ຖວທ ໄຊທານີ ເອົາໃຈໃສ່ວຽກງານວິຊາສະເພາະມີຜົນສຳເລັດຫຼາຍດ້ານ

   ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຖວທ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂຶ້ນວັນທີ 10 ພືດສາພາ 2023 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ຄູນມີ ຣາຊະພົນ ຫົວໜ້າຫ້ອງການ ຖວທ ເມືອງໄຊທານີ ມີທ່ານ ໜູກີ ສີຫາລາດ ຮັກສາການເຈົ້າເມືອງໄຊທານີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄູນມີ ຣາຊະພົນ ກ່າວວ່າ: 1 ປີຜ່ານມາຫ້ອງການ ຖວທ ເມືອງໄຊທານີ ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານວິຊາສະເພາະແຕ່ລະດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ  ໄດ້ລົງເກັບກຳຂ່າວໄດ້ 135 ຂ່າວ ທຽບໃສ່ແຜນການປີປະຕິບັດໄດ້ 150% (ແຜນການ 90 ຂ່າວຕໍ່ປີ) ປັດຈຸບັນສາມາດປະຕິບັດໄດ້ 306 ຂ່າວ ທຽບໃສ່ 5 ປີ (ແຜນ 450 ຂ່າວ) ປະຕິບັດໄດ້ 68% ໄດ້ພົວພັນນັກຂ່າວຂັ້ນສູນກາງ ແລະ ນວ ເພື່ອມາເອົາຂ່າວຢູ່ເມືອງໄດ້ 29 ຄັ້ງ ລົງຊຸກຍູ້ ແລະ ປັບປຸງກະດານຂ່າວປະຈຳບ້ານໄດ້ 11 ບ້ານ ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນການ 73,33% ປັດຈຸບັນສາມາດປະຕິບັດໄດ້ 18 ຂ່າວຕໍ່ປີ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 45% ລົງເກັບກຳສະຖິຕິໂທລະໂຄ່ງພາຍໃນເມືອງສຳເລັດ 100% ສາມາດຂະຫຍາຍລະບົບໂທລະໂຄ່ງໄດ້ 11 ບ້ານ ທຽບໃສ່ແຜນ 5 ປີ (ແຜນ 40 ບ້ານ) ປະຕິບັດໄດ້ 45% ການຈັດຕັ້ງປະຕິບັດວຽກງານວັດທະນະທຳ ສາມາດສ້າງຄອບຄົວ ແລະ ມອບໃບຢັ້ງຢືນຄອບຄົວວັດທະນະທຳຈຳນວນ 866 ຄອບຄົວ ປະຕິບັດໄດ້ 173,2% (ແຜນ 500 ຄອບຄົວ) ທົ່ວເມືອງມີຄອບຄົວທັງໝົດ 46.151 ຄອບຄົວ ເປັນຄອບຄົວວັດທະນະທຳແລ້ວ 35.145 ຄອບຄົວ ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 76,15% ສ້າງບ້ານວັດທະນະທຳໄດ້ 2 ບ້ານ ທຽບໃສ່ແຜນປີປະຕິບັດໄດ້ 66,66% ມີບ້ານວັດທະນະທຳທັງໝົດ 102 ບ້ານທຽບໃສ່ 5 ປີ ປະຕິບັດໄດ້ 98,07% (ຍັງ 2 ບ້ານ) ວຽກງານທ່ອງທ່ຽວ ມີຮ້ານອາຫານ 152 ຫົວໜ່ວຍ ຮ້ານບັນເທິງ 4 ຫົວໜ່ວຍ ມີອະນຸຍາດ 3 ຫົວໜ່ວຍ ລີສອດ 5 ແຫ່ງ ໂຮງແຮມ 41 ຫົວໜ່ວຍ ເຮືອນພັກ 55 ຫົວໜ່ວຍ ປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນເມືອງ 54.000 ຄົນ  ທຽບໃສ່ແຜນການປະຕິບັດໄດ້ 10,8%.

   ສຳລັບທິດທາງແຜນການປີ 2023 ຈະສືບຕໍ່ສຸມໃສ່ການຈັດຕັ້ງປະບັດຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດຍິ່ງຂຶ້ນ ເປັນຕົ້ນ ລົງຊຸກຍູ້ປຸກລະດົມຫົວໜ່ວຍທຸລະກິດດ້ານວັດທະນະທຳໃຫ້ມາອອກອະນຸຍາດ ໃໝ່ໃຫ້ໄດ້ 20 ຫົວໜ່ວຍ ແລະ ຕໍ່ອະນຸຍາດໃຫ້ໄດ້ 50 ຫົວໜ່ວຍ ສືບຕໍ່ສ້າງຄອບຄົວວັດທະນະທຳໃຫ້ໄດ້ 500 ຄອບຄົວ ແລະ ສ້າງບ້ານວັດທະນະທຳໃຫ້ໄດ້ 2 ບ້ານ ສືບຕໍ່ຊຸກຍູ້ເກັບກຳສະຖິຕິ ຫົວໜ່ວຍທຸລະກິດດ້ານທ່ອງທ່ຽວໃຫ້ມາອອກອະນຸຍາດໃຫ້ໄດ້ 20 ຫົວໜ່ວຍ ພ້ອມທັງຕໍ່ອະນຸຍາດ ໃຫ້ໄດ້  150 ຫົວໜ່ວຍ ແລະ ອື່ນໆ.  ນອກນີ້ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳເຫັນຂອງບັນດາຫົວໜ່ວຍທຸລະກິດ ຮ້ານອາຫານ ອົງການຈັດຕັ້ງບ້ານ ແລະ ກຸ່ມ ປກສ ຂອງເມືອງ ກ່ຽວກັບການແກ້ໄຂບັນຫາສຽງເນືອງນັນ ແລະ ການດຳເນີນຄະດີຕໍ່ຜູ້ລະເມີດຕາມລະບຽບຂອງຂັ້ນເທິງ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ຫົວໜ່ວຍທຸລະກິດທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງຂົງເຂດ ຖວທ ໄລຍະຜ່ານມາຕື່ີມອີກ.

error: Content is protected !!