WFP ສະໜອງທຶນທໍາການຜະລິດໃຫ້ປະຊາຊົນບ້ານໜອງກິນນາລີ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

    ບ້ານໜອງກິນນາລີ ເມືອງ ແລະ ແຂວງຜົ້ງສາລີ ເປັນບ້ານໜຶ່ງທີ່ອົງການອາຫານໂລກ (WFP) ປະຈໍາລາວ ໄດ້ສະໜອງທຶນໃຫ້ກັບໃຫ້ກັບ 42 ຄອບຄົວ ທີ່ມີລູກຕໍ່າກວ່າອາຍຸ 5 ປີ ແລະ ແມ່ຍິງຖືພາ ເພື່ອທໍາການຜະລິດໃນປີ 2022 ຜ່ານມາ ປັດຈຸບັນເຫັນວ່າປະຊາຊົນຈຳນວນດັ່ງກ່າວ ໄດ້ມີຊີວິດການເປັນຢູ່ດີຂຶ້ນ.

    ທ່ານນາງ ຈັນທະວອນ ກັນທະວົງ ຜູ້ງານປະສານງານຂອງ WFP ປະຈຳແຂວງຜົ້ງສາລີ ໃຫ້ສໍາພາດຕໍ່ທີມງານສື່ມວນຊົນວ່າ: ບ້ານໜອງກິນນາລີ ເມືອງ ແລະ ແຂວງຜົ້ງສາລີ ເປັນບ້ານໜຶ່ງທີ່ WFP ປະຈຳລາວ ໄດ້ໃຫ້ການສະໜັບສະໜູນທຶນຮອນແກ່ປະຊາຊົນເພື່ອຄໍ້າປະກັນດ້ານສະບຽງອາຫານໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ໂດຍສະເພາະ 42 ຄອບຄົວທີ່ມີລູກຕ່ຳກວ່າ 5 ປີ ແລະ ແມ່ຍິງຖືພາ ໃນນີ້ໂຄງການໄດ້ເນັ້ນໃສ່ໂຄງການການອາຫານທ່ຽງ ໂຄງການອາຫານເພື່ອຊັບສິນ ໂຄງການປັບປຸງການຄ້ຳປະກັນສະບຽງອາຫານໃນຂົງເຂດທີ່ມີຄວາມສ່ຽງໄພພິບັດ ພ້ອມນັ້ນໃນປີ 2022 ໄດ້ມອບທຶນໃຫ້ຄອບຄົວລະ 1.800.000 ກີບ ເພື່ອເປັນທຶນໃນການຜະລິດກະສິກຳເປັນຕົ້ນ ການປູກພືດຜັກຕາມລະດູການ ແລະ ລ້ຽງສັດນ້ອຍເຊັ່ນ: ເປັດ ແລະ ໄກ່ ແນໃສ່ໃຫ້ມີອາຫານໃນຄົວເຮືອນ ເຮັດໃຫ້ລູກເຂົາເຈົ້າໄດ້ກິນອາຫານທີ່ມີໂພຊະນາການພຽງພໍໃນແຕ່ລະວັນ ນອກນີ້ອົງການອາຫານໂລກປະຈໍາລາວ ຍັງໄດ້ປັບປຸງເສັ້ນທາງໄລຍະ 4 ກິໂລແມັດ ເຂົ້າສູ່ເຂດທໍາການຜະລິດສວນຊາ ແລະ ໜາກແໜ່ງ ເຊິ່ງເປັນພືດເສດຖະກິດ ແລະ ອາຊີບຫຼັກຂອງພໍ່ແມ່ປະຊາຊົນບ້ານດັ່ງກ່າວຕື່ມອີກ.

    ທ່ານນາງ ຈັນຄຳ ວົງສາ ປະຊາຊົນບ້ານໜອງກິນນາລີ ໃຫ້ສໍາພາດຕື່ມວ່າ: ຕົນເປັນຜູ້ໜຶ່ງທີ່ນອນໃນເປົ້າໝາຍໂຄງການ ເຊິ່ງໄດ້ຮັບທຶນຈາກອົງການອາຫານໂລກໃນເດືອນສິງຫາ 2022 ຈຳນວນ 1.800.000 ກີບ ຈາກນັ້ນໄດ້ນຳເງິນຈຳນວນດັ່ງກ່າວຊື້ໄກ່ ເປັດ ແລະ ໝູ ລ້ຽງໄວ້ສຳລັບບໍລິໂພກເພື່ອໃຫ້ລູກໆໄດ້ຮັບໂພຊະນາການຄົບໝູ່.

    ນອກນີ້ທ່ານນາຍບ້ານໜອງກິນນາລີຍັງໃຫ້ຮູ້ວ່າ: ປັດຈຸບັນບ້ານໜອງກິນນາລີ ມີທັງໝົດ 118 ຫຼັງຄາເຮືອນ ພົນລະເມືອງ 533 ຄົນ ຍິງ 226 ຄົນ ເປັນຊົນເຜົ່າຜູ້ນ້ອຍ ອາຊີບຫຼັກປູກຕົ້ນຊາ ອາຊີບສຳຮອງເຮັດສວນໝາກແໜ່ງ ແລະ ລ້ຽງສັດນ້ອຍ-ໃຫຍ່ ລາຍຮັບຕໍ່ຫົວຄົນແມ່ນ 7-8 ລ້ານກີບຕໍ່ຄົນຕໍ່ປີ.

error: Content is protected !!