ໂຄງການອາຫານທ່ຽງໃນໂຮງຮຽນຊ່ວຍປັບປຸງຊີວິດການເປັນຢູ່ຂອງເດັກໃນຊຸມຊົນ

    ອົງການອາຫານໂລກໄດ້ຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນໂດຍກົງ ຢູ່ໂຮງຮຽນປະຖົມບ້ານຫາດສາ ເມືອງ ແລະ ແຂວງຜົ້ງສາລີ ໃນສົກຮຽນ 2015-2016 ມາຮອດສົກຮຽນ 2020-2021 ໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ ເຖິງຢ່າງໃດກໍ່ຕາມອົງການອາຫານໂລກຍັງໄດ້ໃຫ້ການສະໜັບສະໜູນດ້ານວິຊາການ ສະໜອງເບ້ຍໄມ້ໃຫ້ໝາກ ໜອງປາພ້ອມພໍ່ແມ່ພັນປາ ອຸປະກອນທໍາການຜະລິດສໍາລັບສວນຄົວ ແລະ ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກໃນການປຸງແຕ່ງອາຫານ ແລະ ເຮັດໃຫ້ການຈັດ ຕັ້ງປະຕິບັດໂຄງການມີຄວາມຍືນຍົງ.

    ໂອກາດທີ່ທີມສື່ມວນຊົນໄດ້ເຂົ້າຮ່ວມຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນປະຖົມບ້ານຫາດສາ ທ່ານ ກຸ ຄອງແສນເມືອງ ຜູ້ປະສານງານພາກສະໜາມອົງການອາຫານໂລກປະຈໍາເມືອງຜົ້ງສາລີ ໃຫ້ສໍາພາດວ່າ: ໃນເມື່ອກ່ອນອົງການອາຫານໂລກໄດ້ຈັດຕັ້ງປະຕິບັດໂຄງການອາຫານເສີມໃນໂຮງຮຽນປະຖົມບ້ານຫາດສາ ເມືອງ ແລະ ແຂວງຜົ້ງສາລີ ແຕ່ປີ 2006-2007 ເປັນຕົ້ນມາ ແລະ ມາຮອດ 2015-2016 ໄດ້ປ່ຽນມາເປັນໂຄງການອາຫານທ່ຽງພາຍໃນໂຮງຮຽນ ເຊິ່ງມາຮອດສົກຮຽນ 2020-2021 ອົງ ການດັ່ງກ່າວ ໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ ຈາກນັ້ນລັດຖະບານໄດ້ມອບງົບປະມານ 800 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງຕໍ່ມື້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງລັດຖະບານ ເນື່ອງຈາກວ່າເງິນໃນຈໍານວນ 800 ກີບ ບໍ່ພຽງພໍໃນການສະໜອງອາຫານທ່ຽງໃຫ້ແກ່ນັກຮຽນ ໄດ້ສະເໜີຖ້າຫາກອົງການມີເງື່ອນໄຂກໍ່ໃຫ້ແບ່ງປັນຊຸກຍູ້ຕື່ມ ສະນັ້ນເພື່ອເຮັດໃຫ້ໂຄງການມີຄວາມຍືນຍົງ ອົງການອາຫານໂລກໄດ້ຄົ້ນຄວ້າອາຫານຈາກຕ່າງປະເທດ ຫຼື ຈາກໜ່ວຍງານໂຄງການອື່ນໆ ຕົວຢ່າງ: ອາຫານສຸກເສີນຈາກໂຄງການຕ່າງໆກໍ່ໄດ້ແບ່ງປັນໃຫ້ ສະແດງອອກສົກຮຽນຜ່ານມາ ໄດ້ແບ່ງປັນເຂົ້າສານຈ້າວ ປາກະປ່ອງ ນໍ້າມັນພືດ ແລະ ໝາກຖົ່ວຈໍານວນໜຶ່ງ ນອກນັ້ນຍັງໄດ້ເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນເຊັ່ນ: ການປັບປຸງໂຄງລ່າງພື້ນຖານອາຄານສະຖານທີ່ເຮືອນຄົວ ໂຮງອາຫານ ແລະ ລະບົບນໍ້າສະອາດເປັນຕົ້ນ ນອກນີ້ໄດ້ພະຍາຍາມສ້າງຄວາມເຂັ້ມແຂງໃຫ້ຊຸມຊົນມີຄວາມຍືນຍົງ ໂດຍສະເພາະໄດ້ສະໜອງ ການຂຸດໜອງລ້ຽງປາ ແລະ ພໍ່ແມ່ພັນປາ ອຸປະກອນການຜະລິດພ້ອມດ້ວຍແນວພັນພືດປະກອບມີ ຜັກອີ່ຮຸມ ຜັກຕໍານິນ ແລະ ຜັກປັງ ນອກນີ້ຍັງໄດ້ສະໜອງເບ້ຍໄມ້ໃຫ້ໝາກເປັນຕົ້ນ ໝາກລີ້ນຈີ່ ໝາກມ່ວງ ແລະ ໝາກມີ້ ປັດຈຸບັນພືດດັ່ງກ່າວກໍາລັງໃຫ້ຜົນຜະລິດ.

ທ່ານນາງ ຄໍາ ແສງມະນີ ຜູ້ອໍານວຍການໂຮງຮຽນປະຖົມບ້ານຫາດສາ ໃຫ້ສໍາພາດຕື່ມວ່າ: ໂຄງການອາຫານທ່ຽງໃນໂຮງຮຽນແມ່ນມີຜົນດີຫຼາຍ ຍ້ອນວ່າໂຄງການດັ່ງກ່າວໄດ້ປັບປຸງຊີວິດການເປັນຢູ່ຂອງລູກຫຼານ ພາຍໃນບ້ານມີອາຫານກິນທີ່ສະອາດຖືກຕາມຫຼັກດ້ານໂພຊະນາການ ຄອບຄົວຂອງເດັກຜູ້ທີ່ມີຖານະດີ ແລະ ຄອບຄົວຂອງເດັກຜູ້ປົກຄອງທີ່ຂາດເຂີນດ້ານທຶນຮອນກໍໄດ້ກິນອາຫານຢ່າງເທົ່າທຽມກັນ ກິນອາຫານຄົບຖ້ວນຕາມຫຼັກໂພຊະນາການ ແລະ ມາໂຮງຮຽນເປັນປົກກະຕິ ພິເສດແຕ່ລະມື້ຜູ້ປົກຄອງທີ່ມີລູກ ຫຼານມາເຂົ້າໂຮງຮຽນແຫ່ງນີ້ ໄດ້ຜັດປ່ຽນກັນມາແຕ່ງກິນ ພ້ອມນັ້ນຍັງໄດ້ມີຄວາມຕື່ນຕົວປະກອບສ່ວນພືດຜັກຕາມລະດູການ ຟືນດັງໄຟ ແລະ ເງິນຕາມຄວາມສະໝັກໃຈ ເພື່ອໃຫ້ເດັກນ້ອຍໄດ້ກິນອີ່ມ ມີສຸຂະພາບແຂງແຮງ  ແລະ ໄດ້ອໍານວຍຄວາມສະດວກໃຫ້ຜູ້ປົກຄອງໄດ້ໄປເຮັດການຜະລິດຢ່າງເຕັມສ່ວນ.

error: Content is protected !!