ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42  

ວັນທີ 10 ພຶດສະພາ 2023 ທີ່ ລາບວນ ບາໂຈ ອິນໂດເນເຊຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ ແລະເຂົ້າຮ່ວມກອງປະຊຸມອື່ນໆທີ່ກ່ຽວຂ້ອງ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບຄົບຄະນະ ຜູ້ນໍາອາຊຽນ ໄດ້ມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດ ຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ  ແລະ ໄດ້ຮັບຊາບຄວາມໜ້າຂອງການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ພ້ອມນີ້ ຜູ້ນໍາອາຊຽນ ໄດ້ປຶກສາຫາລືື ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ໄດ້ຢໍ້າເຖິງຄວາມສໍໍາຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນໃນ ໂຄງສ້າງພາກພື້ນ ໂດຍຜ່ານການຮ່ວມມືໃນບັນດາກົນໄກທີ່ອາຊຽນສ້າງຕັ້ງຂຶ້ນ ຜູ້ນໍາອາຊຽນ ຍັງໄດ້ເຫັນດີຈັດກອງປະຊຸມສຸດ ຍອດອາຊຽນ-ສະພາການຮ່ວມມືເຂດອ່າວ ໃນເດືອນຕຸລາ 2023 ທີ່ ປະເທດ ອາຣັບບີ ຊາອູດິດ ກອງປະຊຸມສຸດຍອດສະເຫຼີມ ສະຫຼອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນວັນທີ 16-18 ທັນວາ 2023 ທີ່ໂຕກຽວ ແລະ ກອງປະຊຸມສຸດຍອດສະ ໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ ໃນວັນທີ 4-6 ມີນາ 2024 ທີ່ ອົດສະ ຕຣາລີ.

ໃນໂອກາດນີ້ ຜູ້ນໍາອາຊຽນ ຍັງໄດ້ພົບປະກັບ 4 ອົງກອນທີ່ກ່ຽວຂ້ອງຂອງອາຊຽນເຊັ່ນ: ຜູ້ນໍາອາຊຽນ ໄດ້ພົບປະກັບ ບັນດາຜູ້ ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເຊິ່ງໃນໂອກາດນີ້ ຜູ້ນໍາອາຊຽນ ໄດ້ຮັບຟັງການລາຍງານກ່ຽວກັບ ການປະກອບສ່ວນຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ໃນໄລຍະຜ່ານມາ ໃນຂະບວນການສ້າງປະຊາຄົມອາ ຊຽນ ແລະ ບັນດາກິດຈະກໍາ ແລະ ບູລິມະສິດຂອງການເປັນປະທານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຂອງອິນ ໂດເນເຊຍ ໃນປີ 2023 ພາຍໃຕ້ຄໍາຂວັນ “ຄວາມເອົາໃຈໃສ່ຂອງລັດຖະສະພາ ເພື່ອປະກອບສ່ວນໃຫ້ອາຊຽນໃຫ້ມີສະຖຽນລະ ພາບ ແລະ ຄວາມສົມບຸນພູນສຸກ”.

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ ຜູ້ນໍາອາຊຽນໄດ້ຮັບຊາບ ການລາຍ ງານກ່ຽວກັບການປະກອບສ່ວນຂອງຊາວໜຸ່ມໃນຂະບວນການສ້າງປະຊາຄົມ ແລະ ການຈັດຕັ້ງປະຕິບັດກິດຈະກໍາຂອງ ຊາວໜຸ່ມອາຊຽນທີ່ຈັດຂຶ້ນພາຍໃຕ້ຫົວຂໍ້: “ການພັດທະນາດິຈິຕອນ ເພື່ອເປົ້າໝາຍການພັດທະນາແບບຍືນຍົງ”.

ໃນການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍສະພາທີ່ປຶກສາທຸລະກິດອາ ຊຽນທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການສ້າງອາຊຽນໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ເພື່ອປະກອບ ສວ່ນສ້າງອາຊຽນໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆ ສາມາດແຂ່ງຂັນ ແລະ ສ້າງອາຊຽນໃຫ້ເປັນສູນກາງແຫ່ງການຂະ ຫຍາຍຕົວດ້ານເສດຖະກິດຂອງພາກພື້ນ.

ໃນກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ຜູ້ນໍາອາຊຽນ ໄດ້ຊົມເຊີຍຄວາມຄືບໜ້າຂອງການປະຕິບັດວຽກງານຂອງຄະນະສະເພາະກິດລະດັບສູງວ່າດ້ວຍວິ ໄສ ທັດປະຊາຄົມອາຊຽນ ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2022 ແລະ ໄດ້ຊຸກຍູ້ໃຫ້ໜ່ວຍງານດັ່ງກ່າວສືບຕໍ່ຮ່າງວິໄສທັດປະຊາ ຄົມອາຊຽນ ຫຼັງປີ 2025 ໃຫ້ສໍາເລັດຕາມກໍານົດເວລາ.

ໃນໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ພົບປະສອງຝ່າຍກັບ ທ່ານ ປະທານາທິບໍດີ ອິນໂດເນເຊຍ ທ່ານ ນາຍົກລັດຖະມົນຕີ ຕີມໍແລັດສະເຕ ທ່ານ ນາຍົກລັດຖະມົນຕີມາເລເຊຍ ທ່ານ ນາຍົກລັດຖະມົນຕີ ສສ.ຫວຽດນາມ ທ່ານ ປະທານາທິບໍດີ ຟິລິບປິນ ແລະ ທ່ານ ນາຍົກລັດຖະມົນຕີ ສິງກະໂປ ເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ.

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແບບວົງແຄບ ໃນວັນທີ 11 ພຶດສະພາ 2023 ແລະ ຍັງຈະໄດ້ພົບປະສອງຝ່າຍກັບຜູ້ນໍາຂອງປະເທດ ສະມາຊິກອາຊຽນ ອີກ ຈໍານວນໜຶ່ງ.

error: Content is protected !!