ມອບ-ຮັບ ໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ສະຖາບັນ ສສກ ຜູ້ເກົ່າ ແລະ ໃໝ່

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດພິທີມອບ-ຮັບໜ້າທີ່ຜູ້ບໍລິຫານຂັ້ນຫົວໜ້າກົມ ແລະ ຜູ້ອຳນວຍການສະຖາບັນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງມອບໃບຍ້ອງຍໍໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ໃນວັນທີ 10 ພຶດສະພາ 2023 ທີ່ສໍານັກງານກະຊວງດັ່ງກ່າວ ໂດຍເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ມີຄະນະລັດຖະມົນຕີ ຮອງຫົວໜ້າຫ້ອງການ ຫົວໜ້າ-ຮອງຫົວໜ້າກົມ ຜູ້ອຳນວຍການສະຖາບັນ ສູນ ສຳນັກພິມສຶກສາ ແລະ ກີລາ ຕະຫຼອດຮອດພະນັກງານ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ໃນພິທີ ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ  ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ຈຳນວນ 6 ທ່ານ ປະກອບມີ ທ່ານ ວົງພະຈັນ ວິໄລຫອມ ຫົວໜ້າກົມກິດຈະການນັກສຶກສາ ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທ່ານ ຮສ ຫຼຸຍ ວັນນະມະຫາໄຊ ຜູ້ອໍານວຍການ ສະຖາບັນພັດທະນາການສຶກສາ ທ່ານ ນາງ ວຽງແກ້ວ ພົມມະຈັກ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນ ທ່ານ ນາງ ດາລາ ຄ່ຽມທຳມະຄຸນ ຜູ້ອໍານວຍການ ສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ທິບພະຄອງ ວັນສີລາລົມ ຫົວໜ້າພະແນກກວດກາ ກົມການເງິນ.

    ນອກຈາກນີ້ ຍັງໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາ  ແໜ່ງບໍລິຫານ ຈໍານວນ 3 ທ່ານ ປະກອບມີ ແຕ່ງຕັ້ງ ທ່ານ ຮສ ປອ ອານຸລົມ ວິໄລພອນ ເປັນຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທ່ານ ປອ ໄກຍະສອນ ນະວະມານ ເປັນຜູ້ອໍານວຍການ ສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ນາງ ທອງມີ ດວນສັກດາ ເປັນຮັກສາການຫົວໜ້າກົມກິດຈະການນັກສຶກສາ ກະຊວງ ສສກ.

    ໂອກາດນີ້ ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານອອກພັກການ-ຮັບອຸດໜູນບຳນານ ໄດ້ອຸດທິດເຫື່ອແຮງ ສະຕິປັນຍາເຂົ້າໃນວຽກງານຂະແໜງການສຶກສາ ແລະ ກີລາ ພາຍໃນກະຊວງ ຈົນມີຜົນສໍາເລັດໃນຄວາມຮັບຜິດຊອບຂອງຕົນ ພ້ອມເນັ້ນໜັກໃຫ້ຜູ້ທີ່ມາຮັບໜ້າທີ່ໃໝ່ ພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີ ເສີມຂະຫຍາຍທາດແທ້ທີ່ພະນັກງານອອກພັກການ-ຮັບອຸດໜູນບໍານານໄດ້ສ້າງໄວ້ ປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງ ສ້ງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ພ້ອມກັນສືບຕໍ່ພັດທະນາວຽກງານພາຍໃນກົມກອງ ແລະ ຂະແໜງການຂອງຕົນໃຫ້ນັບມື້ດີຂຶ້ນເລື້ອຍໆ ສາມາດຫຍັບເຂົ້າໃກ້ກັບພາກພື້ນເທືຶ່ອລະກ້າວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ຜູ້ທີ່ມາຮັບໜ້າໃໝ່ ຈະພ້ອມກັນບຸກບືນ ແລະ ມີຄວາມຮັບຜິດຊອບສູງຕໍ່ການຜັນຂະຫຍາຍວຽກງານເຮັດໃຫ້ມີຜົນສຳເລັດ.

error: Content is protected !!