​ເປີດ​ຍໍ​ລິ​ການ ເຮັ​ດ​ໃຫ້​ການ​ເຮັ​ດ​ໃຫ້​ລາ​ຄາ​ຖົ່ວ​ລຽນຫຼຸດ​ລົງ ລາ​ຄາ​ຖືກກວ່າ​ໄລ​ບະ​ຜ່ານ​ມາ ພ້ອມນັ້ນ​ຍັງ​ເຮັດ​ໃຫ້​ໝາກ​ໄມ​ເນ​ຕະຫຼອດຈີນ ຄຶກ​ຄັກ​ຂຶ້ນ.    

ລູກຄ້າຫຼາຍທ້ອງຖິ່ນຂອງຈີນ ກ່າວວ່າ: ລາຄາໝາກຖົ່ວລຽນໂລໜຶ່ງຕ່ຳກວ່າ 40 ຢວນ ຊື້ໝາກຖົ່ວລຽນ ໜ່ວຍໜຶ່ງ ຕ້ອງຈ່າຍ ປະມານ 100 ຢວນ ສ່ວນໄລຍະເດືອນພຶດສະພາ-ເດືອນສິງຫາ ເປັນລະດູທີ່ໝາກຖົ່ວລຽນ ປ້ອນເຂົ້າຕະຫຼາດ ໝາກຖົ່ວລຽນ ທີ່ມີ “ຄຸນນະພາບດີ ແລະ ລາຄາຖືກ” ຈະເຂົ້າສູ່ຕະຫຼາດຢ່າງຫຼວງຫຼາຍ ແລະ ລາຄາອາດຈະຕ່ຳລົງອີກ.

ໄທ ແມ່ນປະເທດສົ່ງອອກໝາກຖົ່ວລຽນໃຫຍ່ອັນດັບໜຶ່ງສຳລັບຈີນ ປີ 2022 ຈີນໄດ້ນຳເຂົ້າໝາກຖົ່ວລຽນ 780.000 ໂຕນ ຈາກ ໄທ ກວມເອົາ 95% ຂອງຍອດຈຳນວນນຳເຂົ້າໝາກຖົ່ວລຽນຂອງຈີນ ມີມູນຄ່າ 4 ຕື້ໂດ ລາສະຫະລັດ ໃນໄລຍະດຽວກັນ ຍອດມູນຄ່ານຳເຂົ້າໝາກໄມ້ຂອງຈີນ ພຽງ 14,6 ຕື້ໂດລາສະຫະລັດ ໝາກ ຖົ່ວລຽນໄດ້ກວມເຖິງ 27,3% ເປັນໝາກໄມ້ທີ່ນຳ ເຂົ້າຫຼາຍທີ່ສຸດໃນຕະຫຼາດຈີນ.

ນັກທຸລະກິດສົ່ງອອກໝາກຖົ່ວລຽນໄທ ກ່າວວ່າ: ນັບແຕ່ເປີດນຳໃຊ້ທາງລົດໄຟ ຈີນ-ລາວ ການຂົນສົ່ງ ໝາກ ຖົ່ວລຽນເຂົ້າຕະ ຫຼາດຈີນ ໃຊ້ເວລາໜ້ອຍລົງຫຼາຍ ແຕ່ກ່ອນຂົນສົ່ງທາງທະເລ ຈະຕ້ອງໃຊ້ເວລາປະມານ 7 ວັນ ແລະ ຂົນສົ່ງທາງບົກປະມານ 5 ວັນ ປັດຈຸບັນຂົນສົ່ງຜ່ານທາງລົດໄຟ ໄປເຖິງນະຄອນຄຸນໝິງ ສປ ຈີນ ໃຊ້ເວລາພຽງ 3 ວັນ ເຊິ່ງຕາມຂ່າວແຈ້ງວ່າ: “ຂະບວນ ລົດໄຟໝາກຖົ່ວລຽນ” ຈາກສະຖານີມາບຕາພຸດ ປະ ເທດໄທ ຫາ ນະຄອນກວາງໂຈ່ວ ສປ ຈີນ ໄດ້ໃຊ້ເວລາສັ້ນທີ່ສຸດໃນການ ຂົນສົ່ງໝາກໄມ້ຈາກປະເທດໄທ ຫາ ປະເທດຈີນ ອັດຕາເສຍຫາຍໃນການຂົນສົ່ງກໍໄດ້ຫຼຸດລົງຢ່າງຈະແຈ້ງ ປະສິດທິຜົນໃນ ການຂົນສົ່ງເພີ່ມຂຶ້ນຢ່າງ ຫຼວງຫຼາຍ ແລະ ຕົ້ນທຶນການຂົນສົ່ງກໍໄດ້ຫຼຸດລົງ 30%-50%.

