ສຶກສາອົບຮົມກຸ່ມໄວໜຸ່ມຈຳນວນ 38 ຄົນ ໃຫ້ກັບໃຈຢຸດເຊົາມົ້ວສຸມຢາເສບຕິດ

ປັດ­ຈຸ­ບັນ ມີ​ໄວ​ໜຸ່ມ​ຈຳ­ນວນ ໜຶ່ງ ທີ່​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ຢາ​ເສບ​ຕິດ ເຊິ່ງ​ອາດ​ເປັນ​ຍ້ອນ​ຄວາມ​ຢາກ​ຮູ້​ຢາກ​ລອງ ແລະ ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ​ເຖິງ​ຜົນ​ຮ້າຍ ແລະ ໄພ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ​ຕິດ ຈຶ່ງ​ໄດ້​ລວມ​ກັນ​ເປັນ​ກຸ່ມ​ແກງ​ມົ້ວ​ສຸມ​ຢາ​ເສບ​ຕິດ ຈຶ່ງ​ກໍ່­ໃຫ້­ເກີດ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ຕາມ​ມາ ເພື່ອ​ສ້າງ​ຄວາມ​ເຂົ້າ­ໃຈ​ກັບ​ກຸ່ມ​ໄວ​ໜຸ່ມ​ດັ່ງ­ກ່າວ ເຈົ້າ​ໜ້າ­ທີ່​ເມືອງ​ໄຊ​ທາ­ນີ ຈຶ່ງ​ໄດ້​ນຳ​ເອົາ​ກຸ່ມ​ໄວ້​ໜຸ່ມ​ທີ່​ມົ້ວ​ສຸມ​ຢາ​ເສບ​ຕິດ ແລະ ຫຼີ້ນ​ແກມ​ອອນ​ລາຍ​ມາ​ສຶກ​ສາ​ອົບ­ຮົມ ເພື່ອ​ໃຫ້​ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ ແລະ ໄພ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ​ຕິດ​ແລ້ວ​ຢຸດ​ເຊົາ​ເສບ ຫັນ​ມາ​ກະ­ທຳ​ຄຸນ​ປະ­ໂຫຍດ​ຕໍ່​ຕົນ​ເອງ ແລະ ສັງ­ຄົມ.

ທ່ານ ພັທ ບຸນ​ມີ ແກ້ວ​ພົມ­ມາ ຫົວ­ໜ້າ​ພະ​ແນກ​ຕຳ­ຫຼວດ ກອງ​ບັນ­ຊາ​ການ ປກສ ເມືອງ​ໄຊ​ທາ­ນີ ໃຫ້​ຮູ້​ວ່າ: ຕໍ່​ກັບ​ກຸ່ມ​ມົ້ວ​ສຸມ​ຢາ​ເສບ​ຕິດ ຫຼີ້ນ​ເກມ​ອອນ​ລາຍ (ອິນ​ເຕີ​ເນັດ) ທີ່​ນຳ​ມາ​ສືກ​ສາ​ອົບ­ຮົມ​ນີ້ ແມ່ນ​ສືບ​ເນື່ອງ​ມາ​ຈາກ ເວ­ລາ 17:00 ໂມງ ຂອງ​ວັນ​ທີ 19 ມິ­ຖຸ­ນາ 2020 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ ໄດ້​ລົງ​ກວດ­ກາ​ບັນ­ດາ​ຮ້ານ​ອາ­ຫານ ຮ້ານ​ກິນ​ດື່ມ ທີ່​ມີ​ການ​ມົ້ວ​ສຸມ​ສິ່ງ​ທີ່​ຜິດ​ກົດ­ໝາຍ ໄດ້​ພົບ​ເຫັນ​ຮ້ານ​ອິນ​ເຕີ​ເນັດ​ຮ້ານ​ໜຶ່ງ​ທີ່​ມີ​ການ​ມົ້ວ​ສຸມ​ຢາ​ເສບ​ຕິດ ຫຼີ້ນ​ເກມ​ອອນ​ລາຍ ເຊິ່ງ​ເປັນ​ຮ້ານ​ຂອງ​ນາງ ອາ​ຫຼິງ ອາ­ຍຸ 20 ປີ ຢູ່​ບ້ານ​ສົມ​ສະ­ໄໝ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຕັ້ງ​ຢູ່​ບ້ານ​ດອນ​ໜູນ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ.

