ສສຊ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍພາສີ

    ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 29 ມິຖຸນາ 2020 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍພາສີຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເພື່ອຄົ້ນຄວ້າ ແລະພິຈາລະນາຮັບຮອງເອົາກົດໝາຍສະບັບດັ່ງກ່າວ ໂດຍເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະຊາດແຫ່ງຊາດ.

    ທ່ານ ສົມດີ ດວງດີ ກ່າວວ່າ: ກົດໝາຍວ່າດ້ວຍພາສີສະບັບທໍາອິດໄດ້ຖືກຮັບຮອງປະກາດໃຊ້ປີ 1994 ຫຼັງຈາກນັ້ນປີ 2005 ແລະ ປີ 2011 ກົດໝາຍໄດ້ຮັບການປັບປຸງຈົນນຳໃຊ້ຮອດປັດຈຸບັນ ພ້ອມດຽວກັນນັ້ນປີ 2014 ກົດໝາຍໄດ້ຖືກຄົ້ນຄວ້າປັບປຸງບາງມາດຕາ ແລະ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII ແລະ ໄດ້ຖືກຈັດຕັ້ງມາເຖິງປັດຈຸບັນໂດຍໄດ້ນຳໃຊ້ພ້ອມກັບກົດໝາຍພາສີຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວເຫັນວ່າກົດໝາຍວ່າດ້ວຍພາສີເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງວຽກງານພາສີ ແລະ ການເກັບລາຍຮັບງົບປະມານແຫ່ງລັດເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນຢ່າງຕໍ່ເນື່ອງສາມາດສະໜອງທຶນຮອນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະພ້ອມນີ້ ຍັງດຶງດູດການລົງທຶນກະຕຸກຊຸກຍູ້ສົ່ງເສີມການຜະລິດແລະການດຳເນີນທຸລະກິດໃຫ້ມີປະສິດທິຜົນແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນໄດ້ດີສົມຄວນເຊິ່ງເຫັນໄດ້ສະພາບການຈັດເກັບລາຍຮັບຜ່ານມາມີຄວາມໝັ້ນຄົງແລະເພີ່ມຂຶ້ນປີ 2019 ທີ່ຜ່ານມາລາຍຮັບພາສີ-ອາກອນກວມເອົາ 29,1% ຂອງລາຍຮັບພາຍໃນຫຼືປະມານ 4,4% ຂອງ GDP ໃນນັ້ນພາສີຂາເຂົ້າ 16% ອາກອນມູນຄ່າເພີ່ມຂອດຂາເຂົ້າ 31% ອາກອນຊົມໃຊ້ຂາເຂົ້າ 45% ແລະ ອື່ນໆ 8% ຂອງລາຍຮັບພາສີ-ອາກອນທີ່ຂະແໜງພາສີຮັບຜິດຊອບເກັບທັງໝົດ.

   ການຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍພາສີຄັ້ງນີ້ ຄະນະຮັບຜິດຊອບໄດ້ອີງໃສ່ບັນດາບັນຫາທີ່ຕິດພັນກັບວຽກງານພາສີໂດຍສະເພາະຄວາມສອດຄ່ອງກັບສົນທິສັນຍາສາກົນທີ່ສປປລາວເປັນພາຄີບັນຫາທີ່ຕິດພັນກັບພາກທຸລະກິດ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊດລາວ) ແລະ ການຄຸ້ມຄອງຈັດເກັບລາຍຮັບຕາມແຜນປະຕິຮູບຂະແໜງການເງິນທີ່ໄດ້ກຳນົດໄວ້ໃນວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດພັດທະນາຂະແໜງການເງິນຮອດປີ 2025 ແລະ ມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 24/ສພຊ ໂດຍສະເພາະການຄ້ຳປະກັນເພື່ອການນຳເອົາສິນຄ້າເຄື່ອງຂອງອອກດ່ານພາສີ ຫຼື ສາງການຂົນສົ່ງສິນຄ້າເຄື່ອງຂອງຜ່ານແດນ ແລະ ການສົ່ງອອກນຳເຂົ້າຕາມນະໂຍບາຍການລົງທຶນສຳລັບໂຄງປະກອບແລະເນື້ອໃນຕົ້ນຕໍຂອງຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ປະກອບມີທັງໝົດ 17 ພາກ 28 ໝວດ 180 ມາດຕາ.