ນອກຈາກໝາກຖົ່ວລຽນແລ້ວ ໝາກມັງຄຸດ ໝາກລຳໄຍ ແລະ ໝາກມ່ວງຈາກໄທ ລາວ ຫວຽດນາມ ແລະ ສິງກະໂປ ກໍໄດ້ ເຂົ້າເຖິງລະດູເກັບກ່ຽວແລ້ວ ນັບແຕ່ເດືອນເມສາ 2023 ເປັນຕົ້ນມາ ໝາກຖົ່ວລຽນ ໝາກມີ້ ໝາກມັງຄຸດ ໝາກລຳໄຍ ແລະ ໝາກພຸກ ໄດ້ປ້ອນເຂົ້າຕະຫຼາດເປັນຈຳນວນຫຼວງຫຼາຍ ແຕ່ລະວັນ ຈະມີຂະບວນລົດໄຟຂົນສົ່ງໝາກໄມ້ຂະບວນໜຶ່ງ ແລ່ນ ຜ່ານທາງລົດໄຟ ຈີນ-ລາວ ແລ້ວເຂົ້າສູ່ປະເທດຈີນ ແລະ ຂົນຍ້າຍໄປເຖິງຕົວເມືອງໃຫຍ່ຕ່າງໆຂອງຈີນ.

ວັນກຳມະກອນສາກົນ 2023 ໝາກໄມ້ເຂດຮ້ອນ ໄດ້ຂົນສົ່ງເຂົ້າສູ່ຕະຫຼາດຈີນ ໂດຍຜ່ານທາງລົດໄຟ ຈີນ-ລາວ ບັນລຸ 11.000 ໂຕນ ໄດ້ເຮັດໃຫ້ໝາກໄມ້ໃນຕະຫຼາດຈີນ ມີຄວາມອຸດົມສົມບູນກວ່າເກົ່າ ເຊິ່ງຕາມ ຂ່າວແຈ້ງວ່າ: ລະດູການຄຶກຄັກຂອງການ ຂົນສົ່ງໝາກໄມ້ຕາມທາງລົດໄຟ ຈີນ-ລາວ ຈະແກ່ຍາວໄປເຖິງທ້າຍ ເດືອນມິຖຸນາໜ້ານີ້ ການຂົນສົ່ງໝາກໄມ້ຕ່າງໆຈາກອາຊີ ຕາເວັນອອກສຽງໃຕ້ ເຊັ່ນ: ໝາກຖົ່ວລຽນ ໝາກມັງ ຄຸດ ໝາກລຳໄຍ ແລະ ໝາກພຸກ ຈະເພີ່ມຂຶ້ນ 50% ທຽບໃສ່ໄລຍະ ດຽວ ກັນຂອງປີຜ່ານມາ. ນັບແຕ່ເປີດນຳໃຊ້ທາງລົດໄຟ ຈີນ-ລາວ ເປັນຕົ້ນມາ ຕົ້ນທຶນການຄ້າລະຫວ່າງຈີນ ແລະ ປະເທດສະມາ ຊິກອາຊຽນ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ເຊິ່ງໄດ້ຊຸກຍູ້ການພັດທະນາກະສິກຳຂອງລາວ ໄທ ແລະ ປະເທດ ສະ ມາຊິກອາຊຽນ ແລະ ເຮັດໃຫ້ລູກຄ້າຈີນ ສາມາດຊົມໃຊ້ສິນຄ້າທີ່ມີຄຸນນະພາບດີ ແລະ ລາຄາຖືກຈາກປະເທດ ເຫຼົ່ານີ້ ທາງລົດໄຟ ຈີນ-ລາວ ເປັນເສັ້ນທາງທີ່ສ້າງຜົນປະໂຫຍດເຊິ່ງກັນ ແລະ ກັນ ໃຫ້ຈີນ ແລະ ປະເທດສະ ມາຊິກອາຊຽນ.

error: Content is protected !!