ຈຳໜ່າຍເຄື່ອງຫັດຖະກໍາຈັກສານປະກອບສ່ວນຊ່ວຍເຫຼືອຊາວຊ່າງຫັດຖະກໍາ

    ການຮັບເອົາເຄື່ອງຫັດຖະກໍາທີ່ເປັນສີໄມ້ລາຍມືຂອງປະຊາຊົນລາວ ມາຈໍາໜ່າຍສູ່ຕະຫຼາດ ແລະ ເຂົ້າເຖິງຜູ້ຊົມໃຊ້ ເປັນອີກອາຊີບໜຶ່ງທີ່ຊຸກຍູ້ສົ່ງເສີມຜະລິດຕະພັນຂອງລາວ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ສາມາດສ້າງລາຍຮັບໃຫ້ກັບຕົນເອງ ດັ່ງນາງ ວິໄລລັກ ບູລົມ ເປັນຜູ້ໜຶ່ງທີ່ນໍາຜະລິດຕະພັນເຄື່ອງຫັດຖະກໍາໃນທົ່ວປະເທດ ມາຈໍາໜ່າຍສູ່ທ້ອງຕະຫຼາດໂດຍມີການວາງຂາຍຕາມຕະຫຼາດ ງານຫັດຖະກໍຈັກສານທີ່ພາກສ່ວນກ່ຽວຂ້ອງຈັດຂຶ້ນ ແລະ ຂາຍຜ່ານລະບົບອອນລາຍ ໂດຍມີຈຸດປະສົງເພື່ອຊ່ວຍເຫຼືອຄົນລາວດ້ວຍກັນ ເຮັດໃຫ້ຜະລິດຕະພັນເປັນທີ່ຍອມຮັບຂອງສັງຄົມກໍ່ຄືຜູ້ຊົມໃຊ້ໃຫ້ນັບມື້ຫຼາຍຂຶ້ນ.

    ນາງ ວິໄລລັກ ຂຸນບູລົມ ເຈົ້າຂອງຮ້ານຂາຍເຄື່ອງຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຕົນເປັນຜູ້ໜຶ່ງທີ່ມັກຮັກໃນຜະລິດຕະພັນທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວ ແລະ ດ້ວຍຄວາມມັກຮັກດັ່ງກ່າວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຕົນໄດ້ຄັດເລືອກຊື້ເຄື່ອງຫັດຖະກໍາຈັກສານທີ່ເຮັດດ້ວຍສີໄມ້ລາຍມືຂອງຄົນລາວມາໂພສຂາຍລົງອອນລາຍຜ່ານ ເຟສລາວຊ່ອຍລາວ ໃນເດືອນ ກໍລະກົດ 2020 ປະກອບມີ ກະຕ່າທີ່ເຮັດດ້ວຍໄມ້ໄຜ່ ແລະ ພາເຂົ້າທີ່ເຮັດດ້ວຍຫວາຍ ຜ່ານການໂພສເຫັນວ່າໄດ້ຮັບຄວາມສົນໃຈຈາກຜູ້ຊົມໃຊ້ ຈາກນັ້ນມີໝູ່ແນະນໍາໃຫ້ນໍາໄປວາງຈໍາ  ໜ່າຍທີ່ຕະຫຼາດຂາຍຜັກປອດສານພິດ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໃນວັນເສົາຂອງທຸກໆອາທິດ ໂດຍລວມຜະລິດຕະພັນທີ່ນໍາມາຈໍາໜ່າຍ ລ້ວນແຕ່ເປັນຜະລິດຕະພັນທີ່ຕົນເອງມັກ ແລະ ມີຄວາມສົນໃຈ ເຊິ່ງໄດ້ຄັດເລືອກເອົາຜະລິດຕະພັນທີ່ມີຄວາມແໜ້ນໜາ ມີຄວາມປານີດ ແລະ ມີເອກະລັກເປັນອັນສະເພາະ ປະກອບມີເຄື່ອງປະດັບເອ້ຢ້ອງຂອງຊົນເຜົ່າ ແຜ່ນແຜ ຖົງພາຍ ແລະ ຜະລິດຕະພັນອື່ນໆ ຢ່າງລະໜ້ອຍຕາມຕົ້ນທຶນທີ່ມີ ປັດຈຸບັນຜະລິດຕະພັນທີ່ຈໍາໜ່າຍແມ່ນໄດ້ນໍາມາຈາກທົ່ວທຸກແຂວງໃນປະເທດລາວ ມີລາຄາຈໍາໜ່າຍ 50.000 ກີບ ຫາ 3.000.000 ກີບ ເຊິ່ງລູກຄ້າທ່ານໃດສົນໃຈສາມາດເຂົ້າເບິ່ງຜະລິດຕະພັນໄດ້ທີ່ເຟສບຸກ LAOS handicraft ລາວຊ່ອຍລາວ.

      ນາງ ວິໄລລັກ ຂຸນບູລົມ ໃຫ້ຮູ້ຕື່ມອີກວ່າ: ການຂາຍເຄື່ອງຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງທີ່ເປັນຜະລິດຕະພັນສີໄມ້ລາຍມືຂອງຄົນລາວ ນອກຈາກເປັນການຊຸກຍູ້ສົ່ງເສີມຊາວຊ່າງຫັດຖະກໍາແລ້ວຍັງສາມາດສ້າງລາຍໃຫ້ກັບຕົນເອງຕື່ມອີກ ພ້ອມນັ້ນຂໍສະແດງຄວາມຂອບໃຈສະມາຄົມຫັດຖະກໍາລາວທີ່ໄດ້ເຊື້ອເຊີນໃຫ້ຕົນນໍາເອົາຜະລິດຕະພັນດັ່ງກ່າວມາວ່າງຈໍາໜ່າຍໃນກິດຈະກໍາຕ່າງໆທີ່ສະມາຄົມຈັດຂຶ້ນ ແລະ ຫວັງວ່າໃນອະນາຄົດຕົນຈະໄດ້ເຂົ້າຮ່ວມເປັນສະມາຊິກສະມາຄົມຊາວຊ່າງຫັດຖະກໍາ.

error: Content is protected !!