ຖວທ ນວ ຫວນຄືນມູນເຊື້ອວັນກຳມະກອນສາກົນຄົບຮອບ 137 ປີ

    ວັນກຳມະກອນສາກົນເປັນວັນທີ່ມີຄວາມໝາຍສຳຄັນຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວັນດັ່ງກ່າວ ໃນວັນທີ 5 ພຶດສະພາ 2023 ພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດພີທີປະຖະກະຖາວັນກຳມະອນສາກົນ ຄົບຮອບ 137 ປີ ທີ່ພະແນກດັ່ງກ່າວ ເປັນກຽດປາຖະກະໂດຍທ່ານ ສົມບູນ ລິດສະໄໝ ຮອງປະທານກຳມະບານ ນວ ມີທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

      ພາຍຫຼັງທ່ານ ແກ້ວວິໄລສັກ ແສນສັກດາ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກຳມະບານໄລຍະຜ່ານມາໂດຍໄດ້ຍົກໃຫ້ເຫັນຜົນການ ແລະ ຈຸດອ່ອນຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນປີຜ່ານມາ 6 ຮາກຖານກຳມະບານ ພາຍໃນພະແນກແລ້ວ ທ່ານ ສົມບູນ ລິດສະໄໝ ໄດ້ຂຶ້ນເລົ່າຄືນມູນເຊື້ອວັນກຳມະກອນສາກົນ ໂດຍໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງວັນກໍາມະກອນສາກົນ ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະກອນສາກົນທີ່ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ອອກລະບຽບ ຫຼັກການກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົນຊັ້ນກໍາມະກອນ ຂະບວນຕໍ່ສູ້ຄັ້ງທຳອິດແມ່ນຢູ່ປະເທດອັງກິດໃນປີ 1764 ແລະ ຢູ່ເມືອງຫຼວງຊິກາໂກຂອງປະເທດອາເມຣິກາ ໃນເດືອນພະຈິກ 1884 ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມຣິກາຢູ່ຕົວເມືອງຊິກາໂກຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ ກຳນົດເອົາວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນທົ່ວໂລກ.

ນອກຈາກນັ້ນ ທ່ານຍັງຍົກໃຫ້ເຫັນຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ພາຍໃຕ້ການຊີ້ນໍາ-ນຳພາຂອງພັກກອມມູນິດຈີນ ກໍຄື ພັກປະຊາຊົນ ປະຕິວັດລາວ ໃນໄລຍະຕໍ່ມາ ໄດ້ເຮັດໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວນັບມື້ເຂັ້ມແຂງປະກອບສ່ວນຢ່າງແຂງແຮງຂອງກຳມະກອນ ແລະ ຊາວຜູ້ອອກແຮງງານເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ລະໄລຍະ.

error: Content is protected !!