ສະຫະພັນກຳມະບານ ສູນກາງແນວລາວສ້າງຊາດ ໄດ້ຮັບນາມມະຍົດ 5 ເປັນເຈົ້າ

    ສະຫະພັນກຳມະບານ ສູນກາງແນວລາວສ້າງຊາດ (ສນຊ) ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 10 ພຶກສະພາ 2023 ທີ່ ສນຊ ໂດຍການເປັນທານ ຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ກຳມະການປະຈໍາພັກ ຮອງປະທານ ສນຊ ຜູ້ຊີ້ນຳວຽກງານການຈັດຕັ້ງມະຫາຊົນ ມີບັນດາທ່ານຮອງປະທານ ສນຊ ຄະນະປະຈຳພັກ ຫົວໜ້າກົມ-ຮອງຫົວໜ້າກົມ ຄະນະບໍລິຫານງານສະຫະພັນກຳມະບານ ສນຊ ເຂົ້າຮ່ວມ.

    ທ່ານ ຄຳຢາດ ຣາຊດາວົງ ຄະນະປະຈຳ ຫົວໜ້າກົມຈັດຕັ້ງ-ພະນັກງານ ປະທານສະຫະພັນກຳມະບານ ສນຊ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເຊິ່ງຕະຫຼອດໄລຍະຜ່ານມາຄະນະບໍລິຫານງານສະຫະພັນກຳມະບານ ສຍຊ ໄດ້ເອົາໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກກຳມະບານ ຂອງ ສນຊ ເຜີຍແຜ່ບັນດາເອກະສານສຳຄັນ ຂອງສູນກາງສະຫະພັນກຳມະບານລາວ ລົງສູ່ແຕ່ໜ່ວຍຮາກຖານຢ່າງເປັນປົກກະຕິ ໄດ້ຕິດຕາມຊຸກຍູ້ບັນດາໜ່ວຍກຳມະບານ ສນຊ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເຊິ່ງສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ເຮັດໃຫ້ສະຫະພັນກຳມະບານ ສນຊ ໄດ້ຮັບຮອງເປັນສະຫະພັນກຳມະບານປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.

    ທິດທາງແຜນການໃນປີ 2023 ໄດ້ກຳນົດມາດຖານເງື່ອນໄຂຂໍ້ແຂ່ງຂັນ 5 ເປັນເຈົ້າຢ່າງຊັດເຈນ ແລະ ແຕ່ລະໜ່ວຍກຳມະບານກໍໄດ້ຈັບມືແຂ່ງຂັນເພື່ອປະຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານປະຈຳປີ 2023 ພ້ອມກັນນີ້ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ1605/ສບລ ວ່າດ້ວຍການຮັບຮອງສະຫະພັນກຳມະບານ ສນຊ ເປັນສະຫະພັນປະຕິປັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ສະຫະພັນກຳມະບານ ສນຊ ຜ່ານຂໍ້ຕົກລົງວ່າການປັບປຸງການຈັດຕັ້ງບັນດາໜ່ວຍ ຂອງສະຫະພັນກຳມະບານ ຂອງ ສນຊ.

    ໂອກາດນີ້ ທ່ານຮອງປະທານ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີສະຫະພັນກຳມະບານ ສນຊ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໃຫ້ສະຫະພັນກຳມະບານ ກໍຄື ສະມາຊິກກຳມະບານ ແຕ່ລະທ່ານເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ຮຽນຮູ້ພາລະບົດບາດ ສິດ ແລະ ໜ້າທີ່ ຂອງກຳມະບານ ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານເປັນຕົ້ນແມ່ນກຳນົດມາດຖານຢ່າງຊັດເຈນ ປະຕິບັດຕາມຂັ້ນຕອນ ມີການປະເມີນເປັນໄລຍະ ເພື່ອເຮັດໃຫ້ຂະບວນການດັ່ງກ່າວມີປະສິດທິຜົນ ເປັນຮູບປະທຳໃນປີຕໍ່ໄປ.

error: Content is protected !!