ພາຍຫຼັງທີ່ໄດ້ຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ຈາກທ່ານຮອງລັດຖະມົນຕີລັດຖະມົນຕີກະຊວງການເງິນ ບັນດາ ສສຊ ໄດ້ພັດປ່ຽນການຂຶ້ນປະກອບຄຳຄິດເຫັນໃສ່ຮ່າງກົດໝາຍສະບັບຢ່າງກົງໄປກົງມາເພື່ອໃຫ້ມີເນື້ອໃນຄົບຖ້ວນສອດຄ່ອງແລະແທດເໝາະກັບສະພາບຕົວຈິງເປັນຕົ້ນກ່ຽວກັບລະບຽບການທາງພາສີມູນຄ່າແຈ້ງພາສີສົ່ງອອກແລະນຳເຂົ້າການຄ້ຳປະກັນເພື່ອນຳເອົາສິນຄ້າເຄື່ອງຂອງອອກຈາກສາງ ຫຼື ດ່ານພາສີຄວາມຮັບຜິດຊອບຂອງຜູ້ແຈ້ງພາສີການແຈ້ງແລະກວດກາເຄື່ອງຂອງຕິດຕົວຜູ້ໂດຍສານການນຳເອົາຍານພາຫະນະສ່ວນບຸກຄົນເຂົ້າ-ອອກ ຜ່ານດ່ານການກວດກາສິນຄ້າແລະ ຍານພາຫະນະສະເພາະກ່ຽວກັບການບໍລິການຜ່ານແດນພາສີຜູ້ບໍລິການຜ່ານແດນພາສີການຂົນສົ່ງສິນຄ້າຜ່ານແດນສາກົນກ່ຽວກັບລະບົບສາງການສ້າງຕັ້ງສາງ ແລະ ເງື່ອນໄຂການສ້າງຕັ້ງສາງການນຳເອົາສິນຄ້າເຄື່ອງຂອງໄປວາງສະແດງທົດລອງຄົ້ນຄວ້າວິໄຈ ແລະ ອື່ນໆ ຢູ່ຕ່າງປະເທດຕ້ອງໄດ້ແຈ້ງພາສີເປັນລາຍລະອຽດການຍົກເວັ້ນພາສີ ແລະ ພັນທະອື່ນໆ ສຳລັບສິນຄ້າປະເພດແນວພັນພຶດແນວພັນສັດນ້ຳເຊື້ອວັກແຊັງກັນພະຍາດກ່ຽວກັບໂຄງປະກອບການຈັດຕັ້ງລັດຖະກອນພາສີມາດຖານຂອງເຈົ້າໜ້າທີ່ພາສີສິດຂອງເຈົ້າໜ້າທີ່ພາສີແລະໜ້າທີ່ຂອງເຈົ້າໜ້າທີ່ ພາສີອານາເຂດພາສີການເຄື່ອນໄຫວໃນວົງລັດສະໝີພາສີກ່ຽວກັບສະຖານະການກະທຳຜິດທາງພາສີການປະຕິບັດພັນທະຕໍ່ເງິນປັບໃໝຫຼືຂາຍເຄື່ອງຮີບ ແລະ ການເປີດການສອບສວນ-ສຶບສວນ ແລະ ອື່ນໆ ຕອນທ້າຍ ສສຊ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາກົດໝາຍສະບັບນີ້ດ້ວຍສຽງເປັນສ່ວນຫຼາຍ.

error: Content is protected !!