ຜ່ານ​ການ​ກວດ­ກາ​ພົບ​ເຫັນ ຢາ​ບ້າ ຈຳ­ນວນ 11 ເມັດ ເຄື່ອງ​ຕື່ມ​ເຊີ​ເກມ ຈຳ­ນວນ 1 ຊຸດ ລົດ­ຈັກ 29 ຄັນ ລົດ​ໃຫຍ່ 1 ຄັນ ມີ​ຜູ້​ມົ້ວ​ສຸມ​ຢາ​ເສບ​ຕິດ ຫຼີ້ນ​ເກມ​ອອນ​ລາຍ ຈຳ­ນວນ 38 ຄົນ ຍິງ 1 ຄົນ ແລະ ເຈົ້າ​ຂອງ​ຮ້ານ 3 ຄົນ ຍິງ 2 ຄົນ ມາ​ຮອດ​ວັນ​ທີ 23 ມິ­ຖຸ­ນາ 2020 ຈິ່ງ​ໄດ້​ນຳ​ຜູ້​ມົ້ວ​ສຸມ​ຢາ​ເສບ​ຕິດ ມົ້ວ​ສຸມ​ຫຼີ້ນ​ເກມ​ອອນ​ລາຍ ມາ​ສຶກ​ສາ​ອົບ­ຮົມ ເພື່ອ​ໃຫ້​ເຂົ້າ­ໃຈ​ເຖິງ​ຜົນ​ຮ້າຍ ແລະ ໄພ​ອັນ­ຕະ­ລາຍ​ຂອງ​ການ​ມົ້ວ​ສຸມ​ດັ່ງ­ກ່າວ ຕໍ່​ກັບ​ເຈົ້າ​ຂອງ​ຮ້ານ ແມ່ນ​ໄດ້​ມອບ​ໃຫ້​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ເມືອງ​ໄຊ​ທາ­ນີ ເປັນ​ຜູ້​ແກ້​ໄຂ.

ໃນ​ການ​ສືກ​ສາ​ອົບ­ຮົມ ຮອ ບົວ​ລຳ ດວງ​ປັນ­ຍາ ຮອງ​ຫົວ­ໜ້າ​ໜ່ວຍ​ງານ​ສະ­ກັດ​ກັ້ນ ແລະ ປາບ​ປາມ​ຢາ​ເສບ​ຕິດ ໄດ້​ບັນ​ລະ​ຍາຍ​ເຖິງ​ຜົນ​ຮ້າຍ ແລະ ໄພ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ​ຕິດ ໃຫ້​ຜູ້​ທີ່​ເຂົ້າ​ຮ່ວມ ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ ເຖິງ​ຜົນ​ຮ້າຍ ແລະ ໄພ​ອັນ­ຕະ­ລາຍ​ຂອງ​ຢາ​ເສບ​ຕິດ​ອີກ​ດ້ວຍ ເພື່ອ​ເຮັດ​ໃຫ້​ກຸ່ມ​ໄວ​ໜຸ່ມ​ຈຳ­ນວນ​ນີ້ ປັບ​ປ່ຽນ​ພຶດ­ຕິ​ກຳ​ດັ່ງ­ກ່າວ ແລ້ວ​ຫັນ​ມາ​ເຮັດ​ສິ່ງ​ທີ່​ເກີດ​ປະ­ໂຫຍດ​ທີ່​ດີ​ຕໍ່​ຕົນ​ເອງ ຕໍ່​ພໍ່​ແມ່ ຕໍ່​ຄອບ­ຄົວ ແລະ ຕໍ່​ສັງ­ຄົມ​ລາວ.

error: Content is protected !!