ພຊສ ນວ ສາມາດເຊັນອອກໃບຕາດິນໄດ້ 21.000 ກວ່າຕອນ

   ກອງປະຊຸມສະຫຼຸບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ປະຈຳສົກປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຕິດພັນກັບການມອບຫຼຽນໄຊແຮງງານ ຫຼຽນກາແຮງງານ ແລະ ໃບຍ້ອງຍໍຜົນງານ 5 ປີ (2016-2020) ໃຫ້ພະນັກງານ-ລັດຖະກອນ ພະແນກ ພຊສ ນວ ຈັດຂຶ້ນວັນທີ 4 ພືດສະພາ 2023 ຢູ່ພະແນກດັ່ງກ່າວ  ໂດຍເປັນປະທານຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ພຊສ ນວ ມີທ່ານ  ພູຂົງ ບັນນາວົງ ຄະນະປະຈໍາພັກ ຮອງເຈົ້າຄອງ ນວ ພ້ອມດ້ວຍຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ບຸນຊົມ ຊົງວິໄລ ກ່າວວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງ ພຊສ ນວທີ່ພົ້ນເດັ່ນສົກປີ 2022 ຜ່ານມາ ເປັນຕົ້ນວຽກງານຂະແໜງທີ່ດິນ ສົກປີ 2022 ພະແນກ ພຊສ ນວ ສາມາດເຊັນໃບອອກຕາດິນໄດ້ 21.896 ຕອນ ມາຮອດຕົ້ນເດືອນມັງກອນ-ເມສາ 2023 ປະຕິບັດໄດ້ 8.579 ຕອນ ໂດຍລວມການເຊັນໃບຕາດິນໄດ້ແຕ່ປີ 2021-2023 ປະຕິບັດໄດ້ 53.611 ຕອນ ສາມາດຂຶ້ນທະບຽນອອກໃບຕາດິນໃນສົກປີ 2022 ຕາມທີ່ສະພາປະຊາຊົນ ນວ ມອບໃຫ້ 10.000 ຕອນ ສາມາດຈັດຕັ້ງປະຕິບັດໄດ້ 12.307 ຕອນ ເທົ່າກັບ 123.07% ແລະ ໃນປີ 2023 ສະພາປະຊາຊົນ ນວ ແລະ ກະຊວງຊັບພະຍາກອນ ມອບໃຫ້ 23.498 ຕອນ ຮອດຕົ້ນເດືອນມັງກອນ-ເມສາ 2023 ປະຕິບັດ 3.887 ຕອນ ເທົ່າກັບ 17% ພ້ອມນີ້ຍັງໄດ້ສຳເລັດການສະແກນສໍານວນຕອນດິນເຂົ້າໃນລະບົບເຊີເວີ  ຕາມທີ່ສະພາປະຊາຊົນ ນວ ມອບໃຫ້  20.000 ຕອນ ສາມາດປະຕິບັດໄດ້ 65.766 ຕອນ ເທົ່າກັບ 328,83% ກວດກາສູນໂມງເອກະສານຕົກຄ້າງແຕ່ປີ 2018 ມີ 6.181 ຕອນ ປະຕິບັດໄດ້ 5.705 ຕອນ ຍັງຄ້າງ 476 ຕອນ ສາມາດຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນໄດ້ 31.859 ສະບັບ  ລວມເປັນເງິນທັງໝົດ 2,87 ຕື້ກວ່າກີບ ສຳເລັດສຳຫຼວດເກັບກໍາຂໍ້ມູນ ພ້ອມທັງດັດແກ້ ແລະ ມອບໃບຕາດິນໃຫ້ພາກສ່ວນທີ່ເຫຼືອຈາກຜົນກະທົບໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະ1-2 ແລະ ໂຄງການກໍ່ສ້າງທາງດ່ວນ ນວ ຫາວັງວຽງ ແຂວງວຽງຈັນ  ໃນ 3 ເມືອງ ມີ 27 ບ້ານ ປະຕິບັດໄດ້ 113 ຕອນ ແລະ ລົງຕິດຕາມກວດກາສະພາບສິ່ງແວດລ້ອມຢູ່ເຂດຕ່າງໆຂອງ ນວ  ເປັນຕົ້ນ ການຄົ້ນຄວ້າຮັບຮອງບົດລາຍງານແຜນການຄຸ້ມຄອງສິ່ງແວດລ້ອມ ສຳລັບໂຄງການພັດທະນາໄດ້ 138 ໂຄງການ ສຳຫຼວດວັດແທກເກັບກຳຂໍ້ມູນນໍ້າໄດ້ 12 ຈຸດ ໃນ 6 ເມືອງເປົ້າໝາຍ ແລະ ອື່ນໆ.   

ຈາກນັ້ນກອງປະຊຸມໄດ້ຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ I ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນ ກົມກອງລວມໝູ່ ບ້ານ ຄອບ ແລະ ຜູ້ປະກອບການດີເດັ່ນ ທີ່ມີຜົນງານປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາຂົງເຂດດັ່ງກ່າວ ໃນນີ້ປະກອບ ມີ: ຫຽນໄຊແຮງງານຊັ້ນ I 92 ທ່ານ 4 ກົມກອງ ຫຼຽນໄຊແຮງງານຊັ້ນ II 333 ທ່ານ 12 ກົມກອງ 1 ບ້ານ ແລະ 8 ເມືອງ ຫຽນໄຊແຮງງານຊັ້ນ III ມີ  915 ທ່ານ 55 ກົມກອງ 28 ບ້ານ ແລະ ຜູ້ປະກອບການ 4 ທ່ານ ຫຼຽນກາແຮງງານ 1.846 ທ່ານ  56 ກົມກອງ 46 ບ້ານ ແລະ ຜູ້ປະກອບການ 21 ທ່ານ ໃບຍ້ອງຍໍລັດຖະບານ 3.739 ທ່ານ 63 ກົມກອງ 10 ຄອບຄົວ 132 ບ້ານ ແລະ ຜູ້ປະກອບການ 7 ທ່ານ.

error: Content is protected !!