ປະກາດແຕ່ງຕັ້ງປະທານ-ຮອງປະທານຄະນະກຳມະການ ປກຊ-ປກສ ແຂວງຫຼວງນໍ້າທາ

ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງຫຼວງນໍ້າທາ ໄດ້ປະກາດແຕ່ງຕັ້ງປະທານ-ຮອງ ປະທານ ປກຊ-ປກສ ຂຶ້ນໃນທ້າຍອາທິດຜ່ານມາ ເປັນປະທານໂດຍ ພົຕ ຈັນທອງ ສອນຕະອາດ ຄະນະກໍາມະການ ປກຊ -ປກສ ສູນກາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາ ພັກແຂວງ ເຈົ້າແຂວງຫຼວງນໍ້າທາ ມີສະຫາຍຄະນະກໍາມະການ ປກຊ-ປກສ ແຂວງ ກໍາມະການປະຈໍາພັກແຂວງ ກໍາມະ ການພັກແຂວງ ກອງບັນຊາການ ປກຊ-ປກສ ແຂວງ ເຂົ້າຮ່ວມ.

ທ່ານ ພົຈວ ອິ່ນແກ້ວ ມະນີຈັນ ຮອງປະທານຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງຫຼວງນໍ້າທາ ໄດ້ຜ່ານບົດ ລາຍງານຫຍໍ້ກ່ຽວກັບສະ ພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໄລຍະຜ່ານມາ ໃຫ້ຮູ້ວ່າ: ແຂວງຫຼວງນ້ໍາທາ ເປັນ ທາງຜ່ານອາ ນຸພາກພື້ນແມ່ນໍ້າຂອງ, ມີປະຕູດ່ານ 4 ດ່ານ ເໝາະແກ່ການຜະລິດກະສິກຳປູກຝັງ-ລ້ຽງສັດເປັນສິນຄ້າ ຕະ ຫຼອດໄລຍະຜ່ານມາ ຄະນະພັກ-ຄະນະກຳມະການ ປກຊ-ປກສ ແຂວງ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການ ເມືອງ -ແນວຄິດໃຫ້ພະນັກງານ-ນັກຮົບ 2 ກຳລັງຢ່າງເປັນປົກກະຕິ ເອົາໃຈໃສ່ຊີ້ນຳ-ນຳ ພາວຽກງານວິຊາສະເພາະ ເປັນຕົ້ນ ແມ່ນ ການປ້ອງກັນຊາຍແດນລາວ-ມຽນມາ ຊາຍແດນລາວ-ຈີນ ໃຫ້ມີຄວາມສະຫງົບ ໂດຍພື້ນຖານ ເອົາໃຈໃສແກ້ໄຂບັນດາປະກົດ ການຫຍໍ້ທໍ້ໃນສັງຄົມສາມາດຮັກສາໄດ້ຄວາມສະຫງົບ ທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ປະ ຊາຊົນບັນດາເຜົ່າໄດ້ໃຫ້ຄວາມຮ່ວມມືປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເປັນຢ່າງດີ ການພັດທະນາເສດຖະກິດ -ສັງຄົມ ມີທ່າຂະຫຍາຍຕົວ GDP ສະເລ່ຍໃສ່ຫົວຄົນໄດ້ 18 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ຈາກນັ້ນ ໃນພິທີກໍຍັງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກ ທີ 320/ຄລສພ ລົງວັນທີ 28 ມີນາ 2023 ວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງ ເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແຂວງຫຼວງນໍ້າທາ ແລະ ທ່ານ ພົຈວ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງເປັນຮອງປະທານ ສ່ວນຮອງປະທານທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພາບ-ຂ່າວ ຄວາມສະຫງົບ Lao Security News

error: Content is protected !!