ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ຈະເປີດໂອກາດໃຫ້ມີການຮ່ວມມື ເພື່ອສະໜັບສະໜູນການຫັນປ່ຽນດ້ານພະລັງງານແບບຍືນຍົງຂອງ ສປປ ລາວ ໃຫ້ກວ້າງອອກ ໂດຍຈະສຸມໃສ່ການ ວາງແຜນທີ່ເຂັ້ມແຂງ ແລະ ສ້າງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຕັກໂນໂລຊີໃໝ່ຂອງ ພະລັງງານທົດແທນ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະ ລັງງານ ແລະ ບໍ່ແຮ່ ສປປ ລາວ ກ່າວວ່າ: ໂຄງການຮ່ວມມື ລາວ-ອົດສະ ຕຣາລີ ເພື່ອການພັດທະນາພະລັງ ງານແບບຍືນຍົງ ມີຈຸດ ປະສົງເພື່ອຕອບສະໜອງ ຄວາມຕ້ອງການດ້ານການພັດທະນາ ໂດຍສະ ເພາະດ້ານການພັດທະນາພະລັງງານທົດແທນແບບ ຍືນຍົງຢູ່ ສປປ ລາວ ໂຄງການດັ່ງກ່າວຈະໃຫ້ການຊ່ວຍ ເຫຼືອ ດ້ານວິຊາການ ແນ່ໃສ່ເພື່ອສ້າງຄວາມເຂັ້ມແຂງ ແລະ ເສີມສ້າງ ຄວາມເຂົ້າໃຈໃນດ້ານວຽກງານການວາງແຜນນະໂຍ ບາຍ ຂອງຂະແໜງພະລັງງານໃຫ້ດີຂຶ້ນ.
ທ່ານ ໂພລ ແຄລລີ ລັດຖະມົນຕີກະ ຊວງ ການຕ່າງປະເທດອົດສະ ຕຣາລີ ກ່າວວ່າ: ສປປ ລາວ ແລະ ອົດສະຕຣາລີ ພວມຫັນປ່ຽນດ້ານພະລັງງານເພື່ອຊຸກຍູ້ການເຕີບໃຫຍ່ຂະ ຫຍາຍ ຕົວດ້ານເສດຖະກິດ ແລະ ສ້າງຄວາມທົນທານຕໍ່ ການປ່ຽນແປງຂອງດິນຟ້າອາກາດ ຢູ່ອົດສະຕຣາລີ ແຕ່ນີ້ຮອດປີ 2030 ພວກເຮົາພວມຫັນປ່ຽນຂະແໜງໄຟຟ້າ ໂດຍ ມີຄາດໝາຍທີ່ຈະນຳໃຊ້ໄຟຟ້າຈາກພະລັງງານທົດແທນ ໃຫ້ໄດ້ເປັນ ອັດຕາສ່ວນ 82% ພວກເຮົາມີປະສົບການຫຼາຍໃນດ້ານ ນີ້ ທີ່ສາມາດແບ່ງ ປັນ ເຊັ່ນ: ດ້ານການວາງແຜນພະລັງງານ ແລະ ເຕັກໂນໂລຊີ ທີ່ຊ່ວຍຫຼຸດຜ່ອນການປ່ອຍອາຍພິດກາກ ບອນ ເພື່ອສະໜັບສະໜູນເປົ້າໝາຍດ້ານພະລັງງານທີ່ວາງໄວ້ຂອງ ສປປ ລາວ.

ໂດຍຜ່ານໂຄງການດ້ານພື້ນຖານໂຄງລ່າງ (P4I) ຂອງອົດສະຕຣາລີ ໜ່ວຍງານດັ່ງກ່າວຈະຈັດຕັ້ງປະຕິ ບັດໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ ໂດຍການຮ່ວມມືກັບກະ ຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຄາດວ່າງົບປະມານໄລຍະເບື້ອງຕົ້ນຂອງໂຄງການນີ້ 3 ລ້ານໂດລາອົດສະຕຣາລີ ຫຼື ປະມານ 2 ລ້ານໂດລາສະຫະລັດ.
ໂຄງການໄດ້ຈັດຕັ້ງປະຕິບັດບາງກິດຈະກຳເບື້ອງຕົ້ນ ໂດຍສືບເນື່ອງຈາການຮ່ວມມືອັນຍາວນານ ທັງເປັນການສ້າງພື້ນຖານທີ່ ເຂັ້ມ ແຂງສໍາລັບການຮ່ວມໃນໂຄງການນີ້ ທັງເປັນການສະທ້ອນໃຫ້ເຫັນຄຳໝັ້ນສັນຍາຂອງພວກເຮົາທີ່ມີຮ່ວມ ກັນຕໍ່ການ ປ່ຽນແປງດິນຟ້າອາກາດ ແລະ ການຫັນປ່ຽນພະລັງງານ ການໄປຢ້ຽມຢາມອົດສະຕຣາລີເມື່ອບໍ່ດົນນີ້ ແລະ ການເຮັດບົດສຶກ ສາຄົ້ນຄ້ວາທີ່ກຳ ລັງດຳເນີນຢູ່ ຕໍ່ທ່າແຮງໃນການພັດທະນາອຸດສະຫະກຳໄຮໂດຣເຈນຂອງ ສປປ ລາວ ໃນປີ 2022 ພວກເຮົາ ໄດ້ຈັດກອງປະຊຸມໂຕະມົນດ້ານພະລັງງານ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບໜ່ວຍງານຄຸ້ມຄອງພະ ລັງງານຂອງອົດສະຕຣາລີ ລວມເຖິງການໄປຢ້ຽມຢາມປະເທດໄທ ໃນຫົວຂໍ້ກ່ຽວກັບການພັດ ທະນາພະລັງງານແບບຍືນຍົງ ນອກນີ້ໂຄງການດັ່ງກ່າວຍັງໄດ້ສະໜັບສະໜູນມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໃນການຈັດການເຝິກອົບຮົມໄລຍະ ສັ້ນໃຫ້ພະນັກງານພາກລັດຂອງ ສປປ ລາວ ໃນຫົວຂໍ້ກ່ຽວກັບການເຊື່ອມໂຍງຕາຂ່າຍໄຟຟ້າຂອງພະລັງງານທົດແທນ ກ້າວ ໄປສູ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງ ງານແບບຍືນຍົງ ຈະຊ່ວຍເສີມສ້າງຄຳໝັ້ນສັນຍາທີ່ມີຢູ່ຮ່ວມກັນຂອງສອງປະເທດຂອງພວກເຮົາ ເພື່ອສະໜັບສະໜູນວາ ລະພະລັງງານສະ ອາດ ແລະ ດິນຟ້າອາກາດຂອງອາຊຽນ.
ພິທີລົງນາມໃນຂໍ້ຕົກລົງດັ່ງກ່າວ ຈັດຂຶ້ນໃນວັນທີ 15 ພຶດສະພາ 2023 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານ ນາງ ເພັນນີ ວອງ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການ ຕ່າງປະເທດ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.