ຍ້ອງຍໍນັກຮຽນຕ່າງປະເທດທີ່ປະກອບສ່ວນບັນທຶກສຽງສຳລັບຫຼັກສູດວິຊາພາສາອັງກິດຂັ້ນ ປ5

    ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກີລາ (ສສກ) ຍ້ອງຍໍນັກຮຽນຕ່າງປະ ເທດທີ່ບັນທຶກສຽງສຳລັບຫຼັກສູດວິຊາພາສາອັງກິດຂັ້ນ ປ5 ສະບັບປັບປຸງໃໝ່ ເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ນາໆຊາດວຽງຈັນ (VIS) ນະຄອນຫຼວງວຽງຈັນ.

    ກະຊວງ ສສກ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງຂອດການຜະລິດສື່ການຮຽນ-ການສອນ ສໍາລັບຫຼັກສູດຂັ້ນ ປ5 ສະບັບປັບປຸງໃໝ່ ທີ່ຈະໄດ້ເລີ່ມຕົ້ນນຳໃຊ້ໃນສົກຮຽນໃໝ່ ເດືອນກັນຍາ 2023 ນີ້ ປີນີ້ແມ່ນປີສຸດທ້າຍຂອງການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປູງໃໝ່ ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 2019.

    ພາສາອັງກິດ ວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເປັນວິຊາທີ່ສອນຢູ່ໃນຂັ້ນ ປ5 ແມ່ນເປັນວິຊາທີ່ໄດ້ຮັບການພັດທະນາໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ນັກຮຽນຊັ້ນປະຖົມສຶກສາໃນ ສປປ ລາວ ແມ່ນໄດ້ເລີ່ມຮຽນພາສາອັງກິດຕັ້ງແຕ່ຂັ້ນ ປ3 ເມື່ອນັກຮຽນໄດ້ຮຽນພາສາໃໝ່ ພວກເຂົາຕ້ອງການເຂົ້າເຖິງພາສາດັ່ງກ່າວໃນຫຼາຍໂອກາດເພື່ອຟັງ ແຕ່ວ່າມັນອາດເປັນສິ່ງທ້າທາຍສໍາລັບຄູໃນ ສປປ ລາວ ທີ່ຈະສາມາດຍົກຕົວຢ່າງການອອກສຽງພາສາອັງກິດ ຫາກຄູເອງກໍ່ຍັງບໍ່ທັນໝັ້ນໃຈໃນລະດັບພາສາອັງກິດຂອງຕົນ.

    ນັບແຕ່ຂັ້ນ ປ3 ກະຊວງ ສສກ ພ້ອມດ້ວຍ ແຜນງານບີຄວາ ໄດ້ຮ່ວມມືກັບໂຮງຮຽນນາໆຊາດວຽງຈັນ (VIS) ຜະລິດສື່ຟາຍສຽງສຳລັບຫຼັກສູດພາສາອັງກິດ ເປັນເວລາ 3 ປີ ຕິດຕໍ່ກັນ ແລະ ກໍ່ມີນັກຮຽນຫຼາຍຄົນໄດ້ສະໝັກໃຈເຂົ້າຮ່ວມການບັນທຶກສຽງສຳລັບວິຊາພາສາອັງກິດ.

    ທ່ານ ນາງ ວາແນັດຊ້າ ໄດ້ກ່າວວ່າ: ໃນນາມລັດຖະບານອົດສະຕາລີ ຂ້າພະເຈົ້າຂໍຂອບໃຈມາຍັງນັກຮຽນທຸກຄົນທີ່ໄດ້ສະໝັກໃຈອັດສຽງໃນວຽກງານທີ່ສຳຄັນນີ້ ຂ້າພະເຈົ້າໄດ້ຍິນວ່າ ນັກຮຽນທຸກຄົນມີຄວາມກະຕືລືລົ້ນ ແລະ ມີເປັນຄວາມເປັນມືອາຊີບຫຼາຍ ຂໍຂອບໃຈສໍາລັບການສະໜັບສະໜູນການສຶກສາຊັ້ນປະຖົມໃນ ສປປ ລາວ.

    ທ່ານ ຄຳຈັນ ລັດທະຍອດ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ກ່າວວ່າ: ຄູຂັ້ນປະຖົມຈະນຳໃຊ້ຟາຍສຽງໃນການກະກຽມບົດຮຽນ ແລະ ຍັງຈະເປີດສອນໃນຫ້ອງຮຽນໂດຍກົງ ຍ້ອນການເຂົ້າຮ່ວມຂອງນັກສຶກສາຕ່າງປະເທດ ນັກສຶກສາລາວຈະສາມາດຟັງການເວົ້າໂດຍສຽງຂອງຜູ້ທີ່ເປັນເຈົ້າຂອງພາສາ ແລະ ຈະໄດ້ຮັບຟັງສຳນຽງຫຼາຍແບບໃນພາ ສາອັງກິດ. 

    ສຳລັບຂັ້ນ ປ5 ຄູ່ມືຄູວິຊາພາສາອັງກິດຊັ້ນປ5 ຈະມີສຽງເພງທັງໝົດ 104 ສຽງ ພ້ອມທັງມີຄຳແນະນຳກ່ຽວກັບຟາຍສຽງທີ່ຈະໃຊ້ ແລະ ລາຍລະອຽດຂອງສຽງທັງພາສາອັງກິດ ແລະ ພາສາລາວ. ການນຳໃຊ້ສື່ດ້ານສຽງຈະຊ່ວຍໃຫ້ຄູລາວສາມາດນຳພາການສອນພາສາອັງກິດໃຫ້ນັກຮຽນໂດຍໃຊ້ສຽງທີ່ສົມຈິງ ເປີດໂອ ກາດໃຫ້ນັກຮຽນໄດ້ຟັງສຳນຽງພາສາອັງກິດຫຼາຍແບບ ແລະ ເຮັດໃຫ້ບົດຮຽນມີຄວາມຫ້າວຫັນ ແລະ ມ່ວນຊື່ນ.     ຟາຍສຽງແມ່ນຈະອັດໃສ່ຢູເອັສບີ ແລະ ຈັດສົ່ງໃຫ້ແກ່ທຸກໂຮງຮຽນໃນ ສປປ ລາວ ພ້ອມທັງຈະສາມາດໃຫ້ດາວໂລດ ແລະ ຟັງໄດ້ຜ່ານທາງຊ່ອງທາງຢູທູບ ວິດີໂອສໍາລັບການພັດທະນາຄູ Teacher Development Videos ແລະ ຜ່ານຊ່ອງທາງ ຄັງປັນຍາລາວ Khang Panya Lao ຂອງ ສສກ.

error: Content is protected !!