ເປີດປ້າຍໂຮງຮຽນຮຸ່ງເຮືອງເປັນໂຮງຮຽນຕົວແບບຄຸນນະພາບ ແຫ່ງທີ 2 ຂອງເມືອງ

    ພິທີເປີດປ້າຍຕົວແບບຄຸນນະພາບ ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມສຶກສາສົມບູນ ຮຸ່ງເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 5 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານ ລິດທິໄຊ ຮຸ່ງເຮືອງ ຜູ້ຜະກອບການ ຜູ້ອຳນວຍການໂຮງຮຽນຮຸ່ງເຮືອງ ຄະນະນຳຈາກອຳນາດການປົກຄອງ ຫ້ອງການສຶກສາທິການ ແລະ ກີລາ ເມືອງ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ທ່ານ ຟອງສະໝຸດ ຕຸລາຄົມ ຮອງຜູ້ອຳນວຍການໂຮງຮຽນ ຮຸ່ງເຮືອງ ແຈ້ງໃຫ້ຊາບວ່າ: ສຳລັບໂຄງການ ໂຮງຮຽນຕົວແບບຄຸນນະພາບ ແມ່ນນອນໃນ 5 ໂຄງການຫຼັກຂອງໂຮງຮຽນ ສຸມໃສ່ ການຈັດຕັ້ງປະຕິບັດດ້ານວິຊາການ ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ຄູອາຈານ ໃນ ຫຼາຍຮູບແບບ ຈັດອົບຮົມ ນິເທດ ທັງພາຍໃນ ແລະ ນອກ ພ້ອມທັງເຊິນຄູຜູ້ຊ່ຽວຊານມາບັນຍາຍສົ່ງຄວາມ ຮູ້ ພ້ອມສົ່ງຄະນະອຳນວຍການ 2 ທ່ານ ເຂົ້າຮ່ວມເຝຶກອົບຮົມການປັບປຸງຄຸນນະພາບ ຊັ້ນມັດທະຍົມ ທີ່ຫ້ອງປະຊຸມສະໜາມກິລາ ເຈົ້າອານຸວົງ ແລະ ໃນວັນທີ 29 ມິນາ 2022 ອົງການກວດກາລັດ ນວ ພະແນກສຶກສາທິການ ແລະ ກິລາ ນວ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງມາຕິດຕາມກວດກາ ການສ້າງໂຮງຮຽນຕົວແບບຄຸນນະພາບ ຄັ້ງທີ1 ວັນທີ 3 ມິຖຸນາ 2022 ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງປະເມີນໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ ແລະ ມັດທະຍົມ ຄັ້ງທີ2 ວັນທີ 24 ຕຸລາ 2022 ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາກິລາເມືອງສີໂຄດຕະບອງ ລົງປະເມີນໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ ແລະ ມັດທະຍົມ ຄັ້ງທີ3.

    ຜ່ານການເຄື່ອນໄຫວວຽກງານ ເຮັດໃຫ້ມີຜົນງານອັນດີເດັ່ນ ໄດ້ຮັບການຍ້ອງຍໍຈາກພັກ-ລັດຖະບານໄດ້ຮັບທຸງ ໂຮງຮຽນຂຽວສະອາດ ແລະ ມີຄຸນນະພາບ 3 ຊັ້ນຮຽນ ໄດ້ຮັບທຸງ ໂຮງຮຽນປອດຢາເສບຕິດ ແລະ ຫຼຽນໄຊແຮງງານຊັ້ນ 3 ຈາກທ່ານປະທານປະເທດ ແລະ ໄດ້ຮັບການປະກາດເປັນ ໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ໃນວັນທີ 10 ມີນາ 2023 ໃນສົກຮຽນ 2022-2023 ພ້ອມປະກາດເປັນໂຮງຮຽນຕົວແບບຄຸນນະພາບຢ່າງເປັນທາງການ ໃນວັນນີ້.

error: Content is protected !!