ສື່ມວນຊົນເຄື່ອນໄຫວເກັບກໍາຂ່າວຄວາມຄືບໜ້າການປະຕິບັດໂຄງການຂອງອົງການອາຫານໂລກຢູ່ແຂວງຜົ້ງສາລີ

        ອົງການອາຫານໂລກປະຈໍາລາວ ໄດ້ນໍາພາຄະນະສື່ມວນຊົນລາວ ປະກອບມີສື່ເອເລັກໂຕນິກ ແລະ ສື່ສີ່ງພິມຈາກຫຼາຍພາກສ່ວນ ເຄື່ອນໄຫວເກັບກຳກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການຕ່າງໆຢູ່ພາກສະໜາມຢູ່ແຂວງຜົ້ງສາລີ ວັນທີ 9-13 ພຶດສະພາ 2023 ເພື່ອເຮັດໃຫ້ສື່ມວນຊົນມີຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບພາລະບົດບາດ ວິໄສທັດ ແລະ ຍຸດທະສາດຂອງອົງການອາຫານໂລກ ພ້ອມນັ້ນເພື່ອແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ປັບປຸງການຂາດສານອາຫານ ແລະ ຊ່ວຍເຫຼືອຜູ້ປະສົບໄພໃນລາວ ແນໃສ່ເຮັດໃຫ້ສື່ມວນຊົນນໍາເອົາຂໍ້ມູນຂ່າວສານກໍ່ຄືການເຄື່ອນໄຫວວຽກງານຂອງອົງການອາຫານໂລກ ໂດຍສະເພາະຜົນປະໂຫຍດທີ່ປະຊາຊົນໄດ້ຮັບຈາກໂຄງການດັ່ງກ່າວເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ.

    ທ່ານ ນາງ ອິດິໂກະ ຮາໂມດ ຜູ້ຮັບຜິດຊອບດ້ານວຽກງານການສື່ສານ ແລະ ການຮ່ວມມື ຂອງອົງການອາຫານໂລກປະຈໍາລາວ ໃຫ້ສໍາພາດວ່າ: ສື່ມວນຊົນລາວມີບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວ ສານດ້ານຕ່າງໆໃຫ້ສັງຄົມ ກໍ່ຄືພາກລັດຖະບານຮັບຮູ້ໄດ້ຢ່າງຈະແຈ້ງເຖິງຜົນສໍາເລັດ ແລະ ສີ່ງທ້າທາຍຂອງການເຄື່ອນໄຫວວຽກງານອົງການອາຫານໂລກ ຢູ່ແຂວງຜົ້ງສາລີ ກໍ່ຄືບັນດາແຂວງເປົ້າໝາຍຢູ່ໃນລາວ ເພື່ອໃຫ້ທຸກພາກສ່ວນມີສ່ວນຮ່ວມ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາໂຄງການຂອງອົງການອາຫານໂລກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແນໃສ່ເຮັດໃຫ້ປະຊາຊົນໃນເຂດຊົນນະບົດຫ່າງໄກສອກຫຼີກໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ.

    ໃນການເຄື່ອນໄຫວຢູ່ແຂວງຜົ້ງສາລີຄັ້ງນີ້ ຄະນະສື່ມວນຊົນລາວ ໄດ້ລົງເກັບກຳຂໍ້ມູນກ່ຽວກັບການຈັດຈັດຕັ້ງປະຕິບັດໂຄງການອາຫານທ່ຽງຢູ່ໂຮງຮຽນອະນຸບານ ປະຖົມບ້ານຫາດສາ ໂຄງການສະໜອງ ທຶນໃຫ້ປະຊາຊົນເພື່ອຄໍ້າປະກັນດ້ານສະບຽງອາຫານ ໃນຂົງເຂດທີ່ມີຄວາມສ່ຽງດ້ານໄພພິບັດຢູ່ບ້ານໜອງກິນນາລີ ເມືອງຜົ້ງສາລີ ທີ່ໄດ້ຮັບການຍົກຍ້າຍມາຈາກເຂື່ອນໄຟຟ້ານໍ້າອູ 6 ແລະໂຄງການອື່ນໆອີກຈໍານວນໜື່ງ.    

    ອົງການອາຫານໂລກປະຈໍາລາວ ໄດ້ສະໜອງການຊ່ວຍເຫຼືອແກ່ປະຊາຊົນລາວເປັນເວລາຫຼາຍກວ່າ 4 ທົດສະວັດແລ້ວ ເຊິ່ງນອກຈາກການຊ່ວຍເຫຼືອໂດຍກົງດ້ານສະບຽງອາຫານຍັງໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແຜນງານອາຫານທ່ຽງຂອງລັດຖະບານ ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໂພສະນາການ ແລະ ການເຂົ້າເຖິງການສຶກສາຂອງເດັກນ້ອຍ ໃນເຂດຊົນນະບົດຫ່າງໄກສອກຫຼີກ ຜ່ານໂຄງການອາຫານທ່ຽງແຫ່ງຊາດ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນໃນເຂດທີ່ມີຄວາມສ່ຽງຕໍ່ການເກີດໄພພິບັດ ແລະ ສະໜັບສະໜູນລັດຖະບານລາວ ໃນການຊ່ວຍເຫຼືອສຸກເສີນຕໍ່ໄພພິບັດ.

error: Content is protected !!