ຂະບວນລົດໄຟຜູ້ໂດຍສານສາກົນ ທີ່ເດີນທາງຈາກສະຖານີຄຸນໝິງໃຕ້ ເຖິງສະຖານີນະຄອນຫຼວງວຽງຈັນ ຜ່ານເສັ້ນທາງລົດ ໄຟ ຈີນ-ລາວ ໄດ້ເປີດນໍາໃຊ້ເປັນທາງການ ໃນກາງເດືອນເມສາ 2023 ຜ່ານມາ ໃນຂະນະທີ່ ກິ່ງງ່າ ຕົ້ນດອກຈໍາປາ ຂອງ ປະ ເທດລາວ ທີ່ຢັ່ງຢາຍຢູ່ຕາມແຄມທາງໄດ້ປິວສະບັດແກ່ງໄກວ່ໄປຕາມສາຍລົມ ທັງງົດງາມ ສະຫງ່າ ອົບອວນໄປດ້ວຍກິ່ນຫອມຂອງດອກໄມ້ຕະຫຼອດຕາມເສັ້ນທາງຂຶ້ນ ເໜືອ ຖືໄດ້ວ່າເປັນລະດູການທີ່ເຕັມໄປດ້ວຍຊີວິດຊີວາ ເປັນໄລຍະດຽວທີ່ໄດ້ພົບພໍ້ ກັບຄວາມງົດງາມ ແລະ ມີຄຸນຄ່າຂອງ ດອກກາລັນເດີ້ ທີ່ເມືອງແຫ່ງລະດູບານໃໝ່ ນະຄອນຄຸນໝິງ ແຂວງຢູນນານ.


ດອກຈໍາປາ ສັນຍາລັກຂອງປະເທດລາວ ສະແດງເຖິງຄວາມເອື້ອເຟື້ອ ແລະ ຮັກຄວາມສະຫງົບຂອງຄົນລາວ ດອກຈໍາປາເຕັມ ໄປດ້ວຍຄວາມສວຍງາມ ສະຫງ່າ ລຽບງ່າຍ ຮັກຫອມແຂກບ້ານແຂກເມືອງ ແລະ ມີຄວາມຈິງໃຈແທ້ຈິງ ສ້າງຄວາມປະທັບໃຈ ໃຫ້ຜູ້ຄົນທີ່ໄດ້ພົບເຫັນ.

ສ່ວນ ດອກກາລານເດີ້ ສີຟ້າປະສົມມ່ວງ ໃນເວລາດອກໄມ້ເບັ່ງບານເຕັມທີ່ ແລະ ຫຼົ່ນລົງໝົດແລ້ວ ດອກກາລານເດີ້ສີຟ້າ ກໍ ຈະສະແດງຄວາມສວຍງາມອອກມາ ຜ່ານດອກກາລານເດີ້ສີຟ້າປະສົມມ່ວງທີ່ເປັນເອກະລັກຂອງຕົນຢ່າງເຕັມທີ່ ເຊິ່ງເຮັດໃຫ້ນະຄອນຄູນໝິງຍິ່ງເພີ່ມຄວາມມີສີສັນແຫ່ງຄວາມສົດຊື່ນ ແລະ ສວຍງາມຫຼາຍຂຶ້ນ.

ດອກກາລານເດີ້ ແມ່ນດອກໄມ້ໜຶ່ງທີ່ບໍ່ມີຫຍັງສາມາດທົດແທນໄດ້ໃນຈິດໃຈຂອງປະຊາຊົນນະຄອນຄຸນໝິງ ນັບແຕ່ໄດ້ນໍາ ເຂົ້າເບ້ຍຕົ້ນກາລານເດີ້ 9 ຕົ້ນ ຈາກສະຖາບັນຄົ້ນຄວ້າພຶກສາສາດນະຄອນຄຸນໝິງ ປີ 1984 ເປັນຕົ້ນມາ ກໍໄດ້ຂະຫຍາຍກິ່ງ ກ້ານມາໂດຍຕະຫຼອດ ປັດຈຸບັນດອກກາລານເດີ້ໄດ້ອາໄສຢູ່ຄຸນໝິງ ເປັນເວລາ 39 ປີແລ້ວ ແລະ ໄດ້ກາຍເປັນສະມາຊິກໜຶ່ງ ຂອງຄຸນໝິງແລ້ວ.
ເມື່ອດອກຈໍາປາ ແລະ ດອກກາລານເດີ້ ເບັ່ງບານເຕັມທີ່ ຖະໜົນແຫ່ງດອກໄມ້ບານເສັ້ນນີ້ ຈະສະແດງເຖິງການສືບຕໍ່ເສີມ ຂະຫຍາຍມິດຕະພາບ ແລະ ນໍາເອົາຄວາມຫອມຫວນມາສູ່ປະຊາຊົນສອງຊາດ ຈີນ-ລາວ ຢ່າງບໍ່ຢຸດຢັ້ງ.

