“ເຄື່ອງປັບອາກາດ” ສ່ຽງແຜ່ເຊື້ອໂຄວິດ-19” ຫຼາຍໜ້ອຍພຽງໃດ ?

ສຳ­ລັບ​ສະ­ຖາ­ນະ​ການ​ໂລກ­ລະ­ບາດ​ຢ່າງ​ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ​ໃນ​ປັດ­ຈຸ­ບັນ​ນັ້ນ ຍັງ​ບໍ່​ຜ່ອນ­ຄາຍ​ພໍ​ເທົ່າ­ໃດ ເພາະ​ຫຼາຍໆ​ຄົນ​ອາດ​ຍັງ​ຕ້ອງ​ກັກ​ຕົວ​ຢູ່​ເຮືອນ ເພື່ອ​ປ້ອງ​ກັນ​ຕົວ​ເອງ​ຈາກ​ການ​ຕິດ​ໂລກ​ໂຄ​ວິດ-19 (COVID-19) ຈຶ່ງ​ເຮັດ​ໃຫ້​ມີ​ຫຼາຍ​ຄົນ​ເລີ່ມ​ສົງ­ໄສ​ວ່າ ການ​ທີ່­ຢູ່​ເຮືອນ ແລະ ເປິດ​ເຄື່ອງ​ປັບ​ອາ­ກາດ​ນັ້ນ ຈະ​ປອດ​ໄພ​ຈາກ​ເຊື້ອ​ໄວ​ຣັສ​ໄດ້​ຈິງ​ຫຼື​ບໍ່ ດັ່ງ­ນັ້ນ ທາງ​ແພດ​ຈຶ່ງ​ໄດ້​ນຳ​ເລື່ອງ​ເຄື່ອງ​ປັບ​ອາ­ກາດ​ກັບ​ໂລກ​ໂຄ​ວິດ-19 ມາ​ຝາກ​ກັນ.

ເຄື່ອງ​ປັບ​ອາ­ກາດ​ກັບ​ໂລກ​ໂຄ​ວິດ-19 ກ່ຽວ­ຂ້ອງ​ກັນ​ຢ່າງ­ໃດ ?

ດ້ວຍ​ອັດ­ຕາ​ການ​ຕິດ­ເຊື້ອ​ທີ່​ຍັງ​ສູງ​ຫຼາຍ​ໃນ​ຫຼາຍໆ​ປະ­ເທດ ເຮັດ​ໃຫ້​ຫຼາຍ​ຄົນ​ກຳ­ລັງ​ກັງ­ວົນ​ເຖິງ​ວິ­ທີ​ການ ແຜ່​ກະ­ຈາຍ​ຂອງ​ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ (Coronavirus) ລະ­ຫວ່າງ​ຄົນ ການ​ຕິດ­ເຊື້ອ​ໃນ​ອາ­ກາດ ແລະ ວິ­ທີ​ທີ່​ຈະ​ສາ­ມາດ​ຮັບ​ເຊື້ອ​ໂລກ​ໂຄ​ວິດ-19 ຈາກ​ຄົນ​ອື່ນໆ ເຊິ່ງ​ຄຳ​ຖາມ​ສ່ວນ​ໃຫຍ່​ເລີ່ມ​ຈະ​ຖືກ​ຖາມ​ກ່ຽວ​ກັບ​ເຄື່ອງ​ປັບ​ອາ­ກາດ​ວ່າ ເຄື່ອງ​ປັບ​ອາ­ກາດ​ຈະ​ສາ­ມາດ​ແຜ່​ກະ­ຈາຍ​ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ​ໄດ້​ຫຼື​ບໍ່ ເຊິ່ງ​ໃນ​ຕອນ​ນີ້ ຍັງ​ບໍ່​ໄດ້​ມີ​ບົດ​ສະ­ຫຼຸບ​ຄວາມ​ເປັນ​ຈິງ​ທີ່​ແນ່­ນອນ.

