ສະໜາມບິນໜອງຄ້າງ ມອບ-ຮັບເປັ​ນ​ທາງ​ການ ພ້ອມ​ເປີດ​ໃຫ້​ບໍ​ລິ​ການ​ໄວໆ​ນີ້

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນ ໄດ້​ຈັດພິທີມອບ-ຮັບ​ເປັນ​ທາງ​ການ ດ້​ວຍ​ມູນ​ຄ່າ​ການກໍ່​ສ້າງຫຼາຍກວ່າ 80 ລ້ານ​ໂດ​ລ​າ​ສະ​ຫະ​ລັດ ເຊິ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນຍຸດທະສາດ ແລະ ການພັດທະນາ ຂອງຂະແໜງໂຍທາ ທິການ ແລະ ຂົນສົ່ງ ດ້ານວຽກງານການບິນພົນລະເຮືອນ ຕາມນະໂຍບາຍຂອງລັດຖະບານ ໃນການຫັນເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ໂຄງການດັ່ງກ່າວນີ້ຕັ້ງ​ຢູ່​ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຖືກ​ອອກ​ແບບ ແລະ ກໍ່​ສ້າງຕາມມາດຕະຖານສະ ໜາມບິນ ຂອງ ກົມການບິນພົນລະເຮືອນ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ທີ່ໄດ້ວາງອອກຄື: ການ ກໍ່ສ້າງສະໜາມບິນ ໄດ້ຈັດຢູ່ໃນປະເພດ 3C ສາມາດຮອງຮັບເຮືອບິນປະເພດ 70-100 ບ່ອນນັ່ງ ເປັນຕົ້ນ ເຮືອບິນ ATR 72 MA-60 ຫຼື ທຽບເທົ່າ. 

ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ເລີ່ມຕົ້ນຈັດຕັ້ງປະຕິບັດ ແລະ ກໍ່ສ້າງວັນທີ 7 ຕຸລາ 2013 ຜ່ານມາໂດຍກົມການບິນ ພົນລະເຮືອນ ກະຊວງ ຍທຂ ເປັນເຈົ້າຂອງໂຄງການ ໂດຍມີບໍລິສັດທີ່ປຶກສາ ADCC ແລະ ບໍລິສັດ ພັດທະນາກະສິກຳ ຮວ່າງ ແອັງ ອັດຕະປື ຈຳກັດ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ພາຍໃຕ້ທຶນກູ້ຢືມຈາກ ບໍລິສັດຮຸ້ນສ່ວນກະສິກໍາສາ ກົນຮວ່າງແອງຢາລາຍ ໃນມູນຄ່າ 82.041.562 ໂດລາສະຫະລັດ ໃນນີ້ມູນຄ່າເບື້ອງຕົ້ນ 74.006.320 ໂດລາສະຫະລັດ ແລະ  ວຽກເພີ່ມຈໍານວນໜຶ່ງ ມູນຄ່າ 8.035.242 ໂດລາສະຫະລັດ

ໂຄງການກໍ່ສ້າງສະໜາມບິນດັ່ງກ່າວ ປະກອບດ້ວຍລາຍການໜ້າວຽກຄື:  ກໍ່ສ້າງທາງແລ່ນຂຶ້ນ-ລົງ ມີຂະໜາດຄວາມຍາວ 2400 ແມັດ ກວ້າງ 30 ແມັດ ປະກອບດ້ວຍບ່າທາງແລ່ນຂຶ້ນ-ລົງ ກວ້າງເບື້ອງລະ 3 ແມັດເຂດປອດໄພສົ້ນເດີ່ນ ແລະ ເຂດ ປອດໄພດ້ານຂ້າງ ພ້ອມນັ້ນ ຍັງໄດ້ກໍ່ສ້າງທາງຂັບເຄື່ອນສ້າງລານຈອດເຮືອບິນ ສ້າງອາຄານຜູ້ໂດຍສານເນື້ອທີ່ 3.288 ຕາ ແມັດ ເປັນອາຄານ 2 ຊັ້ນ ສາມາດຮອງຮັບຜູ້ໂດຍສານ 100.000 ເທື່ອຄົນຕໍ່ປີແລະ ຍັງ​ມີ​ສິ່ງ​ແນວຍ​ຄວາມ​ສິ​ດວກ​ຕ່າງໆ ເພື່ອຮັບໃຊ້ສະ   ໜາມບິນ ແລະ ອື່ນໆ.

ຢ່າງ​ໃດ​ກໍ​ຕາມ​ບາງໜ້າວຽກທີ່ຈະຕ້ອງສືບຕໍ່ເກັບລາຍລະອຽດ ແລະ ສ້ອມແປງຄືນບາງດ້ານ ເພື່ອໃຫ້ສະໜາມບິນມີຄວາມ ສວຍງາມ ແລະ ໄດ້ມາດຕະຖານ ເຊິ່ງເປັນໄລຍະເວລາການຄໍ້າປະກັນຂອງໂຄງການ ໂດຍຄະນະຄຸ້ມຄອງໂຄງການ ຈະໄດ້ສືບຕໍ່ ຄຸ້ມຄອງ ປະສານງານກັບ ບໍລິສັດທີ່ປຶກສາ ແລະ ບໍລິສັດຜູ້ຮັບເໜົາການກໍ່ສ້າງຂອງໂຄງການໃຫ້ສຳເລັດຕາມມາດຕະຖານ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້.​

ພິ​ທີ​ມອບ-ຮັບ​ໂຄງ​ການ​ດັ່ງ​ກ່າວ​ມີ​ຂຶ້ນ ຝຍວັນທີ 15 ພືດສະພາ 2023 ຢູ່ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງ ມອບໂດຍ ທ່ານ ເຈິ່ນບ໋າວ ເຊີນ ຜູ້ອໍານວຍການໃຫຍ່ ບໍລິສັດຫຸ້ນສ່ວນກະສິກໍາສາກົນ ຮວ່າງແອງຢາລາຍ ແລະ ຮັບໂດຍ ທ່ານ ວຽງໄຊ ສິງຄຳ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)   ມີທ່ານ ງາມປະສົງ ເມືອງມະ ນີ ລັດຖະມົນຕີກະຊວງ ຍທຂ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ທ່ານ ເຈິນ ກວັກເຟືອງ ຮອງຄະນະກໍາມະ ທິການ ຮ່ວມມື ຫວຽດນາມ-ລາວພ້ອມດ້ວຍ ບັນດາຮອງລັດຖະມົນຕີ ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

error: Content is protected !!