ເຊັ່ນດຽວກັບຂະບວນລົດໄຟຟູ້ຊິ່ງ ຖ້ຽວລົດ D887 ເດີນທາງອອກຈາກສະຖານີລົດໄຟຄຸນໝິງໃຕ້ ເດີນໜ້າໄປທາງໃຕ້ ແລະ ຂະບວນລົດໄຟລ້ານຊ້າງ ຖ້ຽວ D888 ເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ໄປທາງເໜືອ ທີ່ໄດ້ອອກເດີນທາງໃນວັນທີ 13 ເມສາ 2023 ທີ່ເປັນໄລຍະຂອງການເບັ່ງບານຂອງ ດອກຈໍາປາ ແລະ ດອກກາລານເດີ້ ອັນໄດ້ເປັນຂີດໝາຍວ່າຂະບວນ ລົດໄຟຜູ້ໂດຍສານສາກົນ ຜ່ານທາງລົດໄຟ ຈີນ-ລາວ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ເຊິ່ງຈະເຮັດໃຫ້ການເດີນທາງ ຈາກນະຄອນຫຼວງວຽງຈັນ ເຖິງ ນະຄອນຄູນໝິງ ໃຊ້ເວລາພຽງວັນດຽວເທົ່ານັ້ນ ເຊິ່ງຈະສ້າງຄວາມສະດວກສະບາຍໃຫ້ກັບປະຊາຊົນທອງສອງຊາດ ປະກອບສ່ວນສຳຄັນໃນການສົ່ງເສີມການທ່ອງທ່ຽວຂອງສອງປະເທດ.

ສຳລັບປະເທດລາວ ແລະ ແຂວງຢຸນນານ ເຊື່ອມຈອດກັນດ້ວຍສາຍພູ ສາຍນໍ້າ ປະຊາຊົນມີຄວາມເຂົ້າໃຈກັນດີ ຄຸນໝິງໃນຖາ ນະທີ່ເປັນເທສະບານແຂວງຂອງແຂວງຢຸນນານຕະຫຼອດໄລຍະຜ່ານມາ ກໍເປັນເຂດທີ່ມີການຮ່ວມມືເປັນຢ່າງດີກັບຝ່າຍລາວ ເປັນຕົ້ນການຮ່ວມມືດ້ານເສດຖະກິດ-ການຄ້າ ວັດທະນະທຳ ທ່ອງທ່ຽວ ສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ນັບ ແຕ່ ນະຄອນຄຸນໝິງ ແລະ ນະຄອນຫຼວງວຽງຈັນ ໄດ້ສ້າງເປັນເມືອງມິດຕະພາບສາກົນຮ່ວມກັນ ໃນປີ 2011 ເປັນຕົ້ນມາ ສອງຝ່າຍກໍໄດ້ຮັກສາການແລກປ່ຽນ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ການພົວພັນແຕ່ລະຂົງເຂດນັບມື້ເລິກເຊິ່ງ ມິດຕະ ພາບລະຫວ່າງປະຊາຊົນສອງຊາດນັບມື້ເລິກເຊິ່ງດູດດື່ມ ນະຄອນຫຼວງວຽງຈັນ ແລະ ນະຄອນຄຸນໝິງ ໄດ້ເປັນຂົວຕໍ່ ທີ່ເຊື່ອມ ໂຍງລະຫວ່າງສອງຕົວເມືອງ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ຈີນ-ລາວ ເສັ້ນທາງທີ່ອົບອວນໄປດ້ອຍກິ່ນດອກໄມ້ແຫ່ງຄວາມຜາສຸກຕະຫຼອດເສັ້ນທາງແຕ່ເໜືອເຖິງໃຕ້.