ຈາກ​ການ​ສຶກ​ສາ​ຂອງ​ຜູ້​ຊ່ຽວ­ຊານ ລະ­ບຸ​ວ່າ ການ​ໃຊ້​ເຄື່ອງ​ປັບ​ອາ­ກາດ​ໃນ​ເຮືອນ​ນັ້ນ​ບໍ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ໂຄ​ວິດ-19 ໂດຍ​ສະ­ເພາະ​ຢ່າງ​ຍິ່ງ ເມື່ອ​ຕ້ອງ​ຢູ່​ຄົນ​ດຽວ​ໃນ​ເຮືອນ ໂດຍ​ທີ່​ບໍ່​ໄດ້​ມີ​ການ​ສຳ­ຜັດ​ກັບ​ຄວາມ​ສ່ຽງ​ຈາກ​ພາຍ​ນອກ​ເຮືອນ ແຕ່​ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ​ນັ້ນ ກໍ​ຍັງ​ສາ­ມາດ​ແຜ່​ກະ­ຈາຍ​ໄດ້​ໃນ​ພື້ນ​ທີ່​ທີ່​ຕິດ​ຕັ້ງ​ເຄື່ອງ​ປັບ​ອາ­ກາດ​ສ່ວນ​ກາງ ເຊັ່ນ ໃນ​ພື້ນ​ທີ່​ສາ­ທາ­ລະ­ນະ​ຢ່າງ​ຮ້ານ​ສັບ­ພະ​ສິນ­ຄ້າ ແລະ ອາ­ພາດ​ເມນ​ບາງ​ແຫ່ງ ຍິ່ງ​ຖ້າ​ສະ­ຖານ­ທີ່​ເຫຼົ່າ­ນັ້ນ​ມີ​ຜູ້​ຕິດ­ເຊື້ອ​ລວມ​ຢູ່​ນຳ ກໍ​ຈະ​ຍິ່ງ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ຕິດ­ເຊື້ອ​ໄດ້.

ສິ່ງ​ທີ່​ຄວນ​ຮູ້​ກ່ຽວ​ກັບ​ເຄື່ອງ​ປັບ​ອາ­ກາດ ແລະ ໂລກ​ໂຄ​ວິດ-19

ເຖິງ​ແມ່ນ​ຈະ​ຍັງ​ບໍ່​ມີ​ຄຳ​ຕອບ​ທີ່​ຊັດ​ເຈນ​ວ່າ ເຄື່ອງ​ປັບ​ອາ­ກາດ​ນັ້ນ​ສາ­ມາດ​ແຜ່​ກະ­ຈາຍ​ເຊື້ອ​ໂຄ​ວິດ-19 ໄດ້ ຫຼື ບໍ່ ແຕ່​ກໍ​ຍັງ​ມີ​ຄວາມ​ຈິງ​ກ່ຽວ​ກັບ​ເຄື່ອງ​ປັບ​ອາ­ກາດ​ທີ່​ຄວນ​ຮູ້​ໄວ້ ດັ່ງ­ນີ້:

ການ​ກັ່ນ​ຕອງ ແລະ ຂະ­ໜາດ​ຂອງ​ອະ­ນຸ​ພາກ

ປົກ­ກະ­ຕິ​ແລ້ວ ເຄື່ອງ​ປັບ​ອາ­ກາດ​ຈະ​ມີ​ອະ­ນຸ​ພາກ​ຜ່ານ​ລະ­ບົບ​ຕ່າງໆ ແລະ ຈະ​ມີ​ຄວາມ​ສາ­ມາດ​ໃນ​ການ​ກັ່ນ​ຕອງ​ອະ­ນຸ​ພາກ​ໃນ​ລະ­ດັບ​ທີ່​ຕ່າງ​ກັນ ເຊັ່ນ ເຄື່ອງ​ປັບ​ອາ­ກາດ​ໃນ​ເຮືອ​ສຳ­ລານ ໂດຍ​ທົ່ວ​ໄປ ຈະ​ບໍ່​ສາ­ມາດ​ກັ່ນ​ຕອງ​ອະ­ນຸ​ພາກ​ທີ່​ມີ​ຂະ­ໜາດ​ນ້ອຍ​ກວ່າ 5.000 ນາ​ໂນ​ແມັດ​ໄດ້ ເຊິ່ງ​ໄວ​ຣັສ​ທີ່​ກ່ຽວ​ກັບ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ​ທີ່​ຄ້າຍ­ຄື​ກັບ​ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ ເຊັ່ນ ໂລກ​ຊາຣ໌ສ (SARS) ຈະ​ມີ​ຂະ­ໜາດ​ປະ­ມານ 120 ນາ​ໂນ​ແມັດ​ເທົ່າ​ນັ້ນ ດັ່ງ­ນັ້ນ ຖ້າ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ມີ​ຂະ­ໜາດ​ໃກ້​ຄຽງ​ກັນ​ນັ້ນ​ໝາຍ​ຄວາມ​ວ່າ ມັນ​ຈະ​ສາ­ມາດ​ແຜ່​ກະ­ຈາຍ​ໄປ​ຢັງ​ຫ້ອງ​ໂດຍ­ສານ​ຕ່າງໆ​ຂອງ​ເຮືອ​ສຳ­ລານ​ໄດ້ ໂດຍ​ທີ່​ບໍ່​ຖືກ​ກັ່ນ​ຕອງ​ອອກ​ໄປ.

