ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ ເຄື່ອນໄວວຽກງານທີ່ແຂວງໄຊສົມບູນ

ເມື່ອບໍ່ດົນຜ່ານມານີ້ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານ ຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງໄຊສົມບູນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ຂອງແນວລາວ ສ້າງຊາດຂັ້ນແຂວງ ຂັ້ນເມືອງ ແລະ ບ້ານ ພາຍໃນແຂວງໄຊສົມບູນ ໃຫ້ໄດ້ຮັບການເຄື່ອນໄຫວປະຕິບັດໜ້າທີ່ ຂອງຕົນຢ່າງແຂງແຮງ ແລະ ກວ້າງຂວາງ.

ທັງປຸກລະດົມ ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ແລະ ທຸກຊັ້ນຄົນ ໃນສັງຄົມ ໃຫ້ມີຄວາມ ແໜ້ນແຟ້ນຍິ່ງໆ ຂຶ້ນ ໂດຍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ພ້ອມກັນປະກອບສ່ວນທີ່ສຳ ຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ຕາມແນວ ທາງປ່ຽນແປງໃໝ່ ຮອບດ້ານ ທີ່ມີຫຼັກການຂອງພັກ ໃຫ້ຈະເລີນກ້າວໜ້າ ແລະ ສິວິໄລຂຶ້ນຢ່າງຕໍ່ເນື່ອງ.

ການລົງເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ທ່ານ ຄຳໄຫຼ ສີປະເສີດ ພ້ອມຄະນະ ໄດ້ຖືໂອກາດດັ່ງ ກ່າວເຂົ້າຢ້ຽມຢາມ ແລະ ພົບປະ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງໃນການລົງເຄື່ອນໄຫວວຽກ ງານຂອງຕົນ ຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງສູນກາງແນວລາວສ້າງຊາດ ເຊິ່ງທ່ານເຈົ້າແຂວງໄຊສົມບູນ ກໍໄດ້ກ່າວ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການມາຢ້ຽມຢາມຂອງທ່ານຮອງປະທານ ຜູ້ປະຈຳການສູນກາງແນວລາວ ສ້າງ ຊາດ ພ້ອມຄະນະ ໃນຄັ້ງນີ້ ຈາກນັ້ນ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງໄຊສົມບູນ ໃຫ້ທ່ານ ຄຳໄຫຼ ສີປະເສີດ ແລະ ຄະນະ ໄດ້ຮັບຊາບຕື່ມອີກ.

ຂ່າວ ຈິນລະວອນ ວໍລະສົມບູນ

error: Content is protected !!