ລ໋ອບສະເຕດ້ຽມ ຊະນະ ມຊ ຄວ້າແຊັມ ຢູ-12 ຊີງຂັນ ສຕລ

ອີງ​ຕາມ​ຂໍ້​ມູນ​ຈາກ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ແຈ້ງ​ໃຫ້​ຊາບ​ວ່າ: ເມື່ອ​ວັນ​ທີ 27 ມິ­ຖຸ­ນາ 2020 ທີ່​ສະ­ໜາມ​ຫຍ້າ​ທຽມ ສຕລ ໄດ້​ຈັດ​ແຂ່ງ­ຂັນ​ເຕະ­ບານ​ເຍົາ­ວະ​ຊົນ​ຊາຍ ຢູ-12 ຊີງ​ຂັນ ສຕລ ຮອບ​ຮອງ​ຊະ­ນະ​ເລີດ ແລະ ຮອບ​ຊີງ​ຊະ­ນະ​ເລີດ ເຊິ່ງ​ຄູ່​ທີ່​ໜ້າ​ສົນ­ໃຈ​ເປັນ​ການ​ພົບ​ກັນ​ລະ­ຫວ່າງ ສະ­ໂມ­ສອນ​ລ໋ອບ​ສະ​ເຕ​ດ້ຽມ​ເອ​ັຟ​ເອ ທີ່​ລົງ​ສະ­ໜາມ​ຮອບ 4 ທີມ ໄລ່​ຖະ​ຫຼົ່ມ​ສະ­ໂມ­ສອນ​ເຄ​ເອັນ​ຊີ​ເອັຟ​ຊີ ມາ​ໄດ້ 3-0 ປະ­ຕູ ພົບ​ກັບ​ສະ­ໂມ­ສອນ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ທີ່​ຮອບ​ຮອງ​ຊະ­ນະ​ເລີດ​ໂຊ​ຟອມ​ເກ່ງ ໄລ່​ຖະ​ຫຼົ່ມ​ສະ­ໂມ­ສອນ ດີ​ເຄ​ເອັຟ​ຊີ ມາ​ໄດ້​ເຊັ່ນ​ກັນ 4-1 ປະ­ຕູ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ທີມ​ນັກ​ເຕະ​ພິກ​ຂີ້­ໜູ​ສະ­ໂມ­ສອນ​ລ໋ອບ​ສະ​ເຕ​ດ້ຽມ ຍັງ​ສາ­ມາດ​ເອົາ​ຊະ­ນະ​ສະ­ໂມ­ສອນ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ໄປ​ໄດ້ 2-0 ປະ­ຕູ ຄວ້າ​ແຊັມ​ໄປ​ຄອງ​ໄດ້​ສຳ­ເລັດ ຂະ­ນະ​ທີ່​ຜົນ​ການ​ແຂ່ງ­ຂັນ​ຄູ່​ຊີງ​ອັນ​ດັບ​ທີ 3 ສະ­ໂມ­ສອນ​ດີ​ເຄ ໄລ່​ຖະ​ຫຼົ່ມ​ສະ­ໂມ­ສອນ​ເຄ​ເອັນ​ຊີ ໄປ​ແບບ​ຂາດ​ຮອຍ 5-0 ປະ­ຕູ ຄວ້າ​ອັນ​ດັບ 3 ໄປ​ຄອງ.

ສຳ­ລັບ​ການ​ແຂ່ງ­ຂັນ​ບານ­ເຕະ​ລາຍ­ການ​ນີ້ ເລີ່ມ​ວັນ​ທີ 8 ກຸມ­ພາ ເປັນ­ຕົ້ນ​ມາ ມີ​ທັງ​ໝົດ 16 ທີມ ເຂົ້າ​ຮ່ວມ​ຊີງ​ໄຊ ແບ່ງ​ອອກ​ເປັນ 2 ກຸ່ມ ຄື: ກຸ່ມ A ສະ­ໂມ­ສອນ​ລ໋ອບ​ສະ​ເຕ​ດ້ຽມ​ເອັຟ​ເອ ສະ­ໂມ­ສອນ​ວຽງ​ຈັນ​ເອັຟ​ທີ ສະ­ໂມ­ສອນ​ແຟ​ມີ​ລີ​ເອັຟ​ຊີ ໂຮງ­ຮຽນ​ນາ­ນາ​ຊາດ​ອົດ​ສະ​ຕຣາ​ລີ ສະ­ໂມ­ສອນ​ວຽງ​ຈັນ​ເອັຟ​ເອ ສະ­ໂມ­ສອນ​ປະ­ສານ​ໃຈ ສະ­ໂມ­ສອນ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ສະ­ໂມ­ສອນ​ຊ້າງ​ນ້ອຍ​ເອັຟ​ຊີ ສ່ວນ​ກຸ່ມ B ສະ­ໂມ­ສອນ​ດີ​ເຄ​ເອັຟ​ຊີ ສະ­ໂມ­ສອນ​ເຄ​ພີ​ເອັດ​ເອັຟ​ຊີ ສະ­ໂມ­ສອນ​ເຄ​ເອັນ​ຊີ​ເອັຟ​ຊີ ສະ­ໂມ­ສອນ​ແຄນ​ລາວ​ຢູ​ໄນ​ເຕັດ ສະ­ໂມ­ສອນ​ມາດ​ເຕີ​ເຊ​ເວັນ​ເອັຟ​ຊີ ສະ­ໂມ­ສອນ​ທີ​ຊີ​ເອັຟ​ຊີ ສະ­ໂມ­ສອນ​ເຈົ້າ​ພະ­ຍາ 214 ເອັຟ​ຊີ ແລະ ສະ­ໂມ­ສອນ​ແບ​ລາວ​ເອັຟ​ຊີ.

error: Content is protected !!