ໂຄງການສົ່ງເສີມອາຫານທ່ຽງໄດ້ຈັດຕັ້ງເປັນປົກກະຕິໃນ 49 ໂຮງຮຽນທົ່ວເມືອງຜົ້ງສາລີ

    ເມືອງ ແລະ ແຂວງຜົ້ງສາລີ ມີໂຮງຮຽນອະນຸບານ ແລະ ຊັ້ນປະຖົມທັງໝົດ 60 ແຫ່ງ ໃນນີ້ 49 ແຫ່ງ ທີ່ໄດ້ຖືກຈັດຕັ້ງໂຄງການສົ່ງເສີ່ມອາຫານທ່ຽງໃນໂຮງຮຽນ ປັດຈຸບັນໂຄງການດັ່ງກ່າວ ໄດ້ມອບໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດເພື່ອໃຫ້ມີຄວາມຍືນຍົງ ແນໃສ່ເຮັດໃຫ້ເດັກໄດ້ກິນອາຫານພຽງພໍຖືກຫຼັກໂພຊະນາການ ແລະ ມີເວລາເຄື່ອນໄຫວກິດຈະກໍາໃນໂຮງຮຽນ.

    ທ່ານນາງ ສາວຈັນ ລອດສຸລີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຜົ້ງສາລີ ໄດ້ລາຍງານໃຫ້ຮູ້ວັນທີ 10 ພຶດສະພາ 2023 ວ່າ: ໂຄງການອາຫານທ່ຽງ ໃນໂຮງຮຽນ ໄດ້ຮັບການສະໜັບສະ ໜູນຈາກ ອົງການອາຫານໂລກ ເຊິ່ງຢູ່ເມືອງຜົ້ງສາລີ ໄດ້ຈັດຕັ້ງປະຕິບັດໂດຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນກໍ່ຄືອໍານາດການປົກຄອງບ້ານແລະຜູ້ປົກຄອງຂອງນັກຮຽນ ປັດຈຸບັນອົງການອາຫານໂລກໄດ້ມອບໂອນການຈັດຕັ້ງປະຕິບັດໂຄງການໃຫ້ແກ່ລັດຖະບານສືບຕໍ່ຈັດຕັ້ງປະຕິບັດເປັນທີ່ຮຽບຮ້ອຍແລ້ວ ຈາກນັ້ນລັດຖະບານໄດ້ສະໜອງງົບປະມານອັດຕາເງິນໃຫ້ແກ່ເດັກນ້ອຍ 800 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ພ້ອມນັ້ນຫ້ອງການສຶກສາທິການ ແລະ ກີລາ ເມືອງຜົ້ງສາລີ ໄດ້ວາງແຜນປຸກລະດົມພໍ່ແມ່ຜູ້ປົກຄອງເດັກພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໂຄງກຖານໃນໂຮງຮຽນເປົ້າໝາຍ 45 ແຫ່ງ ຈາກນັ້ນໄດ້ຂະຫຍາຍການຈັດຕັ້ງປະຕິບັດໂຄງການໃຫຫ້ອາຫານທ່ຽງແກ່ເດັກນັກຮຽນຊັ້ນອະນຸບານ ແລະ ຊັ້ນປະຖົມເພີ່ມຕື່ມອີກ ສະນັ້ນມາຮອດສົກປີ 2022-2023 ລັດຖະບານໄດ້ສະໜອງງົບປະມານອາຫານທ່ຽງໃຫ້ນ້ອງນັກຮຽນທັງໝົດ 49 ແຫ່ງໃນທົ່ວເມືອງໃນນີ້ມີ ໂຮງຮຽນອະນຸບານ 2 ແຫ່ງ ແລະ ໂຮງຮຽນປະຖົມ 47 ແຫ່ງ ເຊິ່ງສາມາດຄັດເລືອກເປັນໂຮງຮຽນຕົວແບບ 5 ແຫ່ງຄື:ໂຮງຮຽນປະຖົມສາຍລົມ ໂຮງຮຽນປະຖົມຜົ້ງແຊັກ ໂຮງຮຽນປະຖົມພະຍາສີ ໂຮງຮຽນປະຖົມຈີ້ໂຈະ ແລະ ໂຮງຮຽນປະຖົມ ສາລາເອເບ ໄລຍະຜ່ານມາໄດ້ເຊື້ອເຊີນບັນດາເມືອງອ້ອມຂ້າງມາຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຕື່ມອີກ.

      ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ອາຫານທ່ຽງໃນໂຮງຮຽນມີຄວາມຍືນຍົງ ກໍ່ໄດ້ປຸກລະດົມໃຫ້ພໍ່ແມ່ປະຊາຊົນມີຄວາມຕື່ນຕົວປະກອບສ່ວນດ້ວຍຄວາມສະໝັກໃຈຕາມເງື່ອນໄຂ ແລະ ຄວາມເໝາະສົມ ຕົວຢ່າງ:ໃນເຂດເທດສະບານເມືອງ ພໍ່ແມ່ຜູ້ປົກຄອງໄດ້ຕື່ນຕົວປະກອບສ່ວນ 15.000 ກີບ ຫຼື 10.000 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ສ່ວນຢູ່ເຂດຫ່າງໄກສອກຫຼີກໄດ້ຕື່ນຕົວປະກອບສ່ວນ 1.000-5000 ກີບຕໍ່ຄົນຕໍ່ຄາບເຂົ້າທ່ຽງ ນອກນີ້ຍັງໄດ້ປະກອບສ່ວນພືດຜັກຕາມລະດູການ ແລະ ອົງການອາຫານໂລກຍັງໄດ້ລະດົມທຶນຊ່ວຍເປັນຕົ້ນ ເຂົ້າ ອາຫານ ແລະ ປາກະປ໋ອງ ຄຽງຄູ່ກັບການຊ່ວຍຊຸກຍູ້ກະສິກໍາການປູກຝັງ ແລະ ລ້ຽງສັດ ເຊັ່ນ: ປູກພືດຜັກຕາມລະດູການ ລ້ຽງເປັດ ແລະ ໄກ່.       ທ່ານນາງ ສາວຈັນ ລອດສຸລີ ໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດໂຄງການເຫັນໄດ້ວ່ານັກຮຽນມາໂຮງຮຽນເປັນປົກກະຕິ ບໍ່ມີອັດຕາປະລະການຮຽນ ເຮັດໃຫ້ເດັກຄ້າງຫ້ອງຫຼຸດຜ່ອນ ນອກນີ້ຍັງສ້າງຄວາມສາມັກຄີກັບເດັກນ້ອຍ ຄອບຄົວທີ່ທຸກຍາກກໍ່ມີສິດໄດ້ກິນອາຫານເທົ່າທຽມກັນ ນອກນັ້ນກໍ່ຍັງມີສິ່ງທ້າທາຍເປັນຕົ້ນ ກຸ່ມບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໄກຕະຫຼາດ ຈະບໍ່ໄດ້ກິນຕາມແບບໂພຊະນາການຍ້ອນບໍ່ມີ ພ້ອມນັ້ນການແຕ່ງອາຫານທ່ຽງໃນແຕ່ລະມື້ ຜູ້ປົກຄອງມີການຜັດປ່ຽນໝູນວຽນເປັນແຕ່ລະມື້ ແລະ ອື່ນໆ.

error: Content is protected !!