ການ​ໝູ­ນວຽນ​ຂອງ​ອາ­ກາດ

ຕົວ­ຢ່າງ ສົມ­ມຸດ​ເມື່ອ​ເວົ້າ​ເຖິງ​ອາ­ກາດ​ທີ່­ຢູ່​ໃນ​ເຮືອ​ສຳ­ລານ ທາງ​ຜູ້​ຊ່ຽວ­ຊານ​ໄດ້​ກ່າວ​ເອົາ​ໄວ້​ວ່າ ອາ­ກາດ​ທີ່​ໃຊ້​ໃນ​ລະ­ບົບ​ເຄື່ອງ​ປັບ​ອາ­ກາດ​ນັ້ນ ເປັນ​ອາ­ກາດ​ຣີ​ໄຊ​ເຄິ​ລ ເຊິ່ງ​ຈະ​ເປັນ​ການ​ດູດ​ອາ­ກາດ​ເກົ່າ​ໄປ​ປະ­ສົມ​ກັບ​ອາ­ກາດ​ໃໝ່​ທີ່​ມາ​ຈາກ​ດ້ານ​ນອກ ແຕ່​ທາງ​ທີ່​ດີ​ເຄື່ອງ​ປັບ​ອາ­ກາດ​ຂະ­ໜາດ​ໃຫຍ່ ຄວນ​ຈະ​ຕ້ອງ​ມີ​ລະ­ບົບ​ເຕີມ​ອາ­ກາດ​ໃໝ່​ເຂົ້າ​ໄປ ໂດຍ​ເປັນ​ການ​ດູດ​ອາ­ກາດ​ໃໝ່​ຈາກ​ພາຍ​ນອກ​ທັງ​ໝົດ ເພື່ອ​ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ຕິດ ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັສ ນັ້ນ​ເອງ.

ລະ­ດັບ​ຄວາມ​ຊຸ່ມ ແລະ ອຸນ­ຫະ­ພູມ

ໃນ​ຫ້ອງ​ທີ່​ມີ​ການ​ເປີດ​ໃຊ້​ເຄື່ອງ​ປັບ​ອາ­ກາດ ຈະ​ມີ​ລະ­ດັບ​ຄວາມ​ຊຸ່ມ ແລະ ອຸນ­ຫະ­ພູມ​ທີ່​ຕ່ຳ ເຮັດ​ໃຫ້​ໂລກ​ລະ­ບົບ​ທາງ​ເດີນ​ຫາຍ­ໃຈ ເຊັ່ນ ໂລກ​ຊາຣ໌ສ (SARS) ຍັງ​ສາ­ມາດ​ມີ​ຊີ­ວິດ​ຢູ່​ລອດ​ໄດ້.

ດັ່ງ­ນັ້ນ ການ​ເບິ່ງ​ທີ່​ລະ­ບົບ​ປັບ​ອາ­ກາດ ແລະ ລະ­ບົບ​ລະ­ບາຍ​ອາ­ກາດ​ຂອງ​ເຄື່ອງ​ປັບ​ອາ­ກາດ ຈຶ່ງ​ຖື​ເປັນ​ເລື່ອງ​ທີ່​ສຳ­ຄັນ ເພື່ອ​ເປັນ​ການ​ຫຼຸດ​ຄວາມ​ສ່ຽງ​ຂອງ​ການ​ສຳ­ຜັດ​ກັບ​ເຊື້ອ​ໄວ​ຣັສ​ໂຄ​ວິດ-19 ແລະ ເຊື້ອ​ໂລກ​ອື່ນໆ​ໄດ້ ນອກ­ຈາກ​ນັ້ນ ການ​ກວດ​ສອບ ແລະ ສັງ­ເກດ​ຕົວ​ກັ່ນ​ຕອງ ຫຼື​ໃຫ້​ຄວາມ​ສຳ­ຄັນ​ເລື່ອງ​ຄວາມ​ຊຸ່ມ​ຊື່ນ ທີ່​ມາ​ຈາກ​ການ​ຕັ້ງ​ຄ່າ​ອຸນ­ຫະ­ພູມ ກໍ​ຖື​ເປັນ​ອີກ​ເລື່ອງ​ທີ່​ຄວນ​ໃສ່­ໃຈ ທັງ​ນີ້​ກໍ​ເພື່ອ​ສຸ­ຂະ­ພາບ​ຂອງ​ຕົວ​ທ່ານ​ເອງ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!