ຄາດວ່າທ້າຍປີນີ້ ຖວທ ນວ ຈະສາມາດຈັດຕັ້ງປະຕິບັດສຳເລັດຫຼາຍຄາດໝາຍ

    ທ່ານນາງ ລຳພອນ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະລົງມາຕິດຕາມຊຸກຍູ້ການເຮັດວຽກຂອງ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ວັນທີ 11 ພຶດສະພາ 2023 ທີ່ພະແນກດັ່ງກ່າວ.

    ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ໄດ້ລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ່ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ສະບັບ ເລກທີ 009/ສປນວ ລົງວັນທີ 15 ກຸມພາ 2023 ທີ່ໄດ້ຮັບຮອງເອົາ 8 ຄາດໝາຍດ້ານຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະ 4 ເດືອນຜ່ານມາພະແນກ ຖວທ ໄດ້ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆຄື ວຽກງານຖະແຫຼງຂ່າວ ມີ 2 ຄາດໝາຍຄື: ຕິດຕັ້ງໂທລະໂຄງໃໝ່ໃຫ້ບ້ານໃຫ້ໄດ້ຈຳນວນ 5 ບ້ານ ຄາດວ່າຈະປະຕິບັດລື່ນແຜນ ເຜີຍແຜ່ນິຕິກຳຂົງເຂດ ຖວທ ໃຫ້ໄດ້ 100 ບ້ານ ປັດຈຸບັນປະຕິບັດໄດ້ແລ້ວ 39 ບ້ານ ຮອດທ້າຍປີຈະສາມາດປະຕິບັດໄດ້ຕາມຄາດໝາຍ ວຽກຂົງເຂດວັດທະນະທຳມີ  4 ຄາດໝາຍຄື:  ປະກາດບ້ານວັດທະນະທຳໃຫ້ໄດ້ 3 ບ້ານ ມອບໃບຢັ້ງຢືນຄອບຄົວວັດທະນະທຳໃຫ້ໄດ້ 1.000 ຄອບຄົວຄາດວ່າຈະສາມາດປະຕິບັດຄາດໝາຍໄດ້ຕາມແຜນການ ກວດກາປະເມີນຜົນຄືນບ້ານວັດທະນະທຳທີ່ໄດ້ປະກາດໄປແລ້ວໃຫ້ໄດ້ 10 ບ້ານ ປັດຈຸບັນປະຕິບັດໄດ້ແລ້ວ 8 ບ້ານ ຈະສາມາດປະຕິບັດໄດ້ລື່ນຄາດ  ໝາຍ ຂື້ນທະບຽນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃຫ້ໄດ້ 1 ແຫ່ງ ຮອດທ້າຍຈະສຳເລັດຕາມຄາດໝາຍ ວຽກງານທ່ອງທ່ຽວມີ  2 ຄາດໝາຍຄື: ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມນະຄອນຫຼວງໃຫ້ໄດ້ 500.000 ຄົນ ຕົວເລກຮອດເດືອນເມສາ ປະຕິບັດໄດ້ 332.589 ເທື່ອຄົນ ຈະມາສາມາດປະຕິບັດໄດ້ລື່ນແຜນການ ຊຸກຍູ້ ແລະ ປະເມີນຜູ້ປະກອບການທຸລະກິດທ່ອງທ່ຽວເພື່ອເຂົ້າຮ່ວມການແຂ່ງລາງວັນມາດຕະຖານທ່ອງທ່ຽວອາຊຽນໃຫ້ໄດ້ 2 ລາງວັນ ໃນປີ 2023 ກິດຈະການທ່ອງທ່ຽວໄດ້ຮັບລາງວັນມາດຕະຖານອາຊຽນໄດ້  6 ແຫ່ງ ທຽບໃສ່ແຜນການລື່ນຄາດໝາຍ 4 ລາງວັນ.     ນອກຈາກນີ້ຍັງໄດ້ຍົກໃຫ້ເຫັນບັນຫາຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂເປັນຕົ້ນການຈັດຕັ້ງປະຕິບັດ ຈາກນັ້ນຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດເຫັນຕໍ່ກອງປະຊຸມຄັ້ງນີ້ ພ້ອມທັງຮັບຟັງການໃຫ້ທິດຊີ້ນຳຈາກທ່ານນາງ ລຳພອຍ ສີອັກຄະຈັນອີກດ້ວຍ.

error: Content is protected !!