ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ລາວ-ສ ກູບາ

ກອງປະຊຸມພົບປະສອງຝ່າຍ ເພື່ອຜັນຂະຫຍາຍການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ກັບ ກະຊວງ ກະສິກໍາ ສ ກູບາ ຈັດຂຶ້ນໃນວັນທີ 8 ພຶດສະ ພາ 2023 ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນໍາໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ຝ່າຍກູບານໍາໂດຍ ທ່ານ ມາວ ຣີ ເຮຈາບາ ເຣຍ ເບຣມູເດັຊສ ຮອງ ລັດຖະມົນຕີ ກະຊວງກະສິກໍາ ສ ກູບາ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ລາຍງານສະພາບການຜະລິດກະສິກໍາ ໃຫ້ກັນແລະກັນໄດ້ຮັບຮູ້ ໃນນີ້ ທ່ານ ທອງພັດ ວົງມະ ນີ ໄດ້ໃຫ້ຮູ້ວ່າ: ດ້ານການຜະລິດສະບຽງອາ ຫານໃນປີ 2022 ຜ່ານມາ, ສປປ ລາວ ສາມາດຜະລິດເຂົ້າເປືອກໄດ້ ທັງໝົດປະ ມານ 3,78 ລ້ານກວ່າໂຕນ ລື່ນແຜນການ 2,2% ( ແຜນການຕາມມະຕິສະພາຮັບຮອງ 3,7 ລ້ານໂຕນ) ໃນນັ້ນ ເຂົ້ານາແຊງ 438.000 ໂຕນ ເຂົ້ານາປີ ປະມານ 3,15 ລ້ານກວ່າໂຕນ ແລະ ເຂົ້າໄຮ່ປະມານ 187.780 ໂຕນ ການປູກພືດສະບຽງອາຫານ ເພື່ອບໍລິໂພກພາຍ ໃນ ແລະ ປ້ອນໂຮງງານປຸງແຕ່ງຂອງປະຊາຊົນ ແລະ ບັນດາຫົວ ໜ່ວຍທຸລະກິດ ສາມາດຜະລິດໄດ້ 2,36 ລ້ານກວ່າໂຕນ ຜະລິດຊີ້ນ ໄຂ່ ແລະ ປາໄດ້ທັງໝົດ 507.644 ໂຕນ ເຊິ່ງອັດຕາການບໍລິໂພກ ຊີ້ນ ປາ ໄຂ່ ໂດຍສະເລ່ຍບັນລຸໄດ້ 68 ກິໂລກຼາມຕໍ່ຄົນຕໍ່ປີ ສາມາດຄໍ້າປະກັນ ການບໍລິໂພກພາຍໃນໄດ້ໂດຍພື້ນຖານ.

ນອກຈາກນີ້ ດ້ານການຮ່ວມມືວຽກງານກະສິກໍາລາວ-ກູບາການນໍາສອງຝ່າຍແມ່ນໄດ້ມີການລົງນາມບົດບັນທຶກຄວາມເຂົ້າ ໃຈຄັ້ງທໍາອິດ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ ສ ກູບາ ໃນວັນທີ 19 ກັນຍາ 1997 ເພື່ອຮັດແໜ້ນສາຍພົວພັນຮ່ວມມືການກະສິກໍາ ແລະ ປ່າໄມ້ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນ ງອກງາມຂຶ້ນກວ່າເກົ່າ ຈົນມາຮອດເດືອນຕຸລາ 2022 ທີ່ຜ່ານມາ ສອງຝ່າຍຈຶ່ງໄດ້ມີການເຊັນບົດບັນທຶກການຮ່ວມມືລະ ຫວ່າງສອງກະຊວງເປັນຄັ້ງທີ 2 ເຊິ່ງໃນການຈັດຕັ້ງຜັນຂະຫຍາຍເນື້ອໃນເຫັນວ່າຍັງຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງບົດບັນທຶກການ ຮ່ວມມືດັ່ງກ່າວແມ່ນໄດ້ລົງເລິກໃນຂົງເຂດວຽກງານການແລກປ່ຽນຂໍ້ມູນຂ່າວສານ ດ້ານວິທະຍາສາດ ດ້ານເຕັກນິກ ການ ແລກ ປ່ຽນປະສົບການ ແລກປ່ຽນດ້ານການ ຜະລິດແນວພັນທີ່ສາມາດປັບຕົວກັບສະພາບພູມີອາກາດ ການນໍາສະເໜີແນວ ພັນໃໝ່ຂອງພືດ ແລະ ແກ່ນພັນທີ່ມີ ຄວາມທົນທານ ໄມ້ໃຫ້ໝາກ ການປ້ອງກັນສັດຕູພືດແບບປະສົບປະສານ ການ ແລກ ປ່ຽນບົດຮຽນກ່ຽວກັບການຄຸ້ມຄອງນິເວດ-ກະສິກໍາ ແລະ ດ້ານການລ້ຽງສັດ ແລະ ຜະລິດຕະພັນສັດ ຈະສຸມໃສ່ການປັບປຸງ ເຕັກນິກໃນການປະສົມພັນທຽມ, ປັບ ປຸງພັນຂອງສັດລ້ຽງ ແລະ ຮ່ວມມືດ້ານປ່າໄມ້ ເຊິ່ງໂຄງການທໍາອິດຈະຮ່ວມມືກັນກໍ ແມ່ນໂຄງການຮ່ວມມືຄົ້ນຄວ້າການຜະລິດແນວພັນເຂົ້າ.

ຫຼັງຈາກນັ້ນ ໃນພິທີ ທັງສອງຝ່າຍກໍຍັງໄດ້ເຊັນບົດບັນທຶກແຜນດໍາເນີນງານຮ່ວມມື ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກະຊວງກະສິກໍາ ສ. ກູບາ ຝ່າຍລາວ ລົງນາມເຊັນໂດຍທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ສປປ ລາວ, ຝ່າຍກູບາລົງນາມເຊັນໂດຍທ່ານ ມາວຣີ ເຮຈາບາເຣຍ ເບຣມູເດັຊສ ຮອງລັດຖະມົນຕີກະ ຊວງກະສິກໍາ ສ ກູບາ.

ພາບ-ຂ່າວ ຄວາມສະຫງົບ Lao Security News

error: Content is protected !!