ສາຍພົວພັນ ລາວ-ສ ເກົາຫຼີ ນັບມື້ມີການພັດທະນາຫຼາຍດ້ານ

    ໂອກາດທີ່ທ່ານ ດຣ ຄິມ ຮົງກູ ( Kim Hong Koo ) ອະດີດອະທິການບໍດີ ມະຫາວິທະຍາໄລສຶກສາຕ່າງປະເທດບູຊານ (Busan) ແລະ ຜູ້ຊ່ຽວຊານດ້ານການສຶກສາກ່ຽວກັບ ລາວ ແລະ ໄທ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຖານະທູດພິເສດ ຂອງ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ເພື່ອການຮ່ວມມືກັບອາຊີຕາເວັນອອກສ່ຽງໃຕ້ ທ່ານໄດ້ເຂົ້າຮ່ວມບັນຍາຍສາຍພົວພັນ ລາວ- ສ ເກົາຫຼີ ໃນສະພາບການປັດຈຸບັນ ແລະ ອະນາຄົດ ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນທ້າຍເດືອນເມສາ 2023 ເຊິ່ງເຊິ່ງມີ ພະນັກງານຄູ-ອາຈານ ນັກສຶກສາ ຈາກພາກວິຊາຕ່າງໆ ໄດ້ເຂົ້າຮ່ວມຟັງການບັນຍາຍຄັ້ງນີ້ ປະມານ 200 ຄົນ ທ່ານໄດ້ຍົກໃຫ້ຮູ້ວ່າ: ລາວ ແລະ ສ ເກົາຫຼີ ສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ນັບຕັ້ງແຕ່ມີການພົວພັນທາງການທູດທີ່ໄດ້ຮັບການຟື້ນຟູໃນປີ 1995 ເປັນຕົ້ນມາ .

    ທັງສອງປະເທດໄດ້ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດເສດຖະກິດເຊັ່ນດຽວ ເຊິ່ງບັນລຸເຖິງ 150 ລ້ານໂດລາສະຫະລັດໃນປີ 2022 ສິນຄ້າຫຼັກໆທີ່ສົ່ງອອກມາລາວນັ້ນ ລວມມີລົດໃຫຍ່ ເຄື່ອງອາໄລລົດ ເຄື່ອງນຸ່ງຫົ່ມ ເຄື່ອງກົນຈັກກໍ່ສ້າງ ຜະລິດຕະພັນກະສິກໍາ ຄອມພິວເຕີ ເຄື່ອງສຳອາງ ແລະ ຢາ ຄຽງຄູ່ກັນນັ້ນ ສິນຄ້າທີ່ສົ່ງອອກຈາກລາວໄປ ສ ເກົາຫຼີ ຕົ້ນຕໍແມ່ນ ຜະລິດຕະພັນໄມ້ ເຄມີວັດຖຸດິບ ແລະ  ກາເຟ ພ້ອມກັນນັ້ນ ໃນດ້ານການຮ່ວມມືພັດທະນາ ສ ເກົາຫຼີ ແມ່ນຄູ່ຮ່ວມມືທີ່ໂດດເດັ່ນຂອງລາວ ໃນລະຫວ່າງປີ 1991 ຫາ 2021 ສ ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອລາວທັງໝົດ 341 ລ້ານໂດລາສະຫະລັດ ເຂົ້າໃນການພັດທະນາພາກພື້ນ ການຄຸ້ມຄອງນ້ຳ ແລະ ສຸຂາພິບານ ການສຶກສາ ແລະ ພະລັງງານ ເຊິ່ງແມ່ນ 4 ຂົງເຂດສຳຄັນຂອງການຮ່ວມມືພັດທະນາລະຫວ່າງສອງປະເທດ.

    ໂຄງການ ປ້ອງກັນຕາຝັ່ງເຈື່ອນ ແລະ ການພັດທະນາ ແຄມຂອງ ຢູ່ນະຄອນຫຼວງວຽງຈັນ ເປັນໜຶ່ງໃນໂຄງການ ພັດທະນາ ທີ່ສໍາຄັນ ລະຫວ່າງ ລາວ ແລະ ສ ເກົາຫຼີ ໄດ້ເຮັດໃຫ້ຄົນລາວ ມີສະຖານທີ່ ດ້ານການຄົມມະນາຄົມ ສະດວກສະບາຍ ຕະຫຼອດເຖິງ ກິດຈະກຳການ ດໍາເນີນທຸລະກິດ ແລະ ການພັກຜ່ອນ ເປັນຕົ້ນ ປັດຈຸບັນໂຄງການໄລຍະທີສອງແມ່ນຢູ່ໃນໄລຍະກຳລັງດຳເນີນການຢູ່.

    ປະເທດລາວເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ນິຍົມຂອງຄົນເກົາຫຼີ ຊາວເກົາຫຼີ ຫຼາຍຄົນມາທ່ຽວປະເທດລາວເພື່ອພັກຜ່ອນຢ່ອນໃຈກັບທຳມະຊາດ ຂອງເມືອງຫຼວງພະບາງ ມ່ວນຊື່ນກັບກິດຈະກຳຕ່າງໆຢູ່ວັງວຽງ ຫຼື ຫຼິ້ນກ໊ອຟໃນນະຄອນຫຼວງວຽງຈັນ ໃນປີ 2019 ມີຊາວ ສ ເກົາຫຼີ ຫຼາຍກວ່າ 200.000 ຄົນ ໄດ້ມາທ່ຽວລາວ ເຖິງວ່າຈຳນວນດັ່ງກ່າວໄດ້ຫຼຸດລົງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍຍັງສາມາດຟື້ນຕົວຂຶ້ນເປັນລຳດັບ ໂດຍມີຫຼາຍກວ່າ 20.000 ຄົນໃນປີ 2022 ເຊັ່ນດຽວກັນກັບຄົນເກົາຫຼີຫຼາຍຄົນທີ່ສົນໃຈລາວ ຄົນລາວເອງກໍ່ສະແດງຄວາມສົນໃຈໃນວັດທະນະທໍາເກົາຫຼີເຊັ່ນດຽວກັນ K-Culture (ເອີ້ນອີກຊື່ໜຶ່ງວ່າ Hallyu) ເຊິ່ງລວມມີ K-Pop ລະຄອນ ແລະ ຮູບເງົາເກົາຫຼີ ອາຫານເກົາຫຼີ ແລະ ຄວາມງາມຂອງເກົາຫຼີ ກຳລັງມີກະແສໃນລາວ ໂດຍສະເພາະໃນກຸ່ມໄວໜຸ່ມ ຄວາມສົນໃຈດັ່ງກ່າວໄດ້ຊຸກຍູ້ໃຫ້ຊາວລາວຈຳນວນຫຼາຍຮຽນພາສາເກົາຫຼີ ປັດຈຸບັນ ພາສາເກົາຫຼີແມ່ນໄດ້ຮັບການສອນຢູ່ສະຖາບັນຕ່າງໆຂອງລາວ ເຊັ່ນ: ພາກວິຊາພາສາເກົາຫຼີຂອງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລສຸພານຸວົງ ແລະ ສະຖາບັນ King Sejong ຍິ່ງໄປກວ່ານັ້ນ ອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງສຶກສາຂອງສອງປະເທດໃນປີ 2019 ໂຮງຮຽນມັດທະຍົມສຶກສາສົມບູນ 3 ແຫ່ງໄດ້ເປີດສອນພາສາເກົາຫຼີໃຫ້ແກ່ນັກຮຽນລາວ.     ທ່ານ ດຣ ຄິມ ໄດ້ກ່າວກ່ອນທີ່ຈະຈົບການບັນຍາຍວ່າ: ຂ້າພະເຈົ້າເຊື່ອວ່າ ຄົນລາວສະແດງຄວາມສົນໃຈໃນວັດທະນະທໍາເກົາຫຼີຫຼາຍ ເພາະວ່າຄົນລາວ ແລະ ຄົນ ສ ເກົາຫຼີ ມີວັດທະນະທໍາຄ້າຍຄືກັນ ເຊັ່ນ: ພຸດທະສາສະໜາ ແລະ ໃຫ້ຄວາມສຳຄັນກັບຄຸນຄ່າຂອງຄອບຄົວ ແລະ ບົນພື້ນຖານຄວາມຄ້າຍຄືກັນນີ້ ຂ້າພະເຈົ້າຢາກແນະນຳໃຫ້ປະຊາຊົນສອງປະເທດ ໂດຍສະເພາະແມ່ນນັກຮຽນໜຸ່ມ ໄດ້ເປີດກວ້າງການສື່ສານ ແລະ ຜັນຂະຫຍາຍບັນດາຂົງເຂດການຮ່ວມມືຢ່າງກວ້າງຂວາງໃນຫຼາຍໆດ້ານ.

error: Content